ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການໄທ ໄດ້ຫັນປ່ຽນການຂົນສົ່ງສິນຄ້າໄປຈີນ ຈາກທາງເຮືອ ສູ່ການຂົນສົ່ງໂດຍທາງລົດໄຟ ລາວ-ຈີນ


ຮູບພາບການຂົນສົ່ງສິນຄ້າທາງລົດໄຟ ລະຫວ່າງລາວ-ໄທ.
ຮູບພາບການຂົນສົ່ງສິນຄ້າທາງລົດໄຟ ລະຫວ່າງລາວ-ໄທ.

ທາງການໄທ ເພີ້ມການສົ່ງສິນຄ້າໄປຈີນໂດຍລົດໄຟ ລາວ-ຈີນ ທີ່ສະດວກວ່ອງ ໄວ ແລະປະຢັດກວ່າການຂົນສົ່ງທາງເຮືອ ໃນແມ່ນໍ້າຂອງ ໂດຍຄາດວ່າຈະສົ່ງຢາງພາລາ ແລະເຂົ້າເກີນກວ່າ 6 ລ້ານໂຕນໄປຈີນ, ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານອະລົງກອນ ພົນບຸດ ທີ່ປຶກສາລັດຖະມົນຕີກະຊວງກະເສດ ແລະສະຫະ ກອນຖະແຫຼງວ່າ ທາງການໄທໄດ້ມີການປັບປ່ຽນວິທິການຂົນສົ່ງສິນຄ້າກະເສດໄປຈີນ ໂດຍຂະບວບລົດໄຟລາວ-ຈີນເປັນຄັ້ງທໍາອິດ ໃນວັນທີ 26 ມັງກອນ 2022 ແລະຈະຍັງສືບຕໍ່ການຂົນສົ່ງສິນຄ້າອອກໄປຈີນດ້ວຍວິທີການນີ້ເພີ້ມຂຶ້ນ ເພາະວ່າມີຄວາມສະດວກວ່ອງໄວ ແລະປະຢັດກວ່າ ການຂົນສົ່ງທາງເຮືອໃນແມ່ນໍ້າຂອງ ໂດຍຄາດວ່າໄທຈະສົ່ງສິນຄ້າກະສິກໍາເຊັ່ນ ຢາງພາລາ ແລະເຂົ້າ ສານໄປຈີນດ້ວຍລົດໄຟລາວ-ຈີນໃນປີ 2022 ນີ້, ຄິດເປັນປະລິມານລວມເກີນກວ່າ 6 ລ້ານໂຕນ ເຊິ່ງຍັງບໍ່ລວມເຖິງໝາກໄມ້ 22 ຊະນິດ ທີ່ລັດຖະບານຈີນອະນຸຍາດໃຫ້ນໍາເຂົ້າຈາກໄທໃນໄລຍະຕໍ່ໄປ ດັ່ງທີ່ທ່ານອະລົງກອນ ໄດ້ໃຫ້ການຢືນຢັນວ່າ:

“ຢາງພາລາຂອງເຮົານີ້ ເຮົາເປັນເຈົ້າຕະຫຼາດໃນຈີນ ເຮົາກໍພ້ອມທີ່ຈະສົ່ງຢາງ ພາລາເທິງເສັ້ນທາງສາຍນີ້ ໂດຍບໍ່ຕ້ອງຜ່ານໄປທາງເຮືອ, ອັນດັບທີສອງກໍຄືເຂົ້າ ເຮົາກໍຄອງແຊັມໃນການສົ່ງເຂົ້າໄປຈີນອີກຄືກັນ ສອງລາຍການນີ້ກໍຈະມີບໍ່ຕໍ່າກວ່າ 6 ລ້ານໂຕນ ໝາກໄມ້ນີ້ເປັນເລື້ອງທີ່ເຮົາເຈລະຈາເລັ່ງດ່ວນທີ່ສຸດ ເຮົາໄດ້ເຮັດພິທີສານ ໃນການເປີດດ່ານໜອງຄາຍ-ດ່ານລົດໄຟບໍ່ຫານຂົນສົ່ງໝາກໄມ້ 22 ຊະນິດ.”

ໂດຍການທ່າເຮືອແຫ່ງປະເທດໄທລາຍງານວ່າ ການຂົນສົ່ງສິນຄ້າທາງເຮືອໃນແມ່ນໍ້າຂອງລະຫວ່າງ ຈີນ-ລາວ-ໄທ ໃນປີ 2021 ໄດ້ປັບໂຕຫຼຸດລົງເກີນກວ່າ 85 ເປີເຊັນ ທຽບໃສ່ປີ 2020 ໂດຍມີສາເຫດມາຈາກການລະບາດໂຄວິດ-19 ທີ່ເຮັດໃຫ້ທາງການຈີນຫ້າມບໍ່ໃຫ້ຂົນສົ່ງສິນຄ້າຈາກລາວແລະໄທໄປໃນແຂວງ ຢຸນນານ ນັບຕັ້ງແຕ່ເດືອນເມສາ 2021 ເປັນຕົ້ນມາ. ທັງນີ້ ໃນສະພາບການປົກກະຕິ ການຄ້າໃນແມ່ນໍ້າຂອງລະຫວ່າງ ຈີນ-ລາວ-ໄທ ຢູ່ທ່າເຮືອຊຽງແສນຈະມີມູນຄ່າລວມເກີນກວ່າ 50,000 ລ້ານບາດໃນແຕ່ລະປີ ຫາກແຕ່ນັບຈາກປີ 2020 ມາເຖິງປັດຈຸບັນນີ້ ກໍປະກົດວ່າການຄ້າທາງເຮືອໃນແມ່ນໍ້າຂອງລະຫວ່າງ ຈີນ-ລາວ-ໄທ ຢູ່ທ່າເຮືອຊຽງແສນ ຈັງຫວັດຊຽງຣາຍມີມູນຄ່າລວມພຽງ 7,500 ລ້ານບາດເທົ່ານັ້ນ.

ສ່ວນທ່ານຈຸຣິນ ລັກສະນະວິສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຄ້າໄທ ກໍໄດ້ມີຄໍາສັ່ງໃຫ້ເລັ່ງດໍາເນີນການເຈລະຈາຕົກລົງເປີດດ່ານການຄ້າຊາຍແດນ ກັບປະເທດເພື່ອນບ້ານ ໃຫ້ຫຼາຍຂຶ້ນໃນປີ 2022 ນີ້ ເພາະວ່າການລະບາດໂຄວິດ-19 ໄດ້ສົ່ງຜົນເຮັດໃຫ້ຕ້ອງປິດດ່ານຊາຍແດນໄທ ກັບປະເທດເພື່ອນບ້ານເຖິງ 51 ດ່ານຈາກທັງໝົດ 97 ດ່ານນັບແຕ່ປີ 2020 ເປັນຕົ້ນມາ, ສະນັ້ນ ເພື່ອເຮັດໃຫ້ມູນຄ່າການຄ້າຊາຍແດນເພີ້ມຂຶ້ນ ຈຶ່ງຈະຕ້ອງມີການເປີດດ່ານຊາຍແດນເພີ້ມຂຶ້ນນັ້ນເອງ.

ທັງນີ້ ໂດຍລາວກັບໄທມີດ່ານການຄ້າຊາຍແດນລະຫວ່າງກັນ 49 ດ່ານ, ຫາກແຕ່ວ່າດ້ວຍການລະບາດໂຄວິດ-19 ຈຶ່ງຕ້ອງປິດດ່ານຊາຍແດນສ່ວນໃຫຍ່ ເພື່ອສະກັດກັ້ນ ການລະບາດດັ່ງກ່າວ ໂດຍທາງການລາວ-ໄທອະນຸຍາດໃຫ້ຂົນສົ່ງສິນຄ້າຜ່ານດ່ານຊາຍແດນລະຫວ່າງກັນໄດ້ພຽງ 14 ດ່ານເທົ່ານັ້ນ, ຫາກແຕ່ວ່າທາງການໄທຈະເຈລະຈາກັບທາງການລາວ ເພື່ອໃຫ້ເປີດດ່ານການຄ້າຊາຍແດນເພີ້ມຂຶ້ນອີກ 6 ດ່ານ ທ່າເຮືອໃນນໍ້າຂອງ ຄືທ່າເຮືອຊຽງຄານ-ຊະນະຄາມ, ສີຊຽງໃໝ່-ນະຄອນຫຼວງວຽງຈັນ, ທ່າສະເດັດ-ທ່າເດື່ອ, ນະຄອນພະນົມ-ທ່າແຂກ, ມຸກດາຫານ-ສະຫວັນນະເຂດ ແລະນາຕານ-ລະຄອນເພັງ ພາຍໃຕ້ເປົ້າໝາຍທີ່ຈະເຮັດໃຫ້ການຄ້າຊາຍແດນລະຫວ່າງລາວ-ໄທ ກັບຄືນສູ່ສະພາວະປົກກະຕິໃຫ້ໄວທີ່ສຸດ.

ໂດຍໃນຊ່ວງເດືອນມັງກອນ-ພະຈິກ 2021, ໄທມີມູນຄ່າການຄ້າຊາຍແດນ ແລະການຄ້າຜ່ານແດນລວມກັນເກີນກວ່າ 1,570 ຕື້ບາດ, ໃນນີ້ເປັນການສົ່ງອອກຫຼາຍກວ່າ 947,813 ລ້ານບາດ ແລະນໍາເຂົ້າເກີນກວ່າ 626,025 ລ້ານບາດ ໂດຍໄທໄດ້ປຽບດຸນການຄ້າກວ່າ 321,788 ລ້ານບາດ ທີ່ລວມເຖິງໄດ້ປຽບດຸນການຄ້າຕໍ່ລາວ ແລະຈີນກວ່າ 132,052 ລ້ານບາດ ແລະ 23,833 ກວ່າລ້ານບາດຕາມລໍາດັບ.

ສ່ວນດ່ານພາສີເມືອງຄຸນໝິງຂອງຈີນລາຍງານວ່າ ນັບແຕ່ວັນທີ 3 ທັນວາ-17 ມັງກອນ 2022 ໄດ້ອະນຸຍາດການຂົນສົ່ງສິນຄ້າໂດຍລົດໄຟລາວ-ຈີນຈໍານວນ 153 ຖ້ຽວ ເຊິ່ງມີສິນຄ້າລວມ 59,500 ໂຕນ ແລະຄິດເປັນມູນຄ່າລວມຫຼາຍກວ່າ 1 ຕື້ຢວນທີ່ເປັນການຂົນສົ່ງສິນຄ້າຈາກຈີນມາລາວ ແລະໄທ.

XS
SM
MD
LG