ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທຕໍ່ເວລາ ກົດພາວະສຸກເສີນ ອອກໄປອີກ


ໄທຕໍ່ເວລາ ກົດພາວະສຸກເສີນ ອອກໄປອີກ
ໄທຕໍ່ເວລາ ກົດພາວະສຸກເສີນ ອອກໄປອີກ

ເຈົ້າໜ້າທີ່ໄທໄດ້ຕໍ່ອາຍຸການປະກາດໃຊ້ພາວະສຸກເສີນຢູ່ໃນ
ເຂດບາງກອກແລະໃນອີກ 3 ຈັງຫວັດອ້ອມແອ້ມໂດຍອ້າງ
ຄວາມວິຕົກກັງວົນດ້ານ​ຄວາມ​ປອດ​ໄພທີ່ຍັງມີຢູ່ຕໍ່ມາ ນັບ
ແຕ່ໄດ້ມີການປະກາດໃຊ້ມາດຕະການດັ່ງກ່າວ ໃນລະ
ຫວ່າງການປະທ້ວງຕໍ່ຕ້ານລັດຖະບານ.

ເຈົ້າໜ້າທີ່ກ່າວວ່າ ຄະນະລັດຖະບານໄທໄດ້ຕັດສິນໃຈໃນ
ລະຫວ່າງກອງປະຊຸມປະຈຳສັບປະດາໃນວັນອັງຄານມື້ນີ້
ທີ່ຈະຕໍ່ອາຍຸການປະກາດໃຊ້ພາວະສຸກເສີນຕື່ມອີກ 3 ເດືອນ
ຢູ່ໃນເຂດນະຄອນຫຼວງຂອງໄທ ແລະຈັງຫວັດນົນທະບຸຣີ
ຈັງຫວັດສະມຸດປຣາການ ແລະຈັງຫວັດປະທຸມທານີ ຍ້ອນຍັງສືບຕໍ່ມີການເຄື່ອນໄຫວທາງດ້ານການເມືອງຢູ່ ໃນເຂດເຫລົ່າ​ນັ້ນ.

ກົດພາວະສຸກເສີນໃຫ້ອຳນາດແກ່ເຈົ້າໜ້າທີ່ ໃນຂອບ ເຂດທີ່ກວ້າງຂວາງເພື່ອຈັບກຸມຄຸມຂັງ ພວກປະທ້ວງໄດ້ 30 ມື້ ໂດຍບໍ່ຕ້ອງຕັ້ງຂໍ້ຫາແລະຫ້າມບໍ່ໃຫ້ມີການໂຮມຊຸມນຸມຫຼາຍກວ່າ 5 ຄົນຂຶ້ນໄປ.

XS
SM
MD
LG