ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໘ ມີນາ ໒໐໒໕

ສານໂລກ ຕັດສິນວ່າ ດິນທີ່ຢູ່ໃກ້ ເຂົາພະວິຫານ ເປັນຂອງ ກຳປູເຈຍ (ວີດີໂອ)


World Court Awards Some Land to Cambodia in Temple Dispute
please wait

No media source currently available

0:00 0:02:21 0:00
ລິງໂດຍກົງ
ສານນາໆຊາດ ໄດ້ຕັດສິນວ່າ ດິນທີ່ຕັ້ງຢູ່ອ້ອມແອ້ມປາສາດຫີນ
ທີ່ເປັນສະຖານທີ່ມໍລະດົກໂລກຂອງອົງການ UNESCO ໃນບໍ ລິເວນຊາຍແດນໄທ-ກຳປູ ເຈຍນັ້ນ ເປັນຂອງກຳປູເຈຍ. Steve
Herman ຜູ້ສື່ຂ່າວວີໂອເອມີລາຍງານມາຈາກບາງກອກວ່າ ປະ
ເທດທັງສອງເວົ້າວ່າ ຕົນຈະດຳເນີນງານຮ່ວມກັນເພື່ອຈັດຕັ້ງປະ ຕິບັດຄຳຕັດສິນຂອງສານ ດັ່ງ ໄພສານ ມີລາຍລະອຽດ ກ່ຽວກັບ
ເລື່ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ການຕັດສິນຢ່າງເປັນເອກກະສັນ ໂດຍຜູ້ພິພາກສາທັງ 17 ຄົນ ຂອງສານໂລກກ່າວວ່າ ດິນ
ທັງໝົດທີ່ຍົກຂຶ້ນມາເປັນບັນຫາ ທີ່ວັດເກົ່າແກ່ໂບຮານຂອງສາສະໜາຮິນດູຂະແມຕັ້ງຢູ່ນັ້ນ ແມ່ນເປັນຂອງກຳປູເຈຍ.

ຜູ້ພິພາກສາ Peter Tomka ຊຶ່ງເປັນປະທານຂອງສານ ໄດ້ອ່ານຄຳຕັດສິນດັ່ງກ່າວ ໃນວັນ
ຈັນຜ່ານມາທີ່ນະຄອນ Hague ໂດຍໃຫ້ຂໍ້ສັງເກດວ່າ ການຕັດສິນຂອງສານ ໃນເທື່ອກ່ອນ ກ່ຽວກັບເລື່ອງນີ້ເມື່ອປີ 1962 ກໍໄດ້ມອບກະໂຕປາສາດຫີນເຂົາພະວິຫານອາຍຸ 900 ປີ ໃຫ້ ແກ່ກຳປູເຈຍ.

ທ່ານ Tomka ເວົ້າວ່າ “ດ້ວຍເຫດນັ້ນ ໃນວັກນ້ອຍທີສອງ ແມ່ນບັງຄັບໃຫ້ໄທ ຕ້ອງ ໄດ້ຖອນກຳລັງທະຫານໄທ ຫຼືຕຳຫຼວດ ຫຼືຍາມປະເພດອື່ນໆ ຫຼືຜູ້ຮັກສາ ທີ່ປະຈຳ ການຢູ່ໃນເຂດດັ່ງກ່າວ ອອກໂດຍທັງໝົດ”

ໃນຂະນະທີ່ມີການປັບເຂດແດນ ຢູ່ໃນບາງບ່ອນນັ້ນ ການຕັດສິນນີ້ຍັງປ່ອຍບໍ່ໃຫ້ມີການແກ້
ໄຂກ່ຽວກັບອະທິປະໄຕຂອງພື້ນທີ່ສ່ວນໃຫຍ່ 4.6 ກິໂລແມັດມົນທົນ ທີ່ຕັ້ງຢູ່ໃກ້ຄຽງປາສາດ ຫີນດັ່ງກ່າວ. ການຕັດສິນທີ່ວ່ານີ້ ມີຂຶ້ນໃນເວລາທີ່ມີຄວາມຫຼໍ່ແຫຼມສຳຄັນເປັນພິເສດສຳລັບ ພວກຜູ້ນຳການເມືອງ ຢູ່ໃນປະເທດທັງສອງ.

ພວກເຂົາເຈົ້າໄດ້ປະເຊີນໜ້າ ກັບການປະທ້ວງຢູ່ຕາມຖະໜົນຫົນທາງ ການຊັກຖາມກ່ຽວ ກັບຄວາມຖືກຕ້ອງຊອບທຳ ແລະສິດອຳນາດຂອງພວກເຂົາເຈົ້າ ແລະກໍມີຄວາມວິຕົກກັງ ວົນຢູ່ທີ່ນະຄອນຫຼວງຂອງປະເທດທັງສອງວ່າ ການຕັດສິນກ່ຽວກັບເລື່ອງນີ້ອາດຖືກຍົກຂຶ້ນ ມາເປັນຂໍ້ອ້າງ ຂອງຂະບວນການຝ່າຍຄ້ານ. ການຕັດສິນຂອງສານໂລກໃນມື້ວັນຈັນຜ່ານ ມານີ້ ແມ່ນໄດ້ປະຕິເສດຕໍ່ການກ່າວອ້າງເອົາກຳມະສິດຂອງດິນແດນຢູ່ໃນບໍລິເວນດັ່ງກ່າວ ໂດຍປະເທດທັງສອງ ດັ່ງນັ້ນມັນຈຶ່ງບໍ່ແມ່ນໄຊຊະນະຢ່າງຂາດຮອຍ ຂອງຝ່າຍໃດຝ່າຍນຶ່ງ.

ກ່ອນຈະມີການອອກຄຳຕັດສິນນັ້ນພວກທີ່ປະກາດຕົນເອງວ່າເປັນຜູ້ຮັກຊາດຂອງທັງສອງ ຝ່າຍໃນບໍລິເວນຊາຍແດນ ທີ່ມີການຂັດແຍ້ງໄດ້ເຕືອນວ່າ ພວກເຂົາເຈົ້າໄດ້ກະກຽມ ທີ່ຈະ ສູ້ລົບ ຖ້າການຕັດສິນ ຫາກບໍ່ເຂົ້າຂ້າງເຂົາເຈົ້າ ຫຼືຖ້າຫາກມີການເຂົ້າໃຈວ່າ ເປັນການທ້າ ທາຍຢູ່ຂ້າມຊາຍແດນນັ້ນ.

ຫລັງຈາກໄດ້ມີການອອກຄຳພິພາກສາແລ້ວ ນາຍົກລັດຖະມົນຕີໄທ ທ່ານນາງຍິ່ງລັກ ຊິນ
ນະວັດ ກ່າວວ່າ ບາງກອກຄວນດຳເນີນງານຮ່ວມກັບພະນົມເປັນ ເພື່ອຫາທາງແກ້ໄຂບັນ ຫາທີ່ຍັງຄ້າງຄາ.

ທ່ານນາງຍິ່ງລັກເວົ້າວ່າ ລັດຖະບານຂອງຂ້າພະເຈົ້າໄດ້ສັ່ງການໃຫ້ກຳລັງຮັກສາຄວາມສະ ຫງົບຈົ່ງປົກປັກຮັກສາຄວາມສະຫງົບຮຽບຮ້ອຍແລະອະທິປະໄຕຂອງພວກເຮົາແລະຄໍ້າປະ ກັນວ່າ ພວກທີ່ອາໄສຢູ່ຕາມບໍລິເວນຊາຍແດນ ມີຄວາມປອດໄພແລະຄວາມສະຫງົບ.

ທີ່ນະຄອນ Hague ລັດຖະມົນຕີການຕ່າງປະເທດກຳປູເຈຍທ່ານ Hor Namhong ກໍໄດ້ ສະແດງຄວາມເພິງພໍໃຈກ່ຽວກັບການຕັດສິນຂອງສານ.

ທ່ານ Hor Namhong ເວົ້າວ່າ “ມັນເປັນການດີພໍແລ້ວ ເວລານີ້ພວກເຮົາຕ້ອງໄດ້ສືບ ຕໍ່ການເຈລະຈາລະຫວ່າງລັດຖະບານຂອງປະເທດທັງສອງເພື່ອຈະເຮັດໃຫ້ບັນຫາ ຕ່າງໆຢູ່ພາຍໃຕ້ການຄວບຄຸມໄດ້.”

ບັນຫາເຂດນໍ້າແດນທີ່ບໍ່ໄດ້ຮັບການແກ້ໄຂໄດ້ພາໃຫ້ມີການຍິງປືນໃຫຍ່ໂຈມຕີກັນລະຫວ່າງ ທະຫານໄທແລະກຳປູເຈຍ ໃນປີ 2011 ຊຶ່ງເຮັດໃຫ້ມີຫລາຍສິບຄົນເສຍຊີວິດໄປນັ້ນ.
XS
SM
MD
LG