ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທຈູດເຜົາຢາເສບຕິດ ທີ່ຍຶດໄດ້ ຫລາຍຮ້ອຍກິໂລ


ໄທຈູດເຜົາຢາເສບຕິດ ທີ່ຍຶດໄດ້ ຫລາຍຮ້ອຍກິໂລ
ໄທຈູດເຜົາຢາເສບຕິດ ທີ່ຍຶດໄດ້ ຫລາຍຮ້ອຍກິໂລ

ຕໍາຫລວດໄທຢືນຍາມຖົງຢາບ້າ ທີ່ຍຶດມາໄດ້ (REUTERS/Chaiwat Subprasom)
ຕໍາຫລວດໄທຢືນຍາມຖົງຢາບ້າ ທີ່ຍຶດມາໄດ້ (REUTERS/Chaiwat Subprasom)

ໄທໄດ້ຄົ້ນພົບວິທີທາງນຶ່ງເພື່ອໃຫ້ເປັນທີ່ແນ່
ໃຈວ່າ ຢາເສບຕິດຜິດກົດໝາຍຈໍານວນ
ຫລາຍຮ້ອຍກິໂລ ຈະບໍ່ມີວັນຫວນຄືນໄປ
ສູ່ຖະໜົນຫົນທາງອີກຕໍ່ໄປ ໂດຍທໍາການ
ຈູດຢາເສບຕິດນັ້ນ ຢູ່ທີ່ໂຮງງານແຫ່ງນຶ່ງ
ນອກນະ​ຄອນຫລວງ ບາງກອກ.

ທ່ານນາງ ຢິ່ງລັກ ຊິນນະວັດ ນາຍົກລັດ
ຖະມົນຕີໄທ ໄດ້ໄປເປັນປະທານໃນການ
ຈູດເຜົາຢາ​ເສບ​ຕິດດັ່ງກ່າວ ທີ່ຈັງຫວັດ
ອະຍຸດທະຍາ.

ພວກເຈົ້າໜ້າທີ່ໄທກ່າວວ່າ ພວກຢາເສບ
ຕິດ​ເຫລົ່າ​ນັ້ນ ແມ່ນ​ໄດ້ມາຈາກການບຸກ​ເຂົ້າ​ກວດ​ຄົ້ນ​ແລະ​ຈັບ 130,000 ຄັ້ງຢູ່ທົ່ວປະເທດ.
ພວກຢາເສບຕິດດັ່ງກ່າວ ມີໂຮມທັງຢາບ້າ ຫລືເມແທັມເຟຕາມີນ ຜົງເຮໂຣອີນ ຝິ່ນ ຢາກະ
ຕຸ້ນອາລົມ ແລະໂຄເຄນ ຊຶ່ງທັງ​ໝົດ​ນັ້ນ ພວກເຈົ້າໜ້າທີ່ປະເມີນວ່າ ມີມູນຄ່າຢ່າງຕໍ່າ 80 ລ້ານ ໂດລາ.

ທ່ານນາງ ຢິ່ງລັກ ໄດ້ເຕືອນວ່າ ພວກໄວລຸ້ນໄທພາກັນຕິດຢາຫລາຍຂຶ້ນ ແລະກ່າວ​ຕໍ່​ໄປວ່າ ທ່ານນາງຈະຖືເອົາການບໍາບັດພວກຊາວໜຸ່ມຕິດຢາເສບຕິດນັ້ນ ເປັນບູລິມະສິດອັນດັບສູງ ອັນນຶ່ງ.

ພວກເຈົ້າໜ້າທີ່ສາທາລະນະສຸກໄທ ກ່າວວ່າ ມີພວກຕິດຢາເກືອບ 100,000 ຄົນ ໄດ້ຮັບ​ການປິ່ນປົວ ທີ່ສູນບໍາບັດປິ່ນປົວ​ແຫ່ງ​ຕ່າງໆຂອງໄທ ຕະຫລອດໄລຍະນຶ່ງປີຜ່ານມານີ້.

ອົງການຂ່າວຝຣັ່ງກ່າວວ່າ ຢາເສບຕິດຈໍານວນດັ່ງກ່າວຖືກຈູດເຜົາທີ່ໂຮງຈູດພິເສດທີ່ອອກ ແບບບໍ່ໃຫ້ປ່ອຍມົນລະພິດ ອອກ​ສູ່​ອາກາດ.

XS
SM
MD
LG