ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານລັດຖະທຳມະນູນຂອງໄທ ກຳນົດການອອກຄຳຕັດສິນ ກ່ຽວກັບການດຳລົງຕຳແໜ່ງ ຂອງນາຍົກ ປຣະຢຸດ ຈັນໂອຊາ ໃສ່ວັນທີ 30 ກັນຍາ


ແຟ້ມພາບ - ນາຍົກລັດຖະມົນຕີໄທ ທ່ານປຣະຢຸດ ຈັນໂອຊາ ສະແດງປະຕິກິລິຍາ ຫຼັງຈາກການລົງຄະແນນສຽງບໍ່ໄວ້ວາງໃຈ ຕໍ່ທ່ານ ໄດ້ຖືກຜ່າຍແພ້ ຢູ່ທີ່ສະພາແຫ່ງຊາດ ໃນນະຄອນຫຼວງບາງກອກ, ວັນທີ 23 ກໍລະກົດ 2022.
ແຟ້ມພາບ - ນາຍົກລັດຖະມົນຕີໄທ ທ່ານປຣະຢຸດ ຈັນໂອຊາ ສະແດງປະຕິກິລິຍາ ຫຼັງຈາກການລົງຄະແນນສຽງບໍ່ໄວ້ວາງໃຈ ຕໍ່ທ່ານ ໄດ້ຖືກຜ່າຍແພ້ ຢູ່ທີ່ສະພາແຫ່ງຊາດ ໃນນະຄອນຫຼວງບາງກອກ, ວັນທີ 23 ກໍລະກົດ 2022.

ສານລັດຖະທຳມະນູນຂອງໄທ ໄດ້ກຳນົດວັນເວລາ ເມື່ອໃດທີ່ຕົນຈະອອກຄຳຕັດສິນ ກ່ຽວກັບສະຖານະຂອງນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ທີ່ຖືກໂຈະໄວ້ນັ້ນ.

ສານສູງສຸດຂອງປະເທດ ໄດ້ປະກາດໃນວັນພຸດວານນີ້ ວ່າ ຕົນ​ຈະ​ປະ​ກາດຄຳຕັດສິນໃນວັນທີ 30 ກັນຍາ ກ່ຽວກັບວ່າ ທ່ານປຣະຢຸດ ສາມາດດຳລົງຕຳແໜ່ງ ຕໍ່ໄປໄດ້ຫຼືບໍ່.

ອະດີດຜູ້ບັນຊາການທະຫານ ໄດ້ຢຶດອຳນາດໃນປີ 2014 ໂດຍການກໍ່ລັດຖະ ປະຫານ ທີ່ໄດ້ໂຄ່ນລົ້ມລັດຖະບານ ທີ່ຖືກເລືອກມາຢ່າງເປັນປະຊາທິປະໄຕ ຂອງນາຍົກລັດຖະມົນຕີ ຍິ່ງຣັກ ຊິນ​ນະວັດ. ພັກຝ່າຍຄ້ານໄດ້ຍື່ນຄຳຮ້ອງທ້າທາຍທາງດ້ານກົດໝາຍ ທີ່ວ່າ ທ່ານປຣະຢຸດ ໄດ້ຢູ່ໃນຕຳແໜ່ງເກີນກວ່າ ທີ່ລັດຖະທຳມະນູນໄດ້ກຳນົດໄວ້ ຄື ແປດປີ.

ແຕ່ພວກທີ່ສະໜັບສະໜຸນທ່ານປຣະຢຸດ ໄດ້ໂຕ້ງແຍ້ງວ່າ ການດຳລົງຕຳແໜ່ງທີ່ແທ້ຈິງ ເລີ້ມຂຶ້ນໃນປີ 2017 ເມື່ອລັດຖະທຳມະນູນສະບັບໃໝ່ຂອງໄທ ໄດ້ຖືກບັງຄັບໃຊ້ ຫຼື ແມ່ນກະທັງວ່າ ໄວສຸດ ກໍຄືໃນປີ 2019 ເມື່ອສະພາໄດ້ເລືອກເອົາທ່ານໃ ຫ້ເປັນຫົວໜ້ານຳພາລັດຖະບານປະສົມ ຫຼັງຈາກການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG