ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ວ່າຈັງຫວັດຊຽງຣາຍ ເວົ້າວ່າ ພວກເດັກນ້ອຍ ແລະຄູຝຶກ ທີ່ຫາຍສາບສູນ ໄດ້ພົບແລ້ວ ຍັງມີຊີວິດ ຢູ່ໃນຖ້ຳ


ທະຫານ ແລະພວກກູ້ໄພ ພວມເຮັດວຽກ ຢູ່ຖ້ຳຫຼວງ ເພື່ອຊອກຫາທີມເຕະບານ ເດັກນ້ອຍ ແລະຄູຝຶກ ທີ່ຕົກຄ້າງຢູ່ໃນຖ້ຳ ທີ່ຈັງຫວັດຊຽງຣາຍ ໃນພາກເໜືອຂອງໄທ (ວັນທີ 1 ກໍລະກົດ 2018)
e
ທະຫານ ແລະພວກກູ້ໄພ ພວມເຮັດວຽກ ຢູ່ຖ້ຳຫຼວງ ເພື່ອຊອກຫາທີມເຕະບານ ເດັກນ້ອຍ ແລະຄູຝຶກ ທີ່ຕົກຄ້າງຢູ່ໃນຖ້ຳ ທີ່ຈັງຫວັດຊຽງຣາຍ ໃນພາກເໜືອຂອງໄທ (ວັນທີ 1 ກໍລະກົດ 2018) e

ທີມເຕະບານເດັກນ້ອຍ 12 ຄົນ ແລະຄູູຝຶກ ທີ່ຕົກຄ້າງຢູ່ໃນຖ້ຳ ທີ່ຖືກນ້ຳຖ້ວມ ໃນພາກ
ເໜືອຂອງໄທ ເມື່ອ 9 ມື້ກ່ອນ ໄດ້ຖືກພົບເຫັນແລ້ວວ່າມີຄວາມປອດໄພດີ ອີງຕາມຜູ້ວ່າ
ຣາຊການຈັງຫວັດ ຊຽງຣາຍ.

ທ່ານນະຣົງສັກ ໂອສົດທະນາກອນ ຜູ້ວ່າຣາຊະການຈັງຫວັດຊຽງຣາຍ ກ່າວຕໍ່ພວກນັກ
ຂ່າວ ໃນວັນຈັນມື້ນີ້ວ່າ ພວກເຮົາໄດ້ພົບແລ້ວ 13 ຄົນ ແມ່ນປອດໄພ ພວກເຮົາຈະເບິ່ງ
ແຍງເຂົາເຈົ້າ ຈົນກວ່າຈະສາມາດຍົກຍ້າຍພວກເຂົາເຈົ້າໄດ້. ພວກເຮົາຈະສົ່ງອາຫານ
ໄປໃຫ້ພວກເຂົາແລະທ່ານໝໍທີ່ສາມາດດຳນ້ຳໄດ້. ຂ້າພະເຈົ້າຍັງບໍ່ແນ່ໃຈວ່າ ພວກເຂົາ
ສາມາດກິນອາຫານໄດ້ຫຼືບໍ່ ຊຶ່ງພວກເຂົາບໍ່ໄດ້ກິນຫຍັງມາຊົ່ວຂະນະນຶ່ງແລ້ວ.

ມະນຸດກົບຂອງກອງທັບເຮືອໄທ ເຂົາເຈົ້າໄດ້ເຂົ້າໄປເຖິງທາງທີ່ສຳຄັນຢູ່ໃນຖ້ຳທີ່ຖືກນ້ຳ
ຖ້ວມໃນ ຕອນເຊົ້າວັນຈັນມື້ນີ້. ຍັງບໍ່ໄດ້ຍິນຄຳເວົ້າໃດໆຈາກນັກເຕະບານນ້ອຍທັງ 12
ຄົນ ທີ່ມີອາຍຸແຕ່ 11 ຫາ 16 ປີ ແລະຄູຝຶກ ທີ່ມີອາຍຸ 25 ປີ ຂອງພວກເຂົາເຈົ້າເທື່ອ ນັບ
ແຕ່ພວກເຂົາເຈົ້າໄດ້ຫາຍສາບສູນເມື່ອ 9 ມື້ກ່ອນ.

ຮູບວີດີໂອ ທີ່ມີຍັງບໍ່ທັນໄດ້ຮັບການຢືນຢັນ ຢ່າງເປັນອິດສະຫຼະ ກ່ຽວກັບ ທີມເຕະບານ ເດັກນ້ອຍ

ເຈົ້າໜ້າທີ່ກ່າວວ່າ ພວກມະນຸດກົບ ໄດ້ໄປຮອດທາງແຍກ ທີ່ສຳຄັນ ຢູ່ໃນຖ້ຳຫຼວງ ຈັງ
ຫວັດຊຽງຣາຍ ທີ່ຕັ້ງຢູ່ໃນພາກເໜືອຂອງໄທ ບ່ອນທີ່ທາງ ໄດ້ແຍກອອກຈາກກັນເປັນ
ສອງແພ່ງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG