ທາງການໄທກ່າວວ່າ ທະຫານໄທຫລາຍຄົນໄດ້ຮັບບາດ
ເຈັບໃນການປະທະກັນຄັ້ງໃໝ່ ໃນເຂດຊາຍແດນຕິດກັບ
ກໍາປູເຈຍໃນເຊົ້າວັນອັງຄານມື້ນີ້ ບໍ່ເທົ່າໃດຊົ່ວໂມງ ຫຼັງ
ຈາກທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຮຽກຮ້ອງ
ໃຫ້ທັງສອງຝ່າຍ ໃຊ້ຄວາມຍັບຍັ້ງຊັ່ງໃຈຢ່າງເຖິງທີ່ສຸດ.
ທາງເຈົ້າໜ້າທີ່ກໍາປູເຈຍກ່າວວ່າ ທະຫານຂອງພວກຕົນຖືກ
ໂຈມຕີດ້ວຍລະເບີດມື ແຕ່ບໍ່ໄດ້ໂຕ້ຕອບຄືນ.
ໂຄສົກກອງທັບໄທຄົນນຶ່ງກ່າວວ່າ ກໍາລັງຂອງກໍາປູເຈຍໄດ້
ໂຈມຕີຄ້າຍຊາຍແດນແຫ່ງນຶ່ງໃນເຊົ້າວັນອັງຄານມື້ນີ້ ໃນ
ເຂດຊາຍແດນໃກ້ໆກັບເຂົາພຣະວິຫານ ບ່ອນທີ່ໄດ້ມີການ
ປະທະກັນຢ່າງຮຸນແຮງເປັນເວລາ 4 ມື້ ທີ່ພາໃຫ້ຫລາຍຄົນ
ເສຍຊີວິດໃນຕົ້ນເດືອນນີ້ນັ້ນ. ໂຄສົກກ່າວວ່າມີການແກ່ວງ
ລະເບີດມືມາໃສ່ ຢ່າງນ້ອຍນຶ່ງລູກແລະທະຫານໄທ 5 ຄົນ ໄດ້ຮັບບາດເຈັບ.
ແຕ່ໂຄສົກລັດຖະບານກໍາປູເຈຍຄົນນຶ່ງກ່າວວ່າ ຝ່າຍໄທເປັນຜູ້ເກາະຜິດ ໃຫ້ເກີດຄວາມ
ຮຸນແຮງດັງກ່າວ ແລະວ່າ ມີການແກ່ວງລະເບີດມື ຢ່າງນ້ອຍ 11 ລູກ ຕະຫລອດຄືນທີ່
ຜ່ານມາ ແຕ່ບໍ່ມີຜູ້ໃດໄດ້ຮັບບາດເຈັບແລະຝ່າຍກໍາປູເຈຍ ກໍບໍ່ໄດ້ໂຕ້ຕອບຄືນ.
ເຫດການປະທະກັນຫລ້າສຸດນີ້ ແມ່ນສະທ້ອນໃຫ້ເຫັນເຖິງຄວາມເຄັ່ງຕຶງທີ່ຍັງມີຢູ່ຕໍ່ມາ ລຸນ
ຫລັງການໄປປາກົດໂຕຕໍ່ໜ້າສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໂດຍລັດຖະມົນ
ຕີການຕ່າງປະເທດຂອງໄທແລະກໍາປູເຈຍ ໃນວັນຈັນວານນີ້.