ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການສົ່ງອອກຂອງໄທ ເພີ່ມຂຶ້ນ 30 ກວ່າເປີເຊັນ ໃນເດືອນມີນາ


ຄົນໄທຫົດນໍ້າກັນໃນການສະຫລອງວັນປີໃໝ່ ວັນທີ 13 ເມສາ 2011
ຄົນໄທຫົດນໍ້າກັນໃນການສະຫລອງວັນປີໃໝ່ ວັນທີ 13 ເມສາ 2011

ໄທ​ກ່າວ​ວ່າ ການ​ສົ່ງ​ອອກ​ສິນຄ້າ​ຂອງ​ຕົນ​ໄດ້​ຖີບ​ໂຕ​ສູງ​ຂຶ້ນ​
ຫຼາຍ​ກວ່າ 30 ​ເປີ​ເຊັນ​ໃນ​ເດືອນ​ແລ້ວ​ນີ້ຊຶ່ງ​ເປັນ​ລະດັບ​ສູງ​
ສຸດ​ໃນ​ປະວັດ​ສາດ.

ກະຊວງ​ການ​ຄ້າໄທ​ແຈ້ງ​ໃຫ້​ຊາບ​ໃນ​ວັນ​ພຸດ​ມື້​ນີ້​ວ່າການ​ສົ່ງ​
ອອກ​ສິນຄ້າ​ຂອງ​ຕົນ​ໃນ​ເດືອນ​ມີນາ​ມີ​ມູນ​ຄ່າ 21 ພັນ​ 300​
ລ້ານໂດ​ລາ ​ເພີ່ມຂຶ້ນ​ຈາກ 16 ພັນ​ 200 ລ້ານ​ໂດ​ລາ​ໃນ
ຊ່ວງເດືອນ​ດຽວ​ກັນ​ໃນ​ປີ 2010. ກະຊວງ​ການ​ຄ້າ​ກ່າວ​ວ່າ
ການເພີ່ມ​ທະວີ​ຂຶ້ນ​ນີ້​ແມ່ນ​ສືບ​ເນື່ອງ​ມາ​ຈາກ​ການ​ເສດຖະກິດ
ໂລກກໍາລັງ​ຂະຫຍາຍ​ໂຕ​ອອກ 2 ປີ​ຫລັງ​ຈາກປະ​ເຊີນ​ກັບ​ສະພາວະ​ຕົກ​ຕໍ່າ​ຖອຍຫລັງ ​ແລະ​ລາຄາ​ທີ່ສູງ​ຂຶ້ນ​ຂອງ​ພວກ​ຜະລິດ​ຕະພັນ​ດ້ານ​ກະ​ເສດ​ຂອງ​ໄທ.

ຄ່າ​ພະລັງງານ​ທີ່​ສູງ​ຂຶ້ນກໍ​ມີ​ສ່ວນ​ເຮັດ​ໃຫ້ການ​ສົ່ງ​ເຂົ້າ​ສິນຄ້າ​ເພີ່ມ​ຂຶ້ນ​ເຊ່ນ​ກັນ​ໃນ​ເດືອນ​ມີນາ​ຜ່ານ​ມາ ຊຶ່ງ​ເພີ່ມ​ຂຶ້ນ 28 ​ເປີ​ເຊັນ​ລື່ນ​ໃນ​ຊ່ວງ​ເດືອນ​ດຽວ​ກັນ​ຂອງ​ປີ​ກ່ອນ ​ເປັນ​ມູນ​ຄ່າ 19 ພັນ​ 500 ລ້ານ​ໂດ​ລາ. ການ​ໄດ້​ປຽບ​ການ​ຄ້າ​ສໍາລັບ​ເດືອນ​ມີນາ​ເປັນ​ມູນ​ຄ່າ 1 ພັນ​ 800 ລ້ານໂດລາ.

ການ​ເຕີບ​ໂຕ​ຂອງ​ການ​ສົ່ງ​ອອກ​ສິນຄ້າ​ຢ່າງ​ແຂງ​ແຮງ​ຂອງໄທ​ໄດ້​ເລີ້ມ​ຂຶ້ນ​ນັບ​ແຕ່​ຕົ້ນ​ປີ​ນີ້​ມາ ຊຶ່ງ​ຕົກ​ເປັນ​ມູນ​ຄ່າ​ທັງ​ໝົດ 56 ພັນ​ 900 ລ້ານໂດ​ລາ​ໃນ​ຊ່ວງ 3 ​ເດືອນ​ຜ່ານ​ມາ ຊຶ່ງ​ເປັນ​ຈໍາ
ນວນ 28 ​ເປີ​ເຊັນ​ລື່ນ​ໃນ​ຊ່ວງ​ດຽວ​ກັນ​ໃນ​ປີ​ແລ້ວ​ນີ້.

XS
SM
MD
LG