ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະເທດໄທ ປະກາດ ພາວະສຸກເສີນ ​ເປັນເວລາ 60 ມື້ (ສະໄລດ໌)


ພວກ​ປະ​ທ້ວງ ຖືປ້າຍຮ້ອງໂຮ ຕໍ່ໜ້າອະນຸສາວະລີ ໄຊສະໝໍຣະພູມ
ພວກ​ປະ​ທ້ວງ ຖືປ້າຍຮ້ອງໂຮ ຕໍ່ໜ້າອະນຸສາວະລີ ໄຊສະໝໍຣະພູມ
ປະ​ເທດ​ໄທໄດ້​ປະກາດ​ພາວະ​ສຸກ​ເສີນ ເປັນ 60 ມື້ ​ໃນວັນ​ອັງ
ຄານ​ມື້​ນີ້ ໃນ​ການ​ເຄື່ອນ​ໄຫວ​ຕອບ ​ຕໍ່​ການ​ປະ​ທ້ວງ ມາ​ເປັນ
​ເວລາ​ຫຼາຍ​ອາທິດ ຂອງ​ຝ່າຍ​ຄ້ານ​ຢູ່​ບາງກອກ ທີ່​ແນ​ໃສ່​ເພື່ອ
​ໂຄ່ນ​ລົ້ມ​ລັດຖະບານ​ນັ້ນ.

​ເຈົ້າ​ໜ້າ​ທີ່​ໄທ​ກ່າວ​ວ່າ ດໍາລັດ​ພາວະ​ສຸກ​ເສີນ ຈະ​ເລີ້ມ​ມີ​ຜົນ
​ບັງຄັບ​ໃຊ້ ​ໃນ​ວັນ​ພຸດ​ມື້​ອື່ນ ​ແລະ​ຈະ​ກວມ​ເອົາ​ນະຄອນຫຼວງ
​ກັບ​ຂົງ​ເຂດ​ປະລິມົນທົນ. ​ພາວະ​ສຸກ​ເສີນ​ອໍານວຍ​ໃຫ້​ລັດຖະ
ບານ ມີສິດ​ປະກາດຫ້າມສັນຈອນ​ໃນ​ຍາ​ມກາງຄືນ ກວດກາ​
ສື່​ມວນ​ຊົນ​ໄດ້ ​ແລະ ຫ້າມ​ການ​ໂຮມ​ຊຸມນຸມ​ທາງ​ການ​ເມືອງ.

ບໍ່​ເປັນ​ທີ່​ແຈ້ງ​ຂາວ​ວ່າ ດໍາລັດ​ນີ້​ຈະ​ມີ​ຜົນ​ກະທົບ​ແນວ​ໃດ​ຕໍ່​ການ​ປະ​ທ້ວງ​ຂອງ​ຝ່າຍ​ຄ້ານ
ທີ່​ເຖິງ​ແມ່ນ​ຈະ​ມີ​ຂະໜາດ​ລຸດນ້ອຍ​ແລ້ວ​ໄປ​ແດ່​ແລ້ວ ​ແຕ່​ກໍ​ຍັງ​ມີຂຶ້ນ​ຢູ່​ບາງກອກໃນ​ວັນອັງ
ຄານ​ມື້​ນີ້ ​ເປັນ​ມື້​ທີ 8 ລຽນຕິດ. ​

ຝູງ​ຊົນ​ຈໍານວນ​ຫຼາຍ​ຮ້ອຍຄົນ ​ໄດ້​ເດີນຂະບວນຢູ່ຕາມ​ຖະໜົນຫົນທາງ​ໃນ​ບາງກອກ
ໂດຍການນໍາພາ​ຂອງຜູ້ນຳເຂົາເຈົ້າ ກໍ​ຄື​ທ່ານ​ສຸ​ເທບ ​ເທືອກ​ສຸບັນ ຜູ້​ຊຶ່ງ​ໄດ້​ຮັບການບໍລິຈາກ
ເງິນ ຈາກ​ພວກ​ທີ່​ໂບກ​ທຸງ ແລະ​ພວກ​ເປົ່າ​ໝາກຫວີດ ຢູ່ຕາມ​ເສັ້ນທາງນັ້ນ.


​ໂຄສົກ​ຂອງ​ພວກ​ປະ​ທ້ວງ ທ່ານ ອັກ​ຄະນາ​ດ ພຣົມພັນ ​ໄດ້​ກ່າວ​ວ່າ ມີ​ຄວາມ​ເປັນ​ຫວ່ງ​
ເປັນ​ໄຍ ​ໃນ​ເລື່ອງຄວາມ​ປອດ​ໄພ ຫຼັງ​ຈາກ​ທີ່​ໄດ້​ມີ​ການ​ໂຈມ​ຕີ​ຮ້າຍ​ແຮງ​ ຕໍ່​ພວກ​ປະ​ທ້ວງ
ຝ່າຍ​ຄ້ານ ຫວ່າງ​ໝໍ່ໆ​ມາ​ນີ້​.

ທ່ານ ອັກ​ຄະນາ​ດກ່າວ​ວ່າ: “ກອງ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ ​ແລະ​ພວກ​ຕໍາຫຼວດ​
ຄວນ​ຈະ​ພະຍາຍາມ​ເຮັດ​ໃຫ້​ດີ​ທີ່​ສຸດ, ກ່ອນ​ອື່ນໝົດ​ແມ່ນ​ຄວນ​ຈະ​ມີ​ການ​ຄຸ້ມ​ກັນ ​
ຮັກສາ​ຄວາມ​ປອດ​ໄພ​ໃຫ້​ກັບ​ປະຊາຊົນ ​ແລະ​ເຊັ່ນ​ກັນ ຕ້ອງຕາ​ມຫາ​ພວກ​ທີ່​ໂຈມຕີ
ທັງຫຼາຍ ທີ່​ຮັບຜິດ ຊອບ ມາ​ລົງໂທດ ​ໃນ​ຄວາມ​ຮຸນ​ແຮງ​ຄັ້ງ​ນີ້ ​ແລະ​ຄວາມວຸ້ນວາຍ​
ມື້​ກ່ອນນັ້ນ.”


ມີຢ່າງ​ໜ້ອຍ​ 28 ຄົນ​ໄດ້​ຮັບ​ບາດ​ເຈັບ​ ໃນມື້ວັນອາທິດ ຈາກ​ລະ​ເບີດ​ທີ່​ແຕກ​ຂຶ້ນສອງ​ຄັ້ງ
ໃກ້ໆ​ກັບ​ຄ້າຍພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ແຫ່ງນຶ່ງ. ​ໃນ​ມື້​ວັນສຸກທີ່​ຜ່ານ​ມາ​ນີ້ ​ກໍມີ​ຄົນ​ນຶ່ງ
​ໄດ້​ຖືກ​ສັງຫານ​ດ້ວຍ​ລະ​ເບີດອີກລູກນຶ່ງ ​ໃນ​ນະຄອນຫຼວງ​ຂອງ​ໄທ.

XS
SM
MD
LG