ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດັກນັກຮຽນຍິງ ຢ່າງໜ້ອຍ 17 ຄົນ ເສຍຊີວິດ ໃນເຫດໄຟໄໝ້ ຫໍພັກໂຮງຮຽນ ຢູ່ໄທ

ໃນຮູບພາບນີ້ ມາຈາກວີດີໂອ ສະແດງໃຫ້ເຫັນ ຄວາມເສຍຫາຍ ທີ່ໄດ້ຮັບ ຢູ່ດ້ານໜ້າຂອງຫໍພັກຂອງໂຮງຮຽນ ບ່ອນທີ່ຕຳຫຼວດທ້ອງຖິ່ນ ກ່າວວ່າ ເດັກຍິງ ຈຳນວນ 18 ຄົນ ທີ່ມີອາຍຸແຕ່ 5 ປີ ຫາ 12 ປີ ໄດ້ເສຍຊີວິດ ໃນເຫດໄຟໄໝ້ ຢູ່ແຂວງຊຽງຣາຍ ທາງພາກເໜືອຂອງໄທ, ວັນທີ 23 ພຶດສະພາ 2016.

ເກີດ​ໄຟ​ໄໝ້​ທີ່ຫໍ​ພັກ​ໂຮງຮຽນ​ກິນນອນ​ແຫ່ງ​ນຶ່ງ ​ໃນ​ຕອນ​ກາງຄືນ ຢູ່​ພາກ​ເໜືອ​ຂອງ​ໄທ ​ເຮັດ​ໃຫ້ເດັກນ້ອຍ​ແມ່ຍິງ ​ເສຍ​ຊີວິດ​ຢ່າງ​ໜ້ອຍ 17 ຄົນ.

​ເຈົ້າໜ້າ​ທີ່​ກ່າ​ວວ່າ ນອກ​ນັ້ນຍັງ​ມີ​ເດັກນ້ອຍ​ແມ່ຍິງ 5 ຄົນ​ໄດ້​ຮັບ​ບາດ​ເຈັບ 2 ຄົນ​ແມ່ນ​ມີ​ອາການ​ສາຫັດ ​ເວລາໄຟ​ເລີ້ມລຸກ​ໄໝ້ ທີ່​ຕຶກ​ອາຄານ​ 2 ຊັ້ນ ທີ່​ມີນັກຮຽນ​ພັກ​ຢູ່ 38 ຄົນ. ອົງການ​ຂ່າວຣອຍ​ເຕີ້ລາຍ​ງານ​ວ່າ ​ເດັກ​ຍິງ 15 ຄົນ ສາມາດ​ຫລົບໜີ​ໄປ​ໄດ້​ໂດຍ​ບໍ່​ໄດ້​ຮັບ​ບາດ​ເຈັບ​ໃດໆ.

ພວກ​ເດັກນ້ອຍ​ນັກຮຽນ​ຍິງ​ເຫລົ່ານີ້ ​ແມ່ນ​ຢູ່​ທີ່​ໂຮງຮຽນ ປະມານ 800 ຫລັກ​ກິ​ໂລ​ແມັດ​ຫ່າງ​ຈາກ​ບາງກອກ​ໄປ​ທາງ​ທິດ​ເໜືອຊຶ່ງ​ມີ​ອາຍຸ​ແຕ່ 5 ຫາ 12 ປີ. ນັກ ຮຽນ​ສ່ວນ​ໃຫຍ່​ແມ່ນ​ເປັນ​ພວກ​ຊົນ​ກຸ່ມ​ນ້ອຍ ທີ່​ມາ​ຈາກ​ບໍລິ​ເວນ​ດັ່ງກ່າວ.

​ເດັກ​ຍິງ​ຄົນ​ນຶ່ງ​ກ່າວ​ວ່າ ພວກ​ເຮົາ​ຈື່​ບົດຮຽນ​ບາງ​ບົດ​ຈາກ​ພວກ​ລູກ​ເສືອ​ຫຼືສະ​ກຸດ ຍິງ​ທີ່ໃຫ້​ມັດ​ຜ້າ​ຕໍ່​ກັນ​ເປັນ​ເຊືອກ​ແລະ​ພວກ​ເຮົາ​ໄດ້​ພາກັນ​ປີນ​ອອກ​ຈາກ​ປ່ອງຢ້ຽມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Thailand Fire
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG