ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໘ ມີນາ ໒໐໒໓

ມີ 5 ຄົນເສຍຊີວິດ ໃນການປະທະກັນ ລະຫວ່າງໄທ ແລະກຳປູເຈຍ


ທະຫານໄທຄົນນຶ່ງ ທີ່ໄດ້ຮັບບາດເຈັບ ໃນການສູ້ລົບກັນກັບກຳປູເຈຍ ຖືກສົ່ງໄປຍັງໂຮງພະຍາບານ ເມືອງ Phnom Dongrak ຈັງຫວັດສຸຣິນ (22 ເມສາ 2011)

ເຈົ້າໜ້າທີ່ໄທແລະກຳປູເຈຍກ່າວວ່າ ທະຫານຂອງຕົນໄດ້
ຍິງຕອບໂຕ້ກັນເປັນເວລາຫຼາຍໆຊົ່ວໂມງໃນບໍລິເວນຊາຍ
ແດນທີ່ມີການຂັດແຍ້ງ ໃນຕອນເຊົ້າຂອງວັນສຸກມື້ນີ້ ຊຶ່ງ
ເປັນການຜິດຂ້ອງຕ້ອງຖຽງ ທີ່ໄດ້ລະເບີດຂຶ້ນເທື່ອຫຼ້າສຸດ
ໃນບໍລິເວນປາສາດຫີນ ທີ່ປະເທດທັງສອງຕ່າງກໍອ້າງກຳ
ມະສິດນັ້ນ.

ໂຄສົກຂອງກອງທັບກຳປູເຈຍກ່າວວ່າ ມີທະຫານກຳປູ
ເຈຍ 3 ຄົນເສຍຊີວິດແລະອີກ 6 ຄົນໄດ້ຮັບບາດເຈັບ.

ສ່ວນກອງທັບໄທກ່າວວ່າທະຫານຂອງຕົນ 2 ຄົນໄດ້ເສຍ
ຊີວິດແລະອີກຢ່າງນ້ອຍ 8 ຄົນໄດ້ຮັບບາດເຈັບ.

ການສູ້ລົບກັນ ໄດ້ລະເບີດຂຶ້ນໃກ້ໆກັບວັດ Ta Muen
Tom ໃນເຂດເມືອງ Pa nom Dong Rak ຈັງຫວັດສຸ
ຣິນຂອງໄທ.

ເຈົ້າໜ້າທີ່ທະຫານຂອງທັງສອງຝ່າຍຕ່າງກໍກ່າວອ້າງວ່າ ອີກຝ່າຍນຶ່ງເປັນຜູ້ເລີ່ມລົງມືກ່ອນ
ໃນການປະທະກັນຄັ້ງນີ້.

XS
SM
MD
LG