ເຈົ້າໜ້າທີ່ໄທແລະກຳປູເຈຍກ່າວວ່າບໍ່ມີການສູ້ລົບກັນຄັ້ງ
ໃໝ່ເກີດຂຶ້ນຢູ່ໃນບໍລິເວນຊາຍແດນທີ່ມີການຂັດແຍ້ງມາ
ໄດ້ນຶ່ງມື້ກວ່າໆແລ້ວ ຫຼັງຈາກ ໄດ້ມີການປະທະກັນຢ່າງ
ໜັກເປັນເວລາ 4 ມື້.
ເຈົ້າໜ້າທີ່ໄທ ທີ່ຈັງຫວັດສີສະເກດກ່າວວ່າ ທັງສອງຝ່າຍ
ຍັງໄດ້ເລີ້ມການເຈລະຈາຫາລືກັນໃໝ່ ແລະໄດ້ຕົກລົງທີ່
ຈະຢຸດຍິງ.
ພັນເອກຈິນນະຄາດ ຣັດຕະນະຈິດຕິ ເປັນໂຄສົກຂອງ
ກອງທັບໄທຢູ່ໃນເຂດ ດັ່ງກ່າວ.
// ສຽງ //
ພັນເອກຈິນນະຄາດເວົ້າວ່າທັງສອງຝ່າຍໄດ້ເຈລະຈາກັນ
ແລະໄດ້ຕົກລົງທີ່ຈະຢຸດຍິງ. ເພື່ອຫຼີກລ່ຽງບໍ່ໃຫ້ເກີດຄວາມ
ຮຸນແຮງໃໝ່ອີກ ທັງສອງຝ່າຍຈະຄິດທົບທວນກ່ອນສອງ
ຄັ້ງ ກ່ອນຈະດຳເນີນການໃດໆກໍຕາມ. ກ່ອນຈະດຳເນີນ
ການສິ່ງໃດນັ້ນ ທ່ານເວົ້າວ່າ ທັງສອງຝ່າຍຈະປຶກສາຫາລື ແລະປະສານງານກັບເຈົ້າໜ້າທີ່
ຂັ້ນສູງໃນທຸກລະດັບເສຍກ່ອນ.
ເວລານີ້ຍັງບໍ່ສາມາດຕິດຕໍ່ກັບພວກເຈົ້າໜ້າທີ່ກຳປູເຈຍໄດ້ເພື່ອໃຫ້ການຢຶນຢັນກ່ຽວກັບວ່າ
ໄດ້ມີການຕົກລົງກັນໃດໆຫຼືບໍ່.
ພັນເອກຈິນນະຄາດກ່າວຕື່ມວ່າ ເຖິງແມ່ນໄດ້ມີໃນອັນທີ່ທ່ານເອີ້ນວ່າຂໍ້ຕົກລົງຢຸດຍິງໂດຍ
ທາງປາກເປົ່າກໍຕາມ ແຕ່ການຢຸດຍິງກັນຢ່າງເປັນທາງການນັ້ນ ຍັງບໍ່ທັນມີເທື່ອ.
ທະຫານກຳປູເຈຍແລະໄທໄດ້ຍິງປືນໃຫຍ່ຕອບໂຕ້ກັນໃນລະຫວ່າງວັນທ້າຍສັບປະດາຜ່ານ
ມາ ໃນບໍລິເວນຊາຍແດນອ້ອມແອ້ມ ວັດສາສະໜາຮິນດູ ອາຍຸ 900 ປີ ທີ່ຮູ້ກັນໃນນາມປາ
ສາດຫີນເປຣຍວິເຫຍ ໃນພາສາກຳປູເຈຍ ແລະປາສາດຫີນພຣະວິຫານ ໃນພາສາໄທ.
ຄລິກບ່ອນລູກສອນຊ້າຍມື ເພື່ອເບິ່ງຮູບສະລາຍດ໌ແຕ່ລະອັນ
ມີທະຫານໄທແລະກໍາປູເຈຍຢ່າງນ້ອຍ 7 ຄົນເສຍຊີວິດແລະອີກຈໍານວນນຶ່ງໄດ້ຮັບບາດເຈັບ
ໃນການສູ້ລົບທີ່ຮຸນແຮງສຸດ ຢູ່ໃນບໍລິເວນດັ່ງກ່າວໃນຮອບຫຼາຍໆປີ. ທັງສອງຝ່າຍຕ່າງກໍ
ຖິ້ມໂທດໃສ່ອີກຝ່າຍນຶ່ງວ່າ ເປັນຜູ້ເລີ່ມລະດົມຍິງກ່ອນ.
ເສັ້ນແບ່ງເຂດແດນລະຫວ່າງປະເທດທັງສອງບໍ່ເຄີຍມີການຕົກລົງກັນມາກ່ອນ ແລະທັງໄທ
ແລະກຳປູເຈຍຕ່າງກໍອ້າງກຳມະສິດເອົາບໍລິເວນ ທີ່ຢູ່ອ້ອມແອ້ມວັດດັ່ງກ່າວ ແລະໄດ້ສົ່ງກຳ
ລັງທະຫານຂອງຕົນໄປປະຈຳການຢູ່ໃກ້ໆຊຶ່ງພາໃຫ້ເກີດມີການຍິງປະທະກັນເປັນບາງຄັ້ງ ບາງຄາວ.
ເຈົ້າໜ້າທີ່ກຳປູເຈຍກ່າວວ່າ ປາສາດຫີນວັດເປຣຍວິເຫຍ ຊຶ່ງເປັນສະຖານທີ່ມໍລະດົກໂລກ
ນັ້ນ ໄດ້ຖືກລູກປືນໃຫຍ່ຂອງຝ່າຍໄທແລະກໍໄດ້ຮັບຄວາມເສຍຫາຍ. ນອກນັ້ນແລ້ວ ການ ຍິງປືນໃຫຍ່ຕອບໂຕ້ກັນຍັງໄດ້ສ້າງຄວາມເສຍຫາຍໃຫ້ແກ່ເຮືອນຊານບ້ານຊ່ອງຂອງປະຊາ
ຊົນ ແລະໂຮງຮຽນທີ່ຕັ້ງຢູ່ໃນບໍລິເວນໃກ້ໆຊາຍແດນ ແລະເຮັດໃຫ້ຊາວບ້ານຈຳນວນຫຼາຍ
ພັນຄົນຕ້ອງໄດ້ພາກັນຫຼົບໄປຍັງບ່ອນທີ່ມີຄວາມປອດໄພ.
// ສຽງ //
ທີ່ໂຮງການເມືອງກັນທະຣາລັກ ໄດ້ມີການຕັ້ງສູນຂຶ້ນສຳລັບພວກຊາວບ້ານທີ່ພາກັນຫຼົບ
ໜີຈາກການສູ້ລົບ.
ປ້າຈັນທີ ປັດທະພິນ ອາຍຸ 58
ປີກ່າວວ່າ ລາວເອງພ້ອມດ້ວຍ
ລູກໆຂອງລາວໄດ້ໄປອາໄສຢູ່ທີ່
ສູນແຫ່ງນີ້ ມາແຕ່ມື້ວັນສຸກແລ້ວ
ເວລາສະເກັດລູກປືນໄດ້ຕົກໃສ່
ບ້ານຂອງລາວ ແລະເຮັດໃຫ້
ເຮືອນຂອງລາວເສຍຫາຍແລະ
ເຮັດໃຫ້ສວນຢາງພາລາຂອງ ລາວ ລຸກໄໝ້ເປັນໄຟ.
ລາວເວົ້າວ່າ ສາມີຂອງລາວໄດ້
ກັບຄືນໄປບ້ານເຂົາເຈົ້າທຸກໆມື້
ເພື່ອເອົາອາຫານໃຫ້ປາແລະໄກ່
ກິນແລະກໍກວດເບິ່ງຄວາມຮຽບຮ້ອຍຂອງເຮືອນຊານ ແຕ່ລາວເວົ້າວ່າ ພວກລູກໆຂອງລາວ
ຈະກັບຄືນໄປ ກໍຕໍ່ເມື່ອເຈົ້າໜ້າທີ່ໄທເວົ້າວ່າ ເຂດດັ່ງກ່າວປອດໄພແລ້ວ.
// ສຽງ //
ປ້າຈັນທີເວົ້າວ່າ ມັນເປັນການສ່ຽງໃນການກັບຄືນໄປ ຍ້ອນພວກເຂົາເຈົ້າບໍ່ຮູ້ຈັກວ່າເວລາໃດ
ທະຫານກຳປູເຈຍຈະເລີ້ມຍິງໂຈມຕີອີກ.
ຄືກັນກັບພວກຊາວບ້ານໄທທົ່ວໆໄປ ປ້າຈັນທີສະໜັບສະໜຸນການກ່າວອ້າງຂອງໄທ ເອົາ
ດິນແດນທີ່ມີການຂັດແຍ້ງກັນນັ້ນ ແຕ່ລາວກໍຢາກໃຫ້ການສູ້ລົບກັນ ຍຸດຕິລົງ.
ສຳລັບໃນເວລານີ້ ພວກຊາວບ້ານຕ່າງກໍມີຄວາມຍິນດີ ກ່ຽວກັບຄວາມງຽບສະຫງົບທີ່ໜ້າ
ເປັນຫ່ວງ ແລະໄດ້ພາກັນສະແດງຄວາມຫວັງອອກມາວ່າ ຄວາມງຽບສະຫງົບທີ່ວ່ານີ້ຈະມີ
ຕໍ່ໆໄປ ເພື່ອວ່າພວກເຂົາເຈົ້າຈະສາມາດກັບຄືນໄປໃຊ້ຊີວິດແບບປົກກະຕິໄດ້.