ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກໍາປູເຈຍພາທູດທະຫານ ໄປເບິ່ງເຂດຂັດແຍ້ງ


ປາສາດຫີນວັດເຂົາພະວິຫານ
ປາສາດຫີນວັດເຂົາພະວິຫານ

ກໍາປູ​ເຈຍ​ໄດ້​ພາຄະ​ນະ​ທູດ​ທະຫານ ຈາກ 12 ປະ​ເທດທີ່​ໂຮມ​ທັງຫລາຍປະ​ເທດ​ເພື່ອນ​ບ້ານ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ ​ໄປກວດກາ​ເບິ່ງ​ຄວາມ​ເສຍ​ຫາຍ ທີ່​ເກີດ​ຈາ​ກການ​ຕໍ່ສູ້​ກັນ​ເປັນ​ເວລາ 4 ມື້ ກັບ​ໄທ ​ໃນ​ເດືອ​ນ​ແລ້ວນີ້.

ເຈົ້າ​ໜ້າ​ທີ່​ກໍາປູ​ເຈຍ​ໄດ້​ພາ​ພວກ​ທູດ​ທະຫານ ​ໄປ​ເລາະ​ເບີ່​ງອ້ອມ​ແອ້ມ​ບໍລິ​ເວນ​ເຂົາ​ພະ​ວິຫານ ​ທີ່ເກົ່າແກ່ ອາຍຸ 900 ປີ​ນັ້ນ ​ແລະ​ເຂດ​ພື້ນທີ່​ກ້ວາງ 4.6 ຕາລາງ​ກິ​ໂລແມັດ​ທີ່​ຢູ່​ຕິດ​ກັນໃນ​ວັນ​ພະຫັດ​ມື້​ນີ້ເຖິງ​ແມ່ນ​ໄດ້​ມີ​ການ​ປະ​ທ້ວງ​ຈາກ​ຝ່າຍ​ໄທ ທີ່​ອ້າງ​ເອົາ​ກໍາມະ​ສິດ​ໃນ​ພື້ນ​ທີ່​ແຫ່ງ​ນັ້ນ​ເຊ່ນ​ກັນ.

ຂ່າວໜັງສືພິມ Bangkok Post ອ້າງ​ຄໍາ​ເວົ້າ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ໄທວ່າ​ ພວກ​ເຂົາ​ເຈົ້າ​ໄດ້​ຕິດຕາມ​ເບິ່ງ​ການ​ເລາະ​ເບິ່ງ​ບໍລິ​ເວນ​ດັ່ງກ່າວຂອງ​ພວກ​ທູດ​ທະຫານ ​ແຕ່​ໄດ້​ຮັບ​ຄໍາ​ສັ່ງ​ບໍ່​ໃຫ້​ຍິງ​ຂ້າມ​ຊາຍ​ແດນ​ໄປ ​ແລະ​ວ່າ​ທາງ​ໄທ​ໄດ້​ຍື່ນ​ໜັງສື​ປະ​ທ້ວງ​ຢ່າງ​ເປັນ​ທາງ​ການ​ໄປ​ແລ້ວ.

ຝ່າຍ​ໄທ​ກໍ​ໄດ້​ພາ​ພວກ​ທູດ​ທະຫານ​ຕ່າງປະ​ເທດ​ໄປ​ເບິ່ງ​ເຂດ​ດັ່ງກ່າວ​ເຊ່ນ​ກັນ ​ໃນວັນ​ທີ 21 ກຸມພາ ​ແຕ່​ບໍ່​ໄດ້​ພາ​ເຂົ້າ​ໄປ​ໃນ​ບໍລິ​ເວນ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ. ​ແຕ່ລະ​ປະ​ເທດ​ຕ່າງກໍ​ອ້າງ​ວ່າ ອີກ​ຝ່າຍ​ນຶ່ງ​ເປັນ​ຜູ້​ເລີ້ມ​ຕົ້ນ​ການ​ສູ້​ລົບ​ກັນ​ໃນ​ເດືອນ​ແລ້ວ​ນັ້ນ​ກ່ອນ ທີ່​ໄດ້​ສົ່ງ​ຜົນ​ໃຫ້​ມີ​ຄົນ​ເສຍ​ຊີວິດ 10 ຄົນ​ແລະ​ໄດ້​ຮັບ​ບາດ​ເຈັບ​ຫລາຍ​ສິບ​ຄົນ.

ພວກ​ທູດ​ທະຫານ​ທີ່​ໄປ​ຮ່ວ​ມ​ເລາະ​ເບິ່ງເຂດ​ເຂົາ​ພະ​ວິຫານ​ໃນ​ວັນ​ພະຫັດ​ມື້​ນີ້ ​ແມ່ນ​ມາ​ຈາກ​ສະຫະລັດ ຝຣັ່ງ ຣັດ​ເຊຍ ຈີນ ຍີ່ປຸ່ນ ກາ​ນາ​ດາ ມຽນມາ ລາວ ຫວຽດນາມ ນິວຊີ​ແລນ ມາ​ເລ​ເຊຍ ​ແລະ​ອອສ​ເຕຣ​ເລຍ.

XS
SM
MD
LG