ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານລັດຖະທຳມະນູນ ຮັບເອົາຄະດີ ທີ່ຈະຟ້ອງ ທ່ານນາງ ຍິ່ງລັກ ຊິນນະວັດ (ວີດີໂອ)


ພວກປະທ້ວງໄທ ຖືປ້າຍຂັບໄລ່ ນາຍົກລັດຖະມົນຕີ ທ່ານນາງ ຍິ່ງລັກ ຊິິນນະວັດ ໃຫ້ອອກຈາກຕຳແໜ່ງ.
ພວກປະທ້ວງໄທ ຖືປ້າຍຂັບໄລ່ ນາຍົກລັດຖະມົນຕີ ທ່ານນາງ ຍິ່ງລັກ ຊິິນນະວັດ ໃຫ້ອອກຈາກຕຳແໜ່ງ.
ສານ​ລັດຖະທຳ​ມະນູ​ນ​ໄທ ​ໄດ້​ເຫັນ​ດີ ທີ່​ຈະ​ພິຈາລະນາ
ການ​ທ້າ​ທາຍທາງ​ດ້ານກົດໝ​າຍ ຕໍ່ນາຍົກລັດຖະມົນຕີ
ທີ່ພວມດີ້ນຮົນຂອງປະ​ເທດທ່ານ​ນາງ ຍິ່ງລັກ ຊິນນະ​ວັດ.

​ໃນ​ວັນ​ພຸດມື້ນີ້ ສານ​ໄ​ດ້ຮັບ​ເອົາ​ຄະດີ ທີ່​ໄດ້​ນຳ ​ສະ​ເໜີໂດຍ
ກຸ່ມ​ຜູ້ແທນຕໍ່ຕ້ານ ລັດຖະບານ. ສຳນວນຟ້ອງ​ກ່າວ​ວ່າ ທ່ານ​
ນາງ ຍິ່ງລັກ ​ໄດ້​ຝ່າ​ຝືນ​ລັດ​ຖະທຳມະນູນ ​ໂດຍ​ໄດ້ປົດ ສະມາ​
ຊິກສະພາ​ຄວາມ​ໝັ້ນຄົງ​ແຫ່ງຊາດຄົນນຶ່ງ ​ໂດ​ຍມີການກ່າວ​
ຫາວ່າຍ້ອນ ​ເຫດຜົນ​ທາ​ງດ້ານ​ການ​ເມືອງ​ ໃນ​ປີ 2011.

ນອກນັ້ນແລ້ວ ນາຍົກລັດຖະມົນຕີ ຍັງ​ເປັນ​ເປົ້າ​ໝາຍ​ຂອງ​
ການ​ສືບສວນ​ໂດຍ ຄະນະ​ກຳມະການຕ້ານຄໍຣັບຊັ່ນແຫ່ງ​ຊາດ ​ໃນ​ບົດບາດ​ຂອງທ່ານ​ນາງກ່ຽວ​ກັບ​ໂຄ​ງການຈຳນຳເຂົ້າ ທີ່​ເຮັດ​ໃຫ້​ລັດຖະບານເສຍ​ຫາຍຫລາຍ​ພັນ​ລ້ານ​ໂດ​ລາ.

ຖ້າ​ກຫາກ​ພົບ​ເຫັນວ່າ ມີ​ຄວາມ​ຜິດ ​ໃນ​ຄະດີ​ໃດ​ ຄະດີ​ນຶ່ງ ທ່ານ​ນາງ ຍິ່ງລັກ ອາດ​ຈະ​ປະ​
ເຊີນ​ໜ້າ​ກັບ​ການ​ຖືກປົດອອກ​ຈາກຕຳແໜ່​ງ. ລັດຖະບານ​ຂອງທ່ານ​ນາງ ​ໄດ້​ຖືກ​ໂຈມ​ຕີໂດຍຄື້ນຟອງ​ການປະ​ທ້ວງຕໍ່ຕ້ານລັດຖະບານ ນັບ​ຕັ້ງ​ແຕ່ ​ເດືອນ​ພະ​ຈິກ​ປີ​ກາຍ​ນີ້ເປັນ
ຕົ້ນມາ.

ມີຢ່າງ​ໜ້ອຍ 24 ຄົນ ​ໄດ້​ເສຍ​ຊີວິດ​ຈາກ​ການ​ປະ​ທ້ວງ ຮວມ​ທັງອີກຄົນ​ນຶ່ງຢູ່ ບ່ອນ​ປະ​ທ້ວງຂອງພວກ​ຝ່າຍ​ຄ້ານ ​ໃນ​ວັນ​ອັງຄານ​ວານ​ນີ້ ທີ່ບາງກອກ. ນີ້​ເປັນ​ຄວາມຮຸນ​ແຮງ​
ທາງ​ດ້ານ​ການ​ເມືອງ​ຂອງ​ໄທທີ່ຮ້າຍແຮງສຸດ ນັບ​ຕັ້ງ​ແຕ່​ປີ 2010 ເປັນຕົ້ນມາ.

ພວກ​ປະ​ທ້ວງ ພາກັນ​ຮຽກຮ້ອງ​ໃຫ້ນາ​ຍົກ​ລັດຖະມົນຕີ ຍິ່ງລັກ ຊິນນະ​ວັດ ລາອອກ ເຂົາ​
ເຈົ້າກ່າວ​ວ່າ ລັດຖະບານຂອງ​ທ່ານ​ນາງ ແມ່ນສໍ້​ລາດ​ບັງ​ຫລວງແບບ ປົວແປງບໍ່ໄດ້ແລະ
​ຄວບ​ຄຸ​ມ​ໂດຍອ້າຍ​ຂອງ​ທ່ານ​ນາງ ອະດີດນາຍົກລັດຖະມົນຕີ ທັກສິນ ຊິນນະ​ວັດ.

ວີດີໂອ ໂຄງການຈຳນຳເຂົ້າ
Controversial Rice Scheme Risks Thai Ruling Party's Popularity
please wait

No media source currently available

0:00 0:02:40 0:00
ລິງໂດຍກົງ
XS
SM
MD
LG