ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາຊ່ຽນເຂົ້າແຊກແຊງເພື່ອ ໄກ່ເກ່ຍບັນຫາໄທ-ກໍາປູເຈຍ


ທະຫານກໍາປູເຈຍ ຖືອາວຸດເລາະຕາມຊາຍແດນຕິດກັບໄທ ໃກ້ໆ ກັບວັດເຂົາພຣະວິຫານ, ວັນທີ 6 ກຸມພາ 2011
ທະຫານກໍາປູເຈຍ ຖືອາວຸດເລາະຕາມຊາຍແດນຕິດກັບໄທ ໃກ້ໆ ກັບວັດເຂົາພຣະວິຫານ, ວັນທີ 6 ກຸມພາ 2011

ບັນດາ​ນັກ​ການ​ທູດ​ໃນ​ຂົງ​ເຂດ​ກໍາລັງ​ເພີ່ມທະວີຄວາມ​ພະຍາ
ຍາມ​ຂອງ​ເຂົາ​ເຈົ້າ ​ເພື່ອ​ຍຸດຕິ​ການ​ປະ​ທະ​ກັນ​ລະຫວ່າງ​ກໍາປູ​ເຈຍ​ແລະ​ໄທ ຊຶ່ງໄດ້ກ້າວ​ເຂົ້າ​ສູ່​ມື້​ທີ 4 ​ແລ້ວ​ນັ້ນ ໃນ​ຂະນະ​ທີ່​ທັງ​ສອງ​ຝ່າຍຕ່າງ​ກໍພາກັນ​ຮຽກຮ້ອງ​ຂໍ​ຄວາມ​ຊ່ອຍ​ເຫລືອ​ຈາກ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ນັ້ນ.

ບັນດາ​ນັກ​ໜັງສືພິມ​ແລະ​ພວກ​ອື່ນໆທີ່​ເຫັນ​ເຫດການ​ ແຈ້ງ​ ໃຫ້​ຊາບ​ວ່າໄດ້​ຍິນສຽງ​ປືນ​ກົນ​ແລະ​ສຽງ​ລູກປືນ​ໃຫຍ່​ດັງ​ຂຶ້ນໃນ​ເຊົ້າ​ວັນ​ຈັນ​ມື້​ນີ້​ ຢູ່​ໃກ້ໆກັບ​ວັດ​ເຂົາ​ພະ​ວິຫານ ສະຖານ​ທີ່ມໍ
ລະດົກ​ໂລກ ທີ່​ເປັນ​ຈຸດ​ສູນກາງຂອງການ​ປະ​ທະ​ກັນ​ນັ້ນ.
ກໍາປູ​ເຈຍ​ອ້າງ​ວ່າ ຂ້າງ​ເບື້ອງ​ນຶ່ງ​ຂອງ​ວັດ​ຮິນ​ດູ​ທີ່ມີ​ອາຍຸ 900 ປີ​ນັ້ນ ໄດ້​ພັງ​ທະລາ​ຍລົງ​ຫລັງ​ຈາກ​ຖືກ​ລູກປືນ​ໃຫຍ່​ຂອງໄທ.

ຍັງ​ບໍ່​ເປັນ​ທີ່ຈະ​ແຈ້ງ​ເທື່ອ​ວ່າ ມີຈັກ​ຄົນ​ກັນ​ແທ້​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ​ຄັ້ງ​ຫລ້າ​ສຸດ​ ໃນແລງ​ວັນ​ອາທິດ​ວານ​ນີ້​ແລະ​ເຊົ້າ​ວັນ​ຈັນ​ມື້​ນີ້ ​ແຕ່ຝ່າຍໄທ​ໄດ້​ຈົ່ມ​ວ່າ​ ​ກ່ອນ​ໜ້າ​ນີ້​ວ່າ ມີ​ປະ​ຊາ​ຊົນ 2 ຄົນເສຍ​ຊີວິດ​ແລະ 13 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ຂະນະ​ທີ່​ທາງ​ກໍາປູ​ເຈຍ​ກ່າວ​ວ່າຝ່າຍ​ຕົນ ເສຍ​ຊີວິດ​ໄປ 2 ຄົນ.

ລັດຖະມຸນຕີ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ ທ່ານ Marty Natalegawa ທີ່​ເປັນປະທານ
ຄົນໃໝ່ຂອງ​ສະມາຄົມ​ກຸ່ມ​ປະ​ເທດ​ໃນຂົງ​ເຂດ​ເອ​ເຊຍ​ອາຄະ​ເນ ​ຫລື​ອາ​ຊ່ຽນ ​ເດີນທາງ​ໄປ
ຮອດ​ກຸງ​ພະນົມ​ເປ​ນ​ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ພະຍາຍາມຫາ​ທາງ​ແກ້​ໄຂ​ບັນຫາ​ການ​ປະ​ທະ​ກັນ​ນີ້ ໂດຍທາງ​ການ​ທູດ​.

XS
SM
MD
LG