ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະເທດໄທ ໃຫ້ການຢືນຢັນ ກໍລະນີ ທີ 2 ຂອງໂຣກ MERS


ແຜນທີ່ໄທ
ແຜນທີ່ໄທ

ປະ​ເທດ​ໄທ​ ໄດ້​ໃຫ້ການ​ຢືນຢັນກ່ຽວ​ກັບ​ກໍລະນີ​ທີ​ສອງຂອງ​ໂຣກ
ລະ​ບົບຫາຍໃຈ​ອັກເສບ​ຮ້າຍ​ແຮງ​ຈາກ​ພາກ​ຕາ​ເວັນ​ອອກ​ກາງຫຼື
MERS.

ກະຊວງ​ສາທາ​ລະນະ​ສຸກ​ຂອງ​ໄທ​ ກ່າວ​ໃນ​ວັນ​ອາທິດ ​ມື້ນີ້ວ່າ​ ​
ໂຣກດັ່ງກ່າວ​ໄດ້​ຖືກ​ກວດ​ພົບນຳ​ຜູ້​ຊາຍຊາວ​ໂອ​ມານ​ອາຍຸ 71
ປີ​ຄົນ​ນຶ່ງ​ ທີ່​ເດີນທາງ​ໄປ​ເຖິງບາງກອກ​ ​ໃນມື້ວັນ​ສຸກ​ຜ່ານ​ມານີ້.

ພວກ​ເຈົ້າໜ້າ​ທີ່​ກຳລັງ​ຕິດຕາມ​ເບິ່ງ​ອາການຂອງ​ຜູ້​ຄົນ​ຈຳນວນ
​ນຶ່ງ ທີ່​ໄດ້​ມີ​ການສຳຜັດ​ກັບຜູ້​ຊາຍ​ຄົນ​ນີ້ ຮວມທັງ​ລູກ​ຊາຍ​ຂອງ​
ລາວ.

ກໍລະນີ​ທຳ​ອິດ​ຂອງ​ MERS ຢູ່​ໄທ ກໍໄດ້ພົບ​ເຫັນນຳ​ຜູ້​ຊາຍ​ຊາວ​ໂອ​ມານ ​ອີກ​ຄົນ​ນຶ່ງ ໃນ​ປີ​
ກາຍ​ທີ່​ລອດ​ຊີວິດມາ​ໄດ້​ຈາກ​ໂຣກດັ່ງກ່າວ.

ໂຣກ MERS ​ແມ່ນ​ມີ​ສາ​ເຫດ​ມາ​ຈາກ​ເຊື້ອ​ໂຄ​ໂຣນາ​ໄວ​ຣັສ​ຊຶ່ງ​ເປັນ​ຄອບຄົວ​ດຽວກັນ​ເຊື້ອ
​ໄວຣັສ ທີ່​ກໍ່​ໃຫ້​ເກີດ​ການລະ​ບາດ​ ຂອງ​ໂຣກລະບົບ​ຫາຍ​ໃຈ​ອັກ​ເສບ​ຮ້າຍ​ແຮງ SARS ທີ່​
ປະ​ເທດ​ຈີນ​ໃນ​ປີ 2003.

​ໂຣກ MERS ​ໄດ້​ຖືກ​ພົບ​ເຫັນ​ ຢູ່​ໃນ​ມະນຸດ​ເປັນ​ເທື່ອ​ທຳ​ອິດ ​ທີ່​ປະ​ເທດ​ຊາ​ອຸ​ດີ ອາຣາ​ເບຍ​
ໃນ​ປີ 2012.​ ກໍລະນີ​ສ່ວນ​ໃຫຍ່ຂອງ​ໂຣກດັ່ງກ່າວ​ນີ້ ​ແມ່ນ​ເກີດ​ຂຶ້ນຢູ່​ໃນພາກ​ຕາ​ເວັນ​ອອກ​
ກາງ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG