ປະເທດໄທກຳລັງພິຈາລະນາຮ່າງກົດໝາຍ ທີ່ແນໃສ່ການກະທຳຜິດ ທາລຸນ ແລະການທຳຮ້າຍສິດທິມະນຸດຕ່າງໆ.
ຮ່າງກົດໝາຍສະບັບນຶ່ງທີ່ຈະນຳສະເໜີຕໍ່ ສະພາແຫ່ງຊາດ ໄດ້ກ່າວເຖິງການລົງໂທດຫລາຍໆຢ່າງ ຮວມທັງການຕັດສິນຕິດຄຸກເຖິງ 20 ປີແກ່ບັນດາເຈົ້າໜ້າທີ່ ທີ່ຖືກຕັດສິນຂອງການປະພຶດທາລຸນ ຕິດຄຸກເຖິງ 30 ປີ ຖ້າຫາກການທາລຸນດັ່ງກ່າວນີ້ ນຳໄປສູ່ການບາດເຈັບທີ່ຮ້າຍແຮງ ແລະຕິດຄຸກຕະຫລອດຊີວິດ ຖ້າຫາກຜູ້ເຄາະຮ້າຍເສຍຊີວິດ.
ຮ່າງກົດໝາຍໄດ້ຮັບເອົາໂດຍລັດຖະບານ ແລະຜ່ານການທົບທວນຈາກສະພາ.
ປະທດໄທໄດ້ປະເຊີນໜ້າກັບການຕິຕຽນຢ່າງກວ້າງຂວາງ ກ່ຽວກັບຮ່າງກົດໝາຍ ສິດທິມະນຸດ ແລະການປົກປ້ອງ. ຄະນະກຳມະການສະມາຊິກສະຫະປະຊາຊາດ ກ່ຽວກັບຫາຍສາບສູນ ໂດຍການບັງຄັບການກ່າວວ່າ ໄດ້ບັນລຸພຽງເລັກນ້ອຍເທົ່ານັ້ນ ໃນຄວາມເປັນ ຫ່ວງຕໍ່ຄວາມເຊື່ອຖືດ້ານກົດໝາຍ ໃນບັນດາຄະດີການບັງຄັບຫາຍສາບສູນ.
ກຸ່ມປະຕິບັດງານສະຫະປະຊາຊາດ ກ່ຽວກັບການບັງຄັບ ຫລືການຫາຍສາບສູນທີ່ບໍ່ສະ ໝັກໃຈ ໄດ້ບັນທຶກ 82 ຄະດີຂອງການບັງຄັບຫາຍສາບສູນຢູ່ໃນປະເທດໄທ ນັບແຕ່ປີ 1980 ເປັນຕົ້ນມາ.
ທ່ານນາງ Angkhana Neelapaichit ຄະນະກຳມາທິການ ສິດທິມະນຸດແຫ່ງຊາດ ຊຶ່ງສາມີຂອງທ່ານນາງເປັນທະນາຍຄວາມມຸສລິມ ກ່າວວ່າ ສານໄດ້ລົ້ມແຫລວຢ່າງຕໍ່ເນື່ອງໃນການຖະແຫລງເຖິງຄະດິີຂອງການບັງຄັບຫາຍສາບສູນ ທ່ານ Somchai Neelapaichit ໄດ້ຫາຍສາບສູນໃນເດືອນມີນາ ປີ 2004.
ທ່ານນາງ Ankhana ໄດ້ກ່າວວ່າ “ໃນ 12 ປີທີ່ຜ່ານມາ ພວກເຮົາໄດ້ຍິນຫລາຍຄະດີຂອງການບັງຄັບຫາຍສາບສູນຢູ່ໃນປະເທດໄທ. ແຕ່ວ່າບໍ່ມີຮອດ ນຶ່ງຄະດີຄວາມທີ່ສາມາດຜ່ານເຂົ້າເຖິງສານ. ສ່ວນໃຫຍ່ຂອງບັນດາຄອບຄົວຜູ້ເຄາະຮ້າຍ ພາກັນຢ້ານກົວ ແລະເຂົາເຈົ້າບໍ່ກ້າເວົ້າອອກມາ.”
“ທ່ານ Somchai ເຄີຍໄດ້ບອກຂ້າພະເຈົ້າວ່າ ມີຫລາຍຄະດີຂອງຄົນຢູ່ພາກໃຕ້ປະເທດໄທທີ່ໄດ້ຖືກລັກພາໂຕ ແລະຫາຍສາບສູນ. ແຕ່ວ່າພວກເຮົາບໍ່ສາມາດເຮັດຫຍັງໄດ້. ທ່ານນາງກ່າວວ່າ ທ່ານໄດ້ເວົ້າວ່າ ພວກເຮົາບໍ່ສາມາດເຮັດຫຍັງໄດ້ໝົດເພາະວ່າ ເຂົາເຈົ້າບໍ່ມີຫລັກຖານໃດໆ.”