ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໑ ມີນາ ໒໐໒໕

ໄທແລະກຳປູເຈຍ ປະທະກັນອີກ


ລົດບັນທຸກທະຫານໄທ ພວມມຸ່ງໜ້າໄປຍັງບໍລິເວນຊາຍແດນ ໄທ-ກຳປູເຈຍ ເພື່ອເສີມກຳລັງໃນເຂດດັ່ງກ່າວ (22 ເມສາ 2011)
ລົດບັນທຸກທະຫານໄທ ພວມມຸ່ງໜ້າໄປຍັງບໍລິເວນຊາຍແດນ ໄທ-ກຳປູເຈຍ ເພື່ອເສີມກຳລັງໃນເຂດດັ່ງກ່າວ (22 ເມສາ 2011)

ທະຫານໄທແລະກຳປູເຈຍໄດ້ປະທະກັນອີກໃນວັນເສົາມື້ນີ້
ນຶ່ງມື້ຫຼັງຈາກໄດ້ເກີດການສູ້ລົບກັນ ທີ່ເຮັດໃຫ້ທະຫານທັງ
ສອງຝ່າຍຢ່າງນ້ອຍ 6 ຄົນເສຍຊີວິດ ແລະພົນລະເຮືອນ
ອີກຫຼາຍພັນຄົນ ຕ້ອງໄດ້ອົບພະຍົບຫຼົບໜີ ອອກໄປຈາກ
ບໍລິເວນທີ່ມີການຕໍ່ສູ້ກັນ.

ໂຄສົກຂອງທັງສອງຝ່າຍຕ່າງກໍກ່າວວ່າ ການສູ້ລົບກັນໄດ້
ລະເບີດຂຶ້ນ ໃນເວລາປະມານ 6 ໂມງເຊົ້າ ຊຶ່ງເປັນເວລາ
ດຽວກັນກັບທີ່ການປະທະກັນ ໄດ້ເກີດຂຶ້ນໃນມື້ວັນສຸກວານ
ນີ້ທີ່ວັດ Ta Meun Tom ໃນເຂດເມືອງ Pa Nom
Dong Rak ຈັງຫວັດສຸຣິນຂອງໄທ.

ຍັງບໍ່ມີລາຍງານຂ່າວໃດໆ ກ່ຽວກັບການບາດເຈັບລົ້ມຕາຍ
ຈາກທັງສອງຝ່າຍເທື່ອ.

ໃນການສູ້ລົບກັນໃນວັນເສົາມື້ນີ້ ເຈົ້າໜ້າທີ່ທະຫານທັງຂອງ
ໄທແລະກຳປູເຈຍຕ່າງກໍກ່າວອ້າງວ່າ ອີກຝ່າຍນຶ່ງເປັນຜູ້ເລີ່ມກ່ອນ.

XS
SM
MD
LG