ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ກັນຍາ ໒໐໒໓

ເສດຖະກິດຂອງໄທ ກໍາລັງເລີ່ມຟື້ນໂຕຄືນ ຈາກໄພນໍ້າຖ້ວມ


ແມ່ຄ້າພໍ່ຄ້າໄທພາກັນຂາຍເຄື່ອງຢູ່ໃນເຮືອ ຢູ່ຕະຫລາດແຫ່ງນຶ່ງທີ່ຖືກ ນໍ້າຖ້ວມ ທີ່ຈັງຫວັດນົນທະບູຣີ ນອກນະຄອນຫລວງບາງກອກ, ວັນທີ 17 ພະຈິກ 2011.

ຫລັງຈາກໄພນໍ້າຖ້ວມ ທີ່ໄດ້ສ້າງຄວາມເສຍຫາຍຮ້າຍແຮງແກ່ປະເທດໄທນັ້ນ ການຟື້ນໂຕຄືນ ຂອງເສດຖະກິດທີ່ບອບຊໍ້າຂອງໄທໃນເວລານີ້ ແມ່ນຈະຂຶ້ນຢູ່ກັບຜົນກະທົບຈາກງົບປະມານ ເພື່ອກອບກູ້ໄພນໍ້າຖ້ວມຂອງລັດຖະບານ ຕະຫລອດທັງຄວາມຮຽກຮ້ອງຕ້ອງການພາຍໃນ ປະເທດທີ່ເພິ່ມສູງຂຶ້ນ ແລະການລົງທຶນຄືນໃໝ່ຂອງພວກບໍລິສັດໃຫຍ່ໆເພື່ອກະຕຸກຊຸກຍູ້ການ ເຕີບໂຕຂອງເສດຖະກິດ. ແຕ່ດັ່ງທີ່ຜູ້ສື່ຂ່າວວີໂອເອ Ron Corben ລາຍງານມາຈາກບາງກອກ ນັ້ນ ກໍແມ່ນວ່າ ສະພາບແວດລ້ອມດ້ານເສດຖະກິດໂລກ ທີ່ຍັງບໍ່ແນ່ນອນຢູ່ໃນເວລານີ້ ກໍອາດ ພິສູດໃຫ້ເຫັນວ່າເປັນສິ່ງທ້າທາຍຕໍ່ການຟື້ນຕົວຄືນໃນປີ 2012 ນີ້ ຄືກັນ. ກິ່ງສະຫວັນມີລາຍ ລະອຽດມາສະເໜີທ່ານ.

ຢູ່​ໃນ​ເຂດ​ໃຈກາງ​ບາງກອກ ບັນດາ​ຕະຫລາດ​ນ້ອຍ​ໃຫຍ່​ຕາມ​ແຄມ​ທາງ ​ແລະຫ້າງ​ສັບພະ
​ສິນຄ້າ​ທັງຫລາຍ ​ເລິ່ມ​ເຕັມ​ໄປ​ດ້ວຍຜູ້​ຄົນ​ທີ່​ໄປ​ເລາະ​ຊື້​ເຄຶ່ອງຂອງ​ ​ແລະພວກ​ທີ່ຫາ​ເລາະ
​ຊື້ເຄື່ອງ​ລົດ​ລາຄາ​.

ນາຍອອງລະ​ເດດ ເຈົ້າຂອງ​ຮ້ານ​ຂາຍ​ເສື້ອ​ຜ້າ​ນ້ອຍ​ແຫ່ງ​ນຶ່ງ ກ່າວ​ວ່າ ພວກ​ອຸບປະ​ໂພ​ກ
ບໍລິ​ໂພ​ກ​ໄດ້​ພາກັນ​ກັບ​ຄືນ​ມາ​ອີກ ​ແລະ​ລາວຫວັງ​ວ່າ ປີ 2012 ນີ້ ​ຈະ​ເປັນ​ປີ​ທີ່​ນໍາ​ກໍາ​ໄລ
​ມາ​ໃຫ້​ຫລາຍ​ກວ່າ​ເກົ່າ​ ຫລັງ​ຈາກ​ໄພ​ນໍ້າ​ຖ້ວມ​ຂອງ​ປີ​ຜ່ານມາ. ນາຍອອງລະ​ເດດ ​ເວົ້າ​ວ່າ:

“ຫລັງ​ຈາກໄພ​ນໍ້າ​ຖ້ວມ​ໄດ້​ຜ່ານ​ພົ້ນ​ໄປ​ແລ້ວ​ ພວກ​ເຂົາ​ເຈົ້າກໍພາກັນ​ມາ​ຫາ​ເລາະ​ຊື້
​ເສື້ອ​ຜ້າ
ໃໝ່ແລະ​ເກີບ​ໃໝ່​ ​ແຕ່​ຫລາຍໆ ຮ້ານ​ກໍ​ຍັງ​ປິດ​ຢູ່​ຍ້ອນ​ໄພ​ນໍ້າ​ຖ້ວມ. ຂ້ອຍ
ຄິດ​ວ່າ ປີ 2012 ນີ້ ຈະດີ​ຂຶ້ນ ດີກ​ວ່າ​ປີກາຍ. ຫລາຍ​ສິ່ງ​ຫລາຍ​ຢ່າງເກີດ​ຂຶ້ນ​ເມື່ອ​ປີ
ຜ່ານມາ
ເຊັ່ນ​ນໍ້າ​ຖ້ວມ​ເປັນ​ຕົ້ນ.

ຊາວໄທພາກັນລຸຍນໍ້າ ໄປຊື້ເຂົ້າປາອາຫານແລະເຄື່ອງໃຊ້ທີ່ຈໍາເປັນອື່ນໆ ໃນຫ້າງສັບພະສິນຄ້າໂລຕັສ ທີ່ຖືກນໍ້າຖ້ວມແຫ່ງນຶ່ງ ໃນບາງກອກ, ວັນທີ 27 ຕຸລາ 2011.
ຊາວໄທພາກັນລຸຍນໍ້າ ໄປຊື້ເຂົ້າປາອາຫານແລະເຄື່ອງໃຊ້ທີ່ຈໍາເປັນອື່ນໆ ໃນຫ້າງສັບພະສິນຄ້າໂລຕັສ ທີ່ຖືກນໍ້າຖ້ວມແຫ່ງນຶ່ງ ໃນບາງກອກ, ວັນທີ 27 ຕຸລາ 2011.

ໄພ​ນໍ້າຖ້ວມ​ທີ່​ເລິ່ມຕົ້ນຂຶ້ນ ​ເມື່ອ
ເດືອນ​ກໍລະກົດ​ປີຜ່ານມາ ​ໄດ້​ເອົາ
​ຊີວິດ​ໄປ ​800 ກວ່າຊີວິດ ​ແລະ
​ສ້າງ​ຄວາມ​ຫາຍ​ໃຫ້​ແກ່​ເສດຖະ
ກິດ​ ຫລາຍ​ເຖິງ 45 ພັນ​ລ້ານ​
ໂດ​ລາ. ການ​ເຕີບ​ໂຕ​ເສດຖະກິດ
​ຂອງ​ໄທ​ ໄດ້​ຕົກ​ຮວບ​ລົງ​ໄປ​ໃນ ​
ໄຕມາດ​ສຸດ​ທ້າຍ​ອຂອງ​ປີ 2011 ​
ຍ້ອນ​ນໍ້າ​ໄດ້​ຖ້ວມ​ພື້ນ​ທີ່​ປູກຝັງ​
ແລະເຂດອຸດສາຫະກໍາທີ່​ສໍາ
ຄັນໆ ​ໃນ​ເຂດທົ່ງ​ຮາບ​ທາງ
ພາກ​ກາງຂອງ​ປະ​ເທດ.​ ຕົກ​ມາ
​ຮອດ​ເດືອນ​ທັນວາ​ທ້າຍ​ປີ​ນັ້ນ
ເສດຖະກິດຂອງໄທ​ມີອັດຕາ
ການ​ເຕີບ​ໂຕ​ປະ​ຈໍາປີ ​ພຽງ​ແຕ່
​ສອງ​ເປີ​ເຊັນ​ປາຍ ​ເທົ່າ​ນັ້ນ.

ແຕ່​ເວລາ​ນີ້ ​ເສ​ດຖະກິດ​ກໍາລັ​ງເຕີບໂຕຄືນ​ມາຢ່າງ​ຊ້າໆ.

ເມື່ອ​ວັນ​ຈັນ​ຜ່ານ​ມາ​ນີ້ ສໍານັກງານ​ຄະນະ​ກໍາມະການ​ພັດທະນາເສດຖະກິດ​ແລະ​ການ
​ພັດທະນາ​ສັງຄົມ​ແຫ່ງ​ຊາດ​ໄທ ຫລື NESDB ​ຊື່​ງ​ເປັນໜ່ວຍຄົ້ນຄ້ວາຂອງ​ລັດ ກ່າວວ່າ
ການ​ລົງ​ທຶນແລະ​ການ​ສົ່ງ​ອອກ​ ຈະ​ເປັນ​ຕົວຂັບ​ດັນ​ທີ່​ສໍາຄັນ ​ຕໍ່​ການ​ເຕີບໂຕຂອງ​ເສດ
ຖະກິດ​ໃນ​ປີ 2012 ນີ້.

ສໍານັກງານ NESDB ທໍານາຍ​ວ່າ ການ​ເຕີບ​ໂຕ​ດ້ານ​ການ​ລົງທຶນ​ແມ່ນ​ຈະ​ຖີບ​ຂຶ້ນກາຍ
10 ​ເປີ​ເຊັນ​ ຈາກ 4 ​ເປີ​ເຊັນ​ໃນ​ປີ 2011. ນອກ​ນີ້​ແລ້ວ ການອຸບປະ​ໂພ​ກບໍລິ​ໂພ​ກພາຍ​
ໃນ​ບ້ານ​ເຮືອນກໍ​ຈະ​ສູງ​ຂຶ້ນ ຊຶ່ງຫ້ອງການ​ນະ​ໂຍບ​າຍການ​ເງິນ​ປະ​ຈໍາປີຂອງລັດຖະບານ​
​ໄທ ຄາດ​ຄະ​ເນ​ວ່າ ຈະ​ມີ​ການ​ເຕີບ​ໂຕ​ປະ​ຈໍາປີ​ຢູ່​ໃນ​ອັດຕາ 5 ​ເປີ​ເຊັນ.

ຮອງ​ນາ​ຍົກລັດຖະມົນຕີ ກິດ​ຕິຣັດ ນະ ຣະນອງ ໝັ້ນ​ໃຈ​ວ່າການ​ເຕີບ​ໂຕ​ຂອງເສດຖະກິດ
​ອາດ​ຖີບ​ຕົວ​ສູງ​ຂື້ນໃນ​ອັດຕາ​ເກືອບ​ຮອດເຈັດ​ເປີ​ເຊັນ ​ໂດຍ​ໄດ້​ຮັບ​ການ​ຊຸກຍູ້​ຊ່ວຍ​ເຫລືອ
ຈາກ​ການ​ໃຊ້​ຈ່າຍ​ເງິ​ນເພື່ອ​ກອບ​ກູ້ເສດຖະກິດ​ຈາກ​ໄພ​ນໍ້າ​ຖ້ວມຂອງ​ລັດຖະບານ ​ທີ່​ຄາດ​ວ່າ​
ຈະ​ມີ​ກາຍ 11 ພັນ​ລ້ານ​ໂດ​ລາ​ນັ້ນ.

ແຕ່​ພວກ​ອຸບປະ​ໂພ​ກບໍລິ​ໂພ​ກໄທ ກໍຍັງ​ບໍ່ພໍໃຈ​ກ່ຽວ​ກັບ​ສະພາວະ​ເງິນ​ເຟີ້​ນັ້ນຢູ່ ຊຶ່ງລາຄາ
​ເຄຶ່ອງຂອງ​ທຸກ​ຢ່າງໄດ້​ຖີບ​ຕົວ​ສູງ​ຂຶ້ນ ນັບ​ຕັ້ງ​ແຕ່​ລະດັບ​ນໍ້າໄດ້​ລົດ​ລົງ. ຫົວໜ້າ​ບໍລິສັດກໍ່ສ້າງ​
ນາຍສຸຣະພົງ ກ່າວ​ວ່າ ລາຄາເຄຶ່ອງຂອງ​ທີ່ແພງ​ຂຶ້ນນັ້ນ ກໍາລັງ​ສ້າງ​ຄວາມ​ເດືອດຮ້ອນ​ໃຫ້
​ແກ່​ພວກ​ອຸບປະ​ໂພ​ກບໍລິ​ໂພ​ກ​ໄປຕາມໆ​ກັນ. ນາຍສຸຣະພົງ ​ເວົ້າ​ວ່າ:

“ເວລາ​ນີ້ ອັດຕາ​ເງິນ​ເຟີ້​ແມ່ນ​ສູງ, ສູງ​ຫລາຍ. ທຸກ​ສິ່ງ​ທຸກ​ຢ່າງ​ແມ່ນ​ແພງ​ໄປ​ໝົດ
ຫລັງ​ຈາກ​ໄພ​ນໍ້າ​ຖ້ວມ. ໝົດທຸກ​ຢ່າງ​ ​ໂດຍ​ສະ​ເພາະເຂົ້າປາອາຫານແມ່ນ​ແພງ​
ເປັນ​ພິ​ເສດ. ຂ້າພະ​ເຈົ້າຄິດ​ວ່າ ປີ 2012
ນີ້ ຜົນ​ຜະລິດ​ລວມ GDP ຈະ​ເຕີບ​ໂຕ
​ປະມານ​ 5 ​ເປີ​ເຊັນ ບໍ່​ແມ່ນ 7 ​ເປີ​ເຊັນ. ປີ​ກາຍ​ນີ້​ແມ່ນ 2 ​ເປີ​ເຊັນ​ເຄິ່ງ
ສະ​ນັ້ນ
5 ​ເປີ​ເຊັນ ກໍຄົງໄດ້​ຢູ່.”

ຊາວໄທພາກັນອະນາໄມ ທໍາຄວາມສະອາດຖະໜົນ ສາຍນຶ່ງ ໃນນະຄອນຫລວງບາງກອກ ຫລັງຈາກ ນໍ້າຖ້ວມໄດ້ລົດລົງ, ວັນທີ 20 ພະຈິກ 2011.
ຊາວໄທພາກັນອະນາໄມ ທໍາຄວາມສະອາດຖະໜົນ ສາຍນຶ່ງ ໃນນະຄອນຫລວງບາງກອກ ຫລັງຈາກ ນໍ້າຖ້ວມໄດ້ລົດລົງ, ວັນທີ 20 ພະຈິກ 2011.

ການ​ຊັ່ງຊາ​ຕີ​ລາຄາ​ບັ້ນ​ນຶ່ງ​ຂອງ​ອົງການ​ສະ
ຫະ​ປະຊາ​ຊາດ ​ໄດ້​ກ່າວ​ເຕືອນ​ກ່ຽວ​ກັບ​ຜົນ
​ກະທົບ​ໃນ​ວົງ​ກວ້າງ​ກ່ວາ ຈາກ​ໄພ​ນໍ້າ​ຖ້ວມ​
ຢູ່​ເຂດທົ່ງ​ຮາບ​ທາງພາກ​ກາງ​ທີ່​ອຸດົມສົມບູນ
ຂອງ​ໄທ​ ທີ່​ຜະ​ລິດເກືອບ​ວ່າ​ເຄິ່ງນຶ່ງ​ຂອງ​ຜົນ
​ຜະລິດ​ການກະ​ເສດທັງ​ໝົດ​ຂອງ​ປະ​ເທດ​.

ນອກ​ນີ້​ແລ້ວ​ ເຂດ​ພາກ​ກາງຂອງ​ໄທ​ຍັງ
​ເປັນ​ແຫ​ລ່ງພື້ນ​ທີ່​ອຸດສາຫະກໍາ​ທີ່ສໍາຄັນ
​ຫລາຍ​ແຫ່ງ ທີ່​ຜະລິດ​ລົດຍົນ ​ແລະ hard
disk drive ຂອງເຄື່ອງ ຄ​ອມ​ພິວ​ເຕີ.

ໄທ​ເປັນ​ຜູ້​ຜະລິດ hard disk drive ຫລື
ສ່ວນ​ປະກອບຂອງ​ຄອມ​ພິວ​ເຕີທີ່​ເກັບ​ຮັກ
ສາ​ຂໍ້​ມູນ​ໄວ້​ນັ້ນ ລາຍ​ໃຫຍ່​ອັນ​ດັບ​ສອງ
​ຂອງ​ໂລກ. ຜົນ​ກະທົບ​ຈາກການ​ຢຸດ​ສະ​ງັກລົງໃນ​ການຜະລິດສ່ວນ​ປະກອບ​ດັ່ງກ່າວ​ນີ້ ​ຕໍ່​ສາຍ
​ໂສ້​ການ​ຜະລິດ​ຂອງ​ໂລກ​ຄາດ​ວ່າ​ ຈະ​ສົ່ງ​ຜົນ​ກະທົບ​ຕໍ່​ເນື່ອງ​ໄປ​ເຖິງໂຮງງານ​ຜະລິດ​ຄອມ​ພິວ​ເຕີ
ທັງຫລາຍ​ໃນ​ຕົ້ນ​ປີ 2012 ນີ້. ການ​ຂາດ​ເຂີນຊິ້ນ​ສ່ວນສໍາຄັນ hard disk drive ດັ່ງກ່າວຂອງ
ຄອມ​ພິວ​ເຕີ​ນັ້ນ ​ແມ່ນ​ໄດ້​ເຮັດ​ໃຫ້​ລາຄາ​ຖີບ​ຕົວ​ສູງ​ຂຶ້ນ​ໄປ​ແລ້ວ.

ແຕ່​ທ່ານ ສຸພະ​ວຸດ ​ໄສ​ເຊື້ອ ຜູ້​ອໍານວຍ​ການ​ບໍລິຫານ​ບໍລິສັດ​ຫລັກ​ຊັບພັດ​ທາ ກ່າວ​ວ່າ​ທຸລະ​ກິດ
ໄທ​ຫລາຍ​ໆແຫ່ງ​ແມ່ນກໍາລັງ​ຈະ​ຟື້ນ​ຕົວຄືນ​ມາແລ້ວ. ທ່ານ ສຸພະ​ວຸດ ​ເວົ້າ​ວ່າ:

“​ເບິ່ງ​ຄື​ວ່າ ​ເສດຖະກິດໄດ້​ຕົກລົງ​ສູ່​ລະດັບ​ຕໍ່າ​ສຸດ​ແລ້ວ ​ສະ​ນັ້ນ ​ກໍຫວັງ​ຢ່າງ​ຍິ່ງ​ວ່າ ​
ໄຕຣມາດ​ທີ່​ນຶ່ງ​ຂອງ​ປີ​ນີ້ ​ເຮົາ​ຈະ​ເຫັນມັນ ​ດີ​ຂຶ້ນ. ​ພວກ​ເຮົາຍັງ​ບໍ່​ເຫັນ​ສິ່ງ​ໃດ​ທີ່​ຊີ້ໃສ່
​ການ​ຟື້ນ​ຕົວຄືນ​ເທື່ອ ​ແຕ່ຂ້າພະ​ເຈົ້າຄິດ​ວ່າ ​ພວກ​ເຮົາ​ຈະ​ມີ​ການ​ຟື້ນ​ຕົວ​ຄືນ​ໄດ້
​ເພາະວ່າພວກ​ບໍລິສັດ​ອຸດ ສາຫະກໍາ​ໃຫຍ່ໆ​ເວລາ​ນີ້​ ກໍາລັງ​ຂຸ້ນຂ້ຽວ​ແລະ​ເລັ່ງລັດ​
ສ້າງສາ​ແລະ​ສ້ອມ​ແປງ​ຄືນໃໝ່ແລ້ວ. ​ເທົ່າ​ເຖິງ​ປັດຈຸບັນ​ນີ້ ຕົວ​ເລກທາງ​ເສດຖະກິດ
​ແມ່ນ​ຂີ້ຮ້າຍ​ຫລາຍ ​ເພາະວ່າ​ມັນສະທ້ອນ​ເຖິງການ​ສູນ​ເສຍ​ລະດັບ​ສູງ​ຈາກຜົນເສຍ
​ຫາຍ​ຂອງໄພ​ນໍ້າ​ຖ້ວມ​ນັ້ນ.”

ນອກ​ນີ້​ແລ້ວ ບັນດາ​ນັກ​ເສດຖະສາດ​ຂອງ​ສະຫະ​ປະຊາ​ຊາດ ຍັງ​ເຕືອນ​ວ່າ ພວກ​ປະ​ເທດ
ເສດຖະກິດ​ທີ່​ກາງ​ຕໍ່​ການ​ສົ່ງ​ອອກ ​ເຊັ່ນ ຈີນ ມາ​ເລ​ເຊຍ ຟິລິບ​ປິນ ​ເກົາຫລີ ສິງ​ກະ​ໂປ ​ໄຕ້
​ຫວັນ ​ໄທ ​ແລະ ຮ່ອງ​ກົງ ນັ້ນ ຍັງ​ຈະ​ປະ​ເຊີນ​ກັບ​ໄພ​ຂົ່ມຂູ່​ຈາກ​ສະພາວະ​ການ​ສົ່ງ​ອອກ​ທີ່
​ຊ້າ​ລົງ​ໄປ​ ຍ້ອນສະພາບ​ຄວາມ​ບໍ່​ແນ່ນອນ​ທາງ​ເສດ​ຖະກິດ​ໃນ​ຕະຫລາດພາກ​ພື້ນ​ຢູ​ໂຣບ
ນັ້ນ​ນໍາ.

ແຕ່ໃນ​ລາຍ​ງານອອກ​ເມື່ອເດືອນ​ທັນວາ​ຜ່ານ​ມານີ້ ຄະນະ​ກໍາມາ​ທິການ​ເສດຖະກິດ​ແລະ​
ສັງ​ຄົມ​ຂອງອົງການ​ສະຫະ​ປະຊາ​ຊາດ​ສໍາ​ຫລັບ​ຂົງ​ເຂດ​ເອ​ເຊຍ​ແລະ​ປາຊິ​ຟິກ ​ເວົ້າວ່າ ການ
​ຄ້າຢູ່​ພາຍ​ໃນ​ຂົງ​ເຂດ​ເອ​ເຊຍ​ປາຊິ​ຟິກນັ້ນ ​ໜ້າ​ຈະ​ເປັນໂຕ​ກະຕຸກ​ຊຸກຍູ້​ທີ່​ສໍາຄັນ ​ຕໍ່​ເສດຖະ
ກິດ​ຂອງ​ໄທ​ໄດ້.

XS
SM
MD
LG