ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄທແລະກຳປູເຈຍ ຕົກລົງກັນ ທີຈະຢຸດຍິງ


ທະຫານໄທຄົນນຶ່ງທີ່ໄດ້ຮັບບາດເຈັບພວມຖືກສົ່ງໄປປິ່ນປົວທີ່ໂຮງໝໍ ໂດຍເຮືອບິນເຮຣີຄອບເຕີ້ ລຸນຫຼັງທີ່ໄດ້ເກີດ ການປະທະກັນ ລະຫວ່າງທະຫານໄທແລະກຳປູເຈຍ ທີ່ຈັງຫວັດສຸຣິນ ໃນພາກຕາເວັນອອກສຽງເໜືອຂອງໄທ (28 ເມສາ 2011)
ທະຫານໄທຄົນນຶ່ງທີ່ໄດ້ຮັບບາດເຈັບພວມຖືກສົ່ງໄປປິ່ນປົວທີ່ໂຮງໝໍ ໂດຍເຮືອບິນເຮຣີຄອບເຕີ້ ລຸນຫຼັງທີ່ໄດ້ເກີດ ການປະທະກັນ ລະຫວ່າງທະຫານໄທແລະກຳປູເຈຍ ທີ່ຈັງຫວັດສຸຣິນ ໃນພາກຕາເວັນອອກສຽງເໜືອຂອງໄທ (28 ເມສາ 2011)

ເຈົ້າໜ້າທີ່ກ່າວວ່າທະຫານໄທແລະກຳປູເຈຍໄດ້ຕົກລົງກັນ
ທີ່ຈະຢຸດຍິງຊຶ່ງພາໃຫ້ມີຄວາມຫວັງກ່ຽວກັບການຢຸດຕິການ
ສູ້ລົບ ທີ່ໄດ້ດຳເນີນມາເປັນເວລານຶ່ງອາທິດຢູ່ບໍລິເວນຊາຍ
ແດນທີ່ມີການຂັດແຍ້ງໃກ້ໆກັບວັດສາສະໜາຮິນດູສະໄໝ
ໂບຮານ.

ເຈົ້າໜ້າທີ່ກຳປູເຈຍກ່າວວ່າໄດ້ມີການເຈລະຈາຫາລື​ເລື້ອງ
ການຢຸດຍິງກັນ ​ໃນລະຫວ່າງການພົບປະຂອງພວກຜູ້ບັນ
ຊາການສະໜາມໃນວັນພະຫັດມື້ນີ້ ລຸນຫຼັງທີ່ໄດ້ເກີດການ
ສູ້ລົບກັນຢ່າງໜັກຈຳນວນນຶ່ງ ນັບແຕ່ການປະທະກັນ ໄດ້
ລະເບີດຂຶ້ນ ເລີ້ມແຕ່ວັນທີ 22 ເມສາເປັນຕົ້ນມາ.

ພວກເຈົ້າໜ້າທີ່ເວົ້າວ່າ ທັງສອງຝ່າຍໄດ້ຕົກລົງທີ່ຈະເປີດ
ບ່ອນຂ້າມຊາຍແດນແຫ່ງນຶ່ງຂຶ້ນເພື່ອອະນຸຍາດໃຫ້ພວກ
ຊາວບ້ານທີ່ອົບພພະຍົບຫຼົບໜີໄດ້ກັບຄືນໄປຍັງເຮືອນ
ຊານບ້ານຊ່ອງຂອງພວກເຂົາເຈົ້າແລະຈະພົບປະກັນເປັນປະຈຳເພື່ອຫຼີກລ່ຽງບໍ່ໃຫ້ມີການ
ເຂົ້າໃຈຜິດເກີດຂຶ້ນ.

ທີ່ບາງກອກໂຄສົກຄົນນຶ່ງຂອງກອງທັບໄທກ່າວຕໍ່ວີໂອເອວ່າ ຍັງບໍ່ທັນມີການປະກາດຢ່າງ
ເປັນທາງການເທື່ອກ່ຽວກັບການຢຸດຍິງແຕ່ທ່ານເອີ້ນການຖະແຫຼງຂ່າວຂອງຝ່າຍກຳປູເຈຍ
ວ່າ ເປັນຮ່ອງຮອຍທີ່ດີ.

ກ່ອນໜ້ານີ້ເຈົ້າໜ້າທີ່ໄທກ່າວວ່າ ທະຫານຂອງຕົນຄົນນຶ່ງໄດ້ເສຍຊີວິດ ໃນຂະນະທີ່ການ
ສູ້ລົບກັນໄດ້ທະວີຄວາມຮ້າຍແຮງຂຶ້ນແລະຂະຫຍາຍວົງກວ້າງອອກໃນຄືນວານນີ້ຊຶ່ງເຮັດ ໃຫ້ໂຕເລກຜູ້ເສຍຊີວິດໃນການສູ້ລົບກັນເປັນເວລາ 7 ມື້ ເພີ່ມຂຶ້ນເປັນ 15 ຄົນ.

ການຢຸດຍິງຊຶ່ງຈະອຳນວຍໃຫ້ບັນຫາຂັດແຍ້ງໃນບໍລິເວນຊາຍແດນໄດ້ຮັບການແກ້ໄຂໂດຍ ຄະນະກຳມາທິການຂອງພົນລະເຮືອນນັ້ນ ໄດ້ມີຂຶ້ນທ່າມກາງການຮື້ຟື້ນການເຄື່ອນໄຫວ
ທາງດ້ານການທູດ.

ເປັນທີ່ຄາດກັນວ່າ ລັດຖະມົນຕີກະຊວງການຕ່າງປະເທດໄທທ່ານກະສິດ ພິຣົມ ຊຶ່ງກຳລັງ
ຢູ່ທີ່ກຸງຈາກາຕ້າ ໃນວັນພະຫັດມື້ນີ້ ເພື່ອເຂົ້າຮ່ວມກອງປະຊຸມ ດ້ານວັດທະນະທຳຂອງສະ
ມາຄົມອາຊ່ຽນນັ້ນຈະສົນທະນາຫາລືກ່ຽວກັບວິກິດການດັ່ງກ່າວກັບທ່ານ Marty Nata-
legawa ລັດຖະມົນຕີການຕ່າງປະເທດອິນໂດເນເຊຍ. ທ່ານ Natalegawa ຊຶ່ງເປັນປະ
ທານວຽນຂອງສະມາຄົມອາຊ່ຽນໃນປີນີ້ ໄດ້ຊອກຫາຊ່ອງທາງ ທີ່ຈະທຳການໄກ່ເກ່ຍລະ
ຫວ່າງປະເທດທັງສອງ.

ເອກອັກຄະລັດຖະທູດສະຫະລັດ ປະຈຳປະເທດໄທ ທ່ານນາງ Kristie Anne Kenney ໃນຕອນເຊົ້າຂອງວັນພະຫັດມື້ນີ້ໄດ້ພົບປະກັບນາຍົກລັດຖະມົນຕີໄທທ່ານອະພິຊິດ ເວດ
ຊາຊີວະ. ທ່ານນາງໄດ້ຮຽກຮ້ອງໃຫ້ໄທແລະກຳປູເຈຍ ກັບຄືນສູ່ໂຕະເຈລະຈາ ແລະໄດ້ສະ
ເໜີແນະໃຫ້ແກ້ໄຂບັນຫາຂັດແຍ້ງດັ່ງກ່າວໂດຍຜ່ານກົນໄກຂອງສະມາຄົມອາຊ່ຽນ.

XS
SM
MD
LG