ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ໄທຖອນໂຕ ອອກຈາກ ສົນທິສັນຍາ ວ່າດ້ວຍມໍລະດົກໂລກ


ເຂົາພຣະວິຫານຂອງກໍາປູເຈຍ ທີ່ເປັນມູນມໍລະດົກໂລກ
ໃນບັນຊີຂອງອົງການ UNESCO
ເຂົາພຣະວິຫານຂອງກໍາປູເຈຍ ທີ່ເປັນມູນມໍລະດົກໂລກ ໃນບັນຊີຂອງອົງການ UNESCO

ໄທໄດ້ຖອນ​ໂຕ​ອອກ​ຈາກ ສົນທິສັນຍາ​ວ່າ​ດ້ວຍ​ມໍລະດົກ​ໂລກ​ຂອງ​ອົງ ການ UNESCO ຍ້ອນ​ບັນຫາ​ຂັດ​ແຍ້​ງກັນ​ທີ່​ຍັງ​ເຄັ່ງ​ຕຶງ​ຢູ່ກັບກໍາປູ​ເຈຍ​ກ່ຽວ​ກັບ​ວັດ​ເກົ່າ​ແກ່​ 900 ປີ​ທີ່​ຕັ້ງ​ຢູ່​ໃນ​ເຂດ​ຊາຍ​ແດນ​ທີ່​ສອກຫລີກຫ່າງໄກ​ລະຫວ່າງ​ສອງ​ປະ​ເທດ​ນັ້ນ.

ໄດ້ມີການ​ປະທະກັນ​ທາງ​ດ້ານ​ທະຫານ​ຫລາຍ​ຄັ້ງ​ໃກ້ໆ​ກັບເຂົາພຣະວິຫານ​ນັບແຕ່​ຕົ້ນ​ເດືອນ​ກຸມພາມາ ຊຶ່ງ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປ 20 ກວ່າຄົນແລ້ວ ແລະ​ເຮັດ​ໃຫ້​ປະຊາຊົນ​ຕ້ອງ​ຍົກຍ້າຍ​ຈາກ​ບ້ານ​ເຮືອນ​ຂອງ​ເຂົາ​ເຈົ້າຫລາຍ​ພັນ​ຄົນ​ຕື່ມ​ອີກ.

ໄທ​ກ່າວ​ວ່າ ການ​ຖອນ​ໂຕ​ອອກ​ຈາກ​ສົນທິສັນຍາ​ດັ່ງກ່າວ​ແມ່ນສືບ​ເນື່ອງ​ມາ​ຈາກ​ອັນ​ທ່ີ​ໄທ​ເອີ້ນ​ວ່າ ການ​ຕັດສິນ​ໃຈ​ທີ່ໜ້າ​ຜິດ​ຫວັງ​ຈາກ​ອົງການຄຸ້ມ​ຄອງ​ມູນ​ມໍລະດົກ​ຂອງ​ໂລກໃນ​ການ​ຮັບ​ເອົາ​ແຜນການ​ຄຸ້ມ​ຄອງ​ວັດ​ເຂົາ​ພຣະວິ​ຫານ​ຂອງ​ກໍາປູ​ເຈຍ ​ເຂົ້າ​ໃນ​ລາຍການ​ປະຊຸມຂອງ​ອົງການ​.

ທາງ​ລັດຖະບານ​ບາງກອກ​ຢືນ​ຢັດ​ວ່າ ​ເລື້ອງ​ແບ່ງ​ແຍ​ດ​ເຂດ​ຊາຍ​ແດນ​ທີ່ເປັນ​ບັນຫາ​ຂັດ​
ແຍ້​ງກັນ​ນີ້ ຈະ​ຕ້ອງ​ມີ​ການ​ແກ້​ໄຂ​ກັນ​ກ່ອນຈະ​ມີ​ການ​ພິຈາລະ​ນາ​ເລື້ອງ​ແຜນການ​ຄຸ້ມ​
ຄອງ​ເຂດ​ແດນ​ດັ່ງກ່າວ.

ນອກ​ນັ້ນ ​ໄທ​ຍັງ​ຢືນ​ຢັດ​ອີກ​ວ່າ ​ບັນຫາເຫລົ່າ​ນີ້​ຈະ​ຕ້ອງແກ້​ໄຂ​ກັນ​ໂດ​ຍຜ່ານການ​ໂອ້​ລົມ
ສົນທະນາ​ກັນ​ໂດຍ​ກົງ​ກັບ​ລັດຖະບານ​ພະນົມ​ເປ​ນແລະ​ ໄດ້ປະຕິ​ເສດ​ຕໍ່​ຄວາມ​ພະຍາຍາມ​
ຈາກ​ພາຍ​ນອກ​ ເພື່ອ​ຜ່ອນຄາຍຄວາມ​ເຄັ່ງ​ຕຶງ​ກັນ​ລົງ​ໂດຍ​ສະຫະ​ປະຊາ​ຊາດ​ແລະ​ກຸ່ມ​ຈັດ​
ຕັ້ງປະ​ຈໍາ​ພາກ​ພື້ນ​ຄືກຸ່ມ​ອາ​ຊຽນນັ້ນ.

XS
SM
MD
LG