ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ແລະຈີນ ຈະ​​ເຊັນ​ ຂໍ້​ຕົກລົງ ສ້າງທາງ ລົດໄຟ ມູນ​ຄ່າ​ 5 ພັນ​ລ້ານ​ໂດ​ລາ


ລົດໄຟຄວາມໄວສູງ ທີ່ເຊື່ອມໂຍງນະຄອນຊຽງໄຮ້ ແລະຄຸນໝິງ ໃນແຂວງຢຸນນານ.
ລົດໄຟຄວາມໄວສູງ ທີ່ເຊື່ອມໂຍງນະຄອນຊຽງໄຮ້ ແລະຄຸນໝິງ ໃນແຂວງຢຸນນານ.

​ໃນ​ການ​ຊຸກຍູ້ພື້ນຖານ​ໂຄງ​ລ່າງ ດ້ານ​ການ​ຂົນ​ສົ່ງ​ທີ່​ສຳຄັນ​ຂອງ​ປະ​ເທດ​ໄທ ລັດຖະ
ບານ​ທະຫານ ​ມີ​ກຳນົດ​ທີ່​ຈະເຊັນ​ຂໍ້​ຕົກລົງ ທີ່​ມີ​ມູນ​ຄ່າ​ຫຼາຍ​ກວ່າ 5 ພັນ​ລ້ານ​ໂດ​ລາ​ກັບ
​ຈີນ ​ໃນ​ການ​ສ້າງ​ລະບົບທາງ​ລົດ​ໄຟ​ຄວາມ​ໄວ​ສູງ.

​ຂັ້ນ​ຕົ້​ນຂອງ​ທາງ​ລົດ​ໄຟ ຊຶ່ງມີ​ຄວາມ​ຍາວ 252 ກິ​ໂລ​ແມັດ​ ຈາກ​ບາງກອກ​ໄປ​ຫາ​ນະຄອນຣາດຊະ​ສີມາ ​ແມ່ນເປັນ​ບາດ​ກ້າວ​ສຳຄັນ​ຂອງ​ເສັ້ນທາງ ​ຊຶ່ງເວລາ​ໃດ​ສ້າງສຳ
ເລັດ​ ທາງ​ລົດ​ໄຟສາຍນີ້ທີ່​ຈະມີ​ຄວາມ​ຍາວຫຼາຍ​ກວ່າ 1,260 ກິ​ໂລ​ແມັດ ແມ່ນໄປ​ຫາ
ເມືອງ​ຄຸນ​ໝິງ ​ໃນ​ແຂວງ​ຢຸນນານ ​ຂອງ​ປະ​ເທດ​ຈີນ. ​ໃນ​ຂັ້ນ​ຕໍ່ໆ​ໄປກໍ​ຈະເນັ່ງ​ໄປ​ຫາຊາຍ
​ແດນ​ໄທ​ກັບ​ລາວ.

ບັນດາ​ນັກວິ​ເຄາະ​ເຫັນ​ວ່າ ​ທາງ​ລົດ​ໄຟນີ້ ​ເປັນ​ສ່ວນ​ນຶ່ງ ຂອງ​ຂໍ້​ລິ​ເລີ້ມ ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນທາງຂອງ​ຈີນ ​ໂດຍ​ຈະຂະ​ຫຍາ​ຍການ​ຄ້າ ​ແລະ​ການ​ລົງ​ທືນ ໃນ​ຂົງ​ເຂດ. ​ໂຄ​ງການ
ນີ້ ​ຍັງໄດ້​ສະ​ແດງ​ໃຫ້​ເຫັນເຖິງ​ການ​ມີ​ອິດ​ທິພົນ​ເພີ້ມຂຶ້ນ ​ຢູ່​ໃນ​ຂົງ​ເຂດ.

ຂໍ້​ຕົກລົງ​ດັ່ງກ່າວ ຄາດ​ວ່າ​ຈະ​ເຊັນກັນ​ໃນ​ເດືອນ​ກໍລະກົດ​ນີ້ ຫລັງ​ຈາກເກືອບສອງ​ປີທີ່​
ໄດ້​ມີ​ການ​ຊັກ​ຊ້າ ​ໃນ​ການເຈລະຈາ​ກ່ຽວ​ກັບລາຍ​ລະອຽດຂັ້ນສຸດ​ທ້າຍຂອງ​ສັນຍາ ຊຶ່ງ
​ຈະ​ມີ​ການ​ເປີດ​ເຜີຍຕາມ​ພາຍຫຼັງ.

ການ​ຕົກລົງນີ້ ​ຍັງ​ພາ​ໃຫ້​ມີ​ການ​ຕ້ອງ​ຕິ​ຢ່າງ​ກວ້າງຂວາງ ຕໍ່​ການ​ໃຊ້​ອຳນາດ​ຂອງ​ລັດ
ຖະບານ ຢູ່​ໃນລັດຖະທຳ​ມະນູນ​ສະບັບ​ຊົ່ວຄາວ.

ບັນດາ​ນັກ​ເສດຖະສາດ​ກ່າວ​ວ່າ ການ​ລົງ​ທືນໃນພື້ນຖານໂຄງ​ລ່າງທາງ​ລົດ​ໄຟ​ຢູ່ໃນ
ປະ​ເທດ​ໄທ ແມ່ນ​ຖື​ວ່າ​ເປັນ​ບູລິ​ມະ​ສິດ.

ຍາ​ນາງພະ​ວິ​ດາ ປະ​ນາ​ນົນ ຮອງສາດ​ສະ​ດາ​ກ່ຽວ​ກັບ​ການ​ສຶກສາດ້ານທຸ​ລະ​ກິດ​ທີ່​
ມະຫາວິທະຍາ​ໄລ​ທຳ​ມະ​ສາດ ກ່າວ​ວ່າ ​ການ​ປັງ​ປຸງ​ທົ່ວ​ໄປ​ຕໍ່​ລະບົບການ​ຂົນ​ສົ່ງຂອງ
​ປະ​ເທດ​ໄທ ​ແມ່ນ​ເປັນ​ເລື່ອງ​ທີ່​ດີ.

ຜູ້ຊາຍຄົນນຶ່ງຢ່າງຜ່ານລາງລົດໄຟ ທີ່ຈອດໄວ້ໃນບາງກອກອກ.
ຜູ້ຊາຍຄົນນຶ່ງຢ່າງຜ່ານລາງລົດໄຟ ທີ່ຈອດໄວ້ໃນບາງກອກອກ.

ປະ​ເທ​ດອື່ນໆ ​ຮວມທັງ​ຍີ່​ປຸ່ນ ​ແລະ​ເກົາຫລີ​ໃຕ້ ​ຕ່າງ​ກໍໄດ້​ນຳ​ສະ​ເໜີແຜນ​ການ ແລະ
ຂໍ້​ສະ​ເໜີຕ່າງໆເພື່ອ​ປັບປຸງ​ລະບົບ​ທາງ​ລົດ​ໄຟ​ ​ເມື່ອ​ສອງ​ສາມ​ປີຜ່າ​ນມານີ້.

ນາຍົກລັດຖະມົນຕີໄທ ທ່ານ ປຣະຍຸດ ຈັນໂອຊາ ກຳລັງຟັງການເປີດກອງປະຊຸມສຸດຍອດ ການຮ່ວມມືເສດຖະກິດເອເຊຍປາຊີຟິກ (APEC) ທີ່ນະຄອນມານິລາ ຟິລິປປີນ ທີ 19 ພະຈິກ 2015.
ນາຍົກລັດຖະມົນຕີໄທ ທ່ານ ປຣະຍຸດ ຈັນໂອຊາ ກຳລັງຟັງການເປີດກອງປະຊຸມສຸດຍອດ ການຮ່ວມມືເສດຖະກິດເອເຊຍປາຊີຟິກ (APEC) ທີ່ນະຄອນມານິລາ ຟິລິປປີນ ທີ 19 ພະຈິກ 2015.

ຍານາງພະ​ວິ​ດາ ກ່າວ​ວ່າ “​ເປັນ​ການດີ​ສຳ​ລັບປະ​ເທດ​ໄທ ​ແລະເປັນ​ການດີ​ສຳລັບ​
ທຸລະ​ກິດ​ໄທ. ຂ້າພ​ະ​ເຈົ້າ​ຢາກ​ເວົ້າ​ຢ່າງ​ແຈ່ມ​ແຈ້ງວ່າ ແມ່ນ​ແລ້ວ ​ເພາະວ່າ​ປະ​ເທດ​ໄທ
ມີ​ຄວາມ​ຕ້ອງການເປັນ​ທີ່​ສຸດ ໃນ​ການ​ປັບປຸງໂຄງ​ລ່າງ​ພື້ນຖານໃຫ້​ດີ​ຂຶ້ນ ​ໂດຍ​ສະ​
ເພາະແມ່ນ​ກ່ຽວ​ກັບ​ການ​ຂົນ​ສົ່ງ.”

ຍາ​ນາງ​ກ່າວ​ວ່າ ປະ​ເທດ​ໄທປະ​ເຊີນ​ໜ້າ​ກັບ​ບັນຫາ​ໃນ​ດ້ານ​ພະລາທິການ​ກ່ຽວ​ກັບ
ການ​ຂົນ​ສົ່ງ​ທີ່​ສູງ ​ເນື່ອງຈາກ​ກາງ​ຕໍ່​ອາ​ໄສໃສ່ເສັ້ນທາງຕ່າງໆ​ຫຼາຍ​ໂພດ.

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG