ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະມົນຕີ ຕ່າງປະເທດອິນໂດເນເຊຍ ລົບລ້າງແຜນການຢ້ຽມຢາມ ຊາຍແດນໄທ-ກໍາປູເຈຍ


ທ່ານ Takeaki Matsumoto, ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ແລະທ່ານ Marty Natalegawa. ລັດຖະມົນຕີຕ່າງປະເທດ
ອິນໂດເນເຊຍ (ເບື້ອງຂວາ)
ທ່ານ Takeaki Matsumoto, ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ແລະທ່ານ Marty Natalegawa. ລັດຖະມົນຕີຕ່າງປະເທດ ອິນໂດເນເຊຍ (ເບື້ອງຂວາ)

ທ່ານ Marty Natalegawa ລັດຖະມົນຕີ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ ໄດ້​ລົບ​ລ້າງ ​ແຜນການໄປຢ້ຽມຢາມ​ໃນ​ວັນ​ຈັນມື້​ນີ້ ​ເຂດຊາຍ​ແດນ​ໄທ​ແລະ​ກໍາປູ​ເຈຍ ບ່ອນ​ທີ່​ການ​ປະ​ທະ​ກັນ​ທາງ​ທະຫານ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ເຮັດໃຫ້​ທະຫານ​ເສຍ​ຊີວິດ​ໄປ​ 12 ຄົນ​ ນັບ​ແຕ່​ວັນ​ສຸກ​ແລ້ວ​ນີ້​ເປັນ​ຕົ້ນ​ມາ.

ທ່ານ Natalegawa ​ໄດ້ມີ​ໝາຍ​ກໍານົດ​ການທີ່​ຈະເຮັດ​ໃຫ້​ສໍາ​ເລັດ ຂໍ້ຕົກລົງສະບັບ ​ນຶ່ງ​ກັບ​ພວກ​ເຈົ້າ​ໜ້າທີ່​ໄທ​ແລະ​ກໍາປູ​ເຈຍ ທີ່​ຈະ​ສົ່ງ​ພວກ​ນັກສັງເກດ​ການ​ອິນ​ໂດ​ເນ​ເຊຍ​ຈຸ​ນຶ່ງ​ ໄປ​ຍັງ​ເຂດຊາຍ​ແດນ​ທີ່​ເປັນ​ບັນຫາ​ຂັດ​ແຍ້​ງກັນ ​ແລະ​ມີ​ໝາຍກໍານົດທີ່​ຈະ​ພົບ​ປະ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ໄທທີ່​ບາງກອກ​ນໍາ.

ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດ​ອິນ​ໂດ​ເນ​ເຊຍ​ກ່າວ​ວ່າ ການ​ປ່ຽນ​ແປງ​ໃນ​ແຜນການ​ດັ່ງກ່າວ​ ອາດ​ເປັນຍ້ອນວ່າ​ຝ່າຍໄທ​ບໍ່​ຍອມຮັບ​ເອົາ​ຂໍ້ຕົກລົງ​ກ່ຽວ​ກັບ​ການ​ສົ່ງພວກ​ນັກ​ສັງ​ເກດ​ການ​ໄປ​ນັ້ນ ​ແລະ​ກ່າວ​ຕໍ່​ໄປ​ວ່າ ທ່ານ Natalegawa ຊຶ່ງເປັນ​ປະທານ​ໝຸນ​ວຽນ​ຂອງ​ກຸ່ມ​ອາຊ່ຽນສໍາລັບ​ປີ​ນີ້ ຍັງບໍ່​ທັນ​ໄດ້​ປະກາດວັນ​ເວລາ​ການ​ຢ້ຽມຢາມ​ເຂດ​ດັ່ງກ່າວ​ໃໝ່​ໃຫ້​ຮູ້​ເທື່ອ.

ໃນວັນ​ຈັນ​ມື້​ນີ້ ບໍ່​ໄດ້​ຍິນ​ສຽງ​ປືນ​ດັງ​ຂຶ້ນ​ໃນ​ບໍລິ​ເວນ​ວັດ​ ຢູ່ເລາະ​ຕາມ​ຊາຍ​ແດນ​ ບ່ອນ​ທີ່​ການ​ສູ້​ລົບ​ກັນ​ຄັ້ງ​ຫລ້າ​ສຸດໄດ້​ເກີດ​ຂຶ້ນ​ນັ້ນ.

XS
SM
MD
LG