ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢູແນັສໂກ ເລື່ອນການອອກສຽງ ໃນການຂັດແຍ້ງ ໄທກຳປູເຈຍ


ອົງການຢູແນັສໂກ ປະກາດໃນມື້ວັນສຸກ ວານນີ້ວ່າ ຕົນຈະລໍຖ້າ ໄປຈົນຮອດປີໜ້າ ຈຶ່ງຈະແກ້ໄຂ ບັນຫາຂັດແຍ້ງ ກ່ຽວກັບວັດສາສະໜາຮິນດູ ຊຶ່ງຕັ້ງຢູ່ໃນບໍລິເວນດິນ ທີ່ຍັງເປັນບັນຫາຖົກຖຽງ ລະຫວ່າງໄທ ແລະກຳປູເຈຍ.

ການປະກາດທີ່ວ່ານີ້ ມີຂຶ້ນນຶ່ງມື້ ຫຼັງຈາກໄທຂູ່ວ່າ ຈະຖອນການສະໜັບສະໜຸນ ຈາກຜະແນກການດັ່ງກ່າວ ຂອງສະຫະປະຊາຊາດ ກ່ຽວກັບ ການໃຫ້ຄວາມສະໜັບສະໜຸນ ຂອງໄທ ຕໍ່ແຜນການຄຸ້ມຄອງ ເຂົາພຣະວິຫານ ຂອງກຳປູເຈຍ.

ລັດຖະມົນຕີ ສະພາບແວດລ້ອມຂອງໄທ ທ່ານ SUWIT KHUNKITTI ກ່າວວ່າ ການຕັດສິນໃຈທີ່ວ່ານີ້ ຈະໃຫ້ໂອກາດ ແກ່ປະເທດຕ່າງໆ ບັນລຸການຕົກລົງ ກ່ຽວກັບດິນ ທີ່ຢູ່ອ້ອມຮອບ ວັດອາຍຸ 900 ປີຂອງຂະແມ.

ປະເທດໄທ ພວມພະຍາຍາມວິ່ງເຕັ້ນ ໃຫ້ຄະນະກຳມະການ ສະຖານທີ່ມໍລະດົກໂລກ ຂອງອົງການ ການສຶກສາ ວິທະຍາສາດ ແລະວັດທະນະທຳ ຂອງສະຫະປະຊາຊາດ ຫຼື UNESCO ທີ່ມີສະມາຊິກ 21 ປະເທດນັ້ນ ເລື່ອນການລົງຄະແນນສຽງ ກ່ຽວກັບ ຂໍ້ສະເໜີຄຸ້ມຄອງ ວັດເຂົາພຣະວິຫານ ຂອງກຳປູເຈຍ.

ຄວາມເຄັ່ງຕຶງ ໃນບໍລິເວນຊາຍແດນ ໄທ-ກຳປູເຈຍ ກ່ຽວກັບວັດເຂົາພຣະວິຫານ ໄດ້ລະເບີດຂຶ້ນ ໃນເດືອນກໍລະກົດ ປີ 2008 ຫຼັງຈາກອົງການຢູແນັສໂກ ປະກາດໃຫ້ວັດດັ່ງກ່າວ ເປັນສະຖານທີ່ ມໍລະດົກໂລກ ພາຍໃຕ້ການຄວບຄຸມ ຂອງກຳປູເຈຍ.

XS
SM
MD
LG