ພວກຜູ້ນຳທາງທະຫານຂອງທັງສອງຝ່າຍ ຢູ່ໃນບໍລິເວນ
ຊາຍແດນໄທແລະກຳປູເຈຍກ່າວວ່າ ທະຫານຂອງຕົນໄດ້
ປະທະກັນຕື່ມອີກ ໃນວັນເສົາມື້ນີ້ ຊຶ່ງເປັນການສູ້ລົບກັນ
ເປັນມື້ທີ 9 ລຽນຕິດທີ່ເປັນເຫດໃຫ້ມີຜູ້ເສຍຊີວິດໄປແລ້ວ
ຢ່າງນ້ອຍ 16 ຄົນ ແລະມີພວກຊາວບ້ານອີກ 85,000
ກວ່າຄົນຕ້ອງໄດ້ອົບພະຍົບຫຼົບໜີ.
ດັ່ງທີ່ເຄີຍເປັນມາແລ້ວ ພວກເຈົ້າໜ້າທີ່ຂອງທັງສອງຝ່າຍ
ຕ່າງກໍຖິ້ມໂທດໃສ່ອີກຝ່າຍນຶ່ງວ່າ ເປັນຜູ້ເລີ່ມຍິງກ່ອນ.
ໃນມື້ວັນພະຫັດຜ່ານມາ ໄທແລະກຳປູເຈຍໄດ້ບັນລຸການ
ຢຸດຍິງກັນ ແຕ່ໄດ້ແຕກຫັກລົງໃນເວລາບໍ່ເທົ່າໃດຊົ່ວໂມງ
ຕໍ່ມາ ເວລາການສູ້ລົບກັນໄດ້ເລີ່ມຂຶ້ນໃໝ່.
ບໍ່ມີລາຍງານວ່າ ມີການບາດເຈັບລົ້ມຕາຍເກີດຂຶ້ນໃນ
ການສູ້ລົບກັນໃນວັນ ເສົາມື້ນີ້.
ໃນມື້ວັນສຸກວານນີ້ ກຳປູເຈຍໄດ້ຮ້ອງຂໍໃຫ້ສານໂລກ
ໃຫ້ຄວາມກະຈ່າງແຈ້ງກ່ຽວກັບຄຳພິພາກສາໃນປີ 1962 ທີ່ອະນຸຍາດໃຫ້ພະນົມເປັນເຂົ້າ ຄວບຄຸມປາສາດຫີນທີ່ສ້າງໃນສັດຕະວັດທີ 11 ໃກ້ໆບໍລິເວນຊາຍແດນໄທ-ກຳປູເຈຍນັ້ນ.