ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີດີໂອໃໝ່ ສະແດງໃຫ້ເຫັນ ສະພາບຂອງ ເດັກນ້ອຍ ທີມເຕະບານ ທີ່ຕິດຄ້າງຢູ່ໃນຖ້ຳ


ບັນດາໜ່ວຍກູ້ໄພ ຖືເຄື່ອງຊ່ອຍເຫຼືອ ຢູ່ໃກ້ໆ ກັບບໍລິເວນຖ້ຳຫຼວງ ທີ່ສະຫລັບສັບຊ້ອນ ຢູ່ໃນແຂວງຊຽງຣາຍ ທາງພາກເໜືອ ຂອງໄທ, ວັນທີ 4 ກໍລະກົດ 2018.
ບັນດາໜ່ວຍກູ້ໄພ ຖືເຄື່ອງຊ່ອຍເຫຼືອ ຢູ່ໃກ້ໆ ກັບບໍລິເວນຖ້ຳຫຼວງ ທີ່ສະຫລັບສັບຊ້ອນ ຢູ່ໃນແຂວງຊຽງຣາຍ ທາງພາກເໜືອ ຂອງໄທ, ວັນທີ 4 ກໍລະກົດ 2018.

ພວກນັກດຳນ້ຳຂອງກອງທັບເຮືອໄທ ໄດ້ນຳເອົາວີດີໂອໃໝ່ອອກເຜີຍແຜ່ ໃນວັນພຸດ
ວານນີ້ ຂອງພວກທີມເຕະບານໜຸ່ມນ້ອຍ ຜູ້ທີ່ໄດ້ຕິດຄ້າງຢູ່ໃນຖ້ຳ ທີ່ມີນ້ຳຖ້ວມຕັນ ແລະ
ສະຫລັບຊັບຊ້ອນ ເກືອບສອງສັບປະດາແລ້ວ ໃນຂະນະທີ່ ໜ່ວຍກູ້ໄພກຳລັງພະຍາຍາມ
ຫາທາງນຳເອົາພວກເຂົາເຈົ້າ ອອກມາໃຫ້ໄດ້ ຢ່າງປອດໄພ.

ພາບວີດີໂອດັ່ງກ່າວ ສະແດງໃຫ້ເຫັນພວກເດັກຊາຍ ປົກຫຸ້ມດ້ວຍຜ້າຮົ່ມເຮັດດ້ວຍແຜ່ນ
ເຈ້ຍເຫຼື້ອມ ທີ່ພວກເຂົາໄດ້ຮັບ ໃນເວລາທີ່ພວກນັກດຳນ້ຳ ໄດ້ໄປພົບພວກເຂົາເຈົ້າ ເມື່ອ
ຕົ້ນສັບປະດານີ້. ພວກໜຸ່ມນ້ອຍທັງຫຼາຍ ໄດ້ແນມເບິ່ງກ້ອງຖ່າຍຮູບ ພ້ອມກັນພະນົມມື
ແບບປະເພນີຂອງຊາວໄທ ໃນການທັກທາຍ ແລ້ວພວກເຂົາກໍແນະນຳຕົນເອງ ແລະຈຶ່ງ
ເປັນການແຈ້ງໃຫ້ໂລກຮູ້ວ່າ ພວກເຂົາແມ່ນປອດໄພດີ.

ພວກເດັກຊາຍ 12 ຄົນ ໂດຍມີອາຍຸ ລະຫວ່າງ 11 ປີ ຫາ 16 ປີ ແລະຄູຝຶກຄົນນຶ່ງ ອາຍຸ
25 ປີ ໄດ້ຖືກພົບເຫັນ ໃນວັນຈັນຜ່ານມານີ້ ພວກເຂົານັ່ງປຸ້ມລຸມກັນຢູ່ຂອບຜາເລີກໃນ
ຖ້ຳຫລວງ ຕັ້ງຢູ່ໃນແຂວງຊຽງຣາຍທາງພາກເໜືອຂອງໄທ.

ທ່ານ ອານຸພົງ ເພົ່າຈິນດາ ລັດຖະມົນຕີກະຊວງພາຍໃນຂອງໄທ ໄດ້ກ່າວວ່າ ທີມເຕະ
ບານນັ້ນ ອາດຈະຕ້ອງໄດ້ສອນໃຫ້ດຳນ້ຳ ເພື່ອທີ່ຈະນຳເອົາພວກເຂົາເຈົ້າອອກມາໄດ້
ແຕ່ອັນນັ້ນ ກໍອາດຈະພິສູດໄດ້ວ່າ ຈະຍາກເກີນໄປ ຍ້ອນວ່າພວກເດັກນ້ອຍບາງຄົນ
ລອຍນ້ຳບໍ່ເປັນ.

ທ່ານອານຸພົງ ໄດ້ບອກຕໍ່ນັກສືພິມ ບາງກອກ ໂພສ ວ່າ “ການຍົກຍ້າຍຈະຕ້ອງໄດ້ຂ້ຽວ
ເລັ່ງເຮັດ. ອຸປະກອນດຳນ້ຳ ຈະຕ້ອງໄດ້ຖືກນຳໃຊ້. ຖ້າລະດັບນ້ຳສູງຂຶ້ນ ພາລະກິດ
ຈະຍາກຂຶ້ນ. ພວກເຮົາຕ້ອງນຳເອົາພວກເດັກນ້ອຍນັ້ນ ອອກມາກ່ອນນັ້ນ.”

ແຕ່ເຈົ້າແຂວງຊຽງຣາຍ ທ່ານນາຣົງສັກ ໂອສົດທະນາກອນ ໄດ້ບອກບັນດານັກຂ່າວ
ໃນວັນພຸດມື້ນີ້ ວ່າ ພວກເຈົ້າໜ້າທີ່ທັງຫຼາຍ ຈະບໍ່ເອົາມາດຕະການໃດ ຈົນກວ່າ ພວກ
ເຂົາເຈົ້າ “ແນ່ນໃຈ ຮ້ອຍເປີເຊັນ” ວ່າ ສະພາບການຕ່າງໆ ແມ່ນປອດໄພພຽງພໍ
ເສຍກ່ອນ ຈຶ່ງຈະຍົກຍ້າຍພວກທີມເຕະບານ.

ພວກໜ່ວຍຍົກຍ້າຍ ກຳລັງສືບຕໍ່ການພະຍາຍາມປ້ຳນ້ຳອອກຈາກຖ້ຳ ແຕ່ໄດ້ມີການ
ພະຍາກອນອາກາດວ່າ ຈະມີຝົນຕົກຕື່ມອີກ ໃນສັບປະດານີ້.

Rescuers Find Teens Trapped in Cave, Getting Them Out May Take Time
please wait

No media source currently available

0:00 0:01:54 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG