ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສານໄທຕັດສິນໂທດ ຈໍາຄຸກ 20 ປີ ຊາຍໄທຄົນນຶ່ງ ໃນຂໍ້ຫາໝິ່ນປະໝາດກະສັດ


ສານໄທຕັດສິນໂທດ ຈໍາຄຸກ 20 ປີ ຊາຍໄທຄົນນຶ່ງ ໃນຂໍ້ຫາໝິ່ນປະໝາດກະສັດ
ສານໄທຕັດສິນໂທດ ຈໍາຄຸກ 20 ປີ ຊາຍໄທຄົນນຶ່ງ ໃນຂໍ້ຫາໝິ່ນປະໝາດກະສັດ

ສານ​ແຫ່ງ​ນຶ່ງ​ໃນ​ປະ​ເທດ​ໄທ ​ໄດ້​ຕັດສິນ​ໃຫ້​ຊາຍ​ຄົນ​ນຶ່ງ​ຈໍາ​ຄຸກ 20 ປີ ​ໃນ​ຂໍ້​ຫາ​ສົ່ງ​ຂໍ້ຄວາມ
ທາງ​ໂທລະສັບ​ມື​ຖື ທີ່​ພວກ​ເຈົ້າໜ້າ​ທີ່​ໄທ​ກ່າວ​ວ່າ ​ເປັນ​ການ ໝິ່ນປະໝາດຕໍ່​ກະສັດ​ຂອງ​
ປະ​ເທດ.

ໃນວັນພຸດມື້ນີ້ສານ​ອາຍາທີ່​ບາງກອກ ​ໄດ້​ຕັດສິນ​ໃຫ້ນາຍອໍາພອນ ຕັ້ງນົບ​ພະ​ກຸນ ອາຍຸ
61 ປີ ມີ​ຄວາມ​ຜິດ​ຍ້ອນໄດ້​ສົ່ງ​ຂໍ້ຄວາມທີ່​ບໍ່​ເໝາະ​ສົມ 4 ສະບັບໃນ​ເດືອນພຶດສະພາ​ປີກາຍ
ໄປ​ຍັງ​ເລຂາ​ອະດີດ​ນາຍົກລັດຖະມົນຕີ​ ອະພິສິດ ​ເວດ​ຊາ​ຊີວະ.

ພວກ​ເຈົ້າໜ້າ​ທີ່​ໄທ​ບໍ່​ໄດ້​ເປີດ​ເຜີຍ​ເນື້ອ​ໃນ​ຂອງ​ຂໍ້ຄວາມ​ດັ່ງກ່າວ ​ແຕ່​ກໍ​ເວົ້າວ່າມັນ​ເປັນ​ຂໍ້ຄວາມ
ທີ່​ຖືວ່າ ໝິ່ນປະໝາດກະສັດ ​ແລະເຮັດ​ໃຫ້​ຜູ້ໄດ້​ຮັບ​ຂໍ້ຄວາມ​ດັ່ງກ່າວບໍ່ພໍ​ໃຈ.

ນາຍ​ອໍາພອນ ຜູ້​ທີ່ຮູ້​ໃນ​ອີກ​ຊື່​ນຶ່ງ​ໃນ​ໄທ​ນັ້ນ ວ່າ Uncle SMS ຫລື​ລຸງ SMS ຢືນຢັດວ່າ
ລາວ​ບໍ່​ມີ​ຄວາມ​ຜິດ​ໃດໆ ​ໂດຍ​ກ່າວ​ວ່າລາວ​ບໍ່​ໄດ້​ເປັນເຈົ້າ ຂອງບັດຊິ​ມຄາດທີ່ສົ່ງ​ຂໍ້ຄວາມ​ດັ່ງ
ກ່າວ​ໄປ.

ນາຍ​ອໍາພອນ ຖືກ​ຈັບ​ກຸມ​ໃນ​ເດືອນ​ສິງຫາ​ປີຜ່ານມາ ໃນ​ຂໍ້​ຫາ​ຝ່າຝືນ​ກົດ ໝາຍ​ສີ່​ກະທົງ
ກ່ຽວກັບອາດຊະ​ຍາ​ກໍາ​ທາງຄອມ​ພິວ​ເຕີ ​ແລະກົດລະບຽບ ກ່ຽວກັບກົດໝາຍ​ອາຍາ​ຂອງ​
ປະ​ເທດ ຊຶ່ງ​ຖືວ່າເປັນຄວາມຜິດທາງອາຍາ ໃນການໝິ່ນປະໝາດຕໍ່ກະສັດ.

ພວກ​ນັກ​ສັງ​ເກດ​ການ​ບາງ​ຄົນ​ກ່າວ​ວ່າ ​ເມື່ອບໍ່​ດົນ​ມາ​ນີ້ ໄທ​ໄດ້ເພີ່ມການ ຕັດສິນ​ລົງໂທດ​
ຕໍ່​ພວກ​ທີ່​ກ່າວກັນວ່າໄດ້ໝິ່ນປະໝາດຕໍ່ກະສັດແລະພະບໍ ລົມວົງສານຸວົງ.

XS
SM
MD
LG