ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທແລະກໍາປູເຈຍຕົກລົງກັນ ຈະຮຽກກອງປະຊຸມ ກໍາມະການຊາຍແດນ


ທ່ານນາງຢິ້ງລັກ ຊິນນະວັດ ນາຍົກລັດຖະມົນຕີໃໝ່ຂອງໄທ 2011.
ທ່ານນາງຢິ້ງລັກ ຊິນນະວັດ ນາຍົກລັດຖະມົນຕີໃໝ່ຂອງໄທ 2011.























ໄທ​ແລະ​ກໍາ​ປູ​ເຈຍ​ໄດ້​ຕົກລົງ​ກັນ ​ທີ່​ຈະ​ຮຽກ​ກອງ​ປະຊຸມ​ຄະນະ​ກໍາມະການນຶ່ງ​ຂຶ້ນ​ເພື່ອ​
ໂອ້​ລົມ​ສົນທະນາ​ກັນ​ເລື້ອງ​ບັນຫາ​ຊາຍ​ແດນ ທີ່​ໄດ້​ສ້າງ​ຄວາມ​ບາດໝາງລະຫວ່າງ​ສອງ​
ປະ​ເທດນັ້ນ ​ຊຶ່ງມີ​ທ່າ​ທາງ​ວ່າ​ກອງ​ປະຊຸມ​ທີ່​ວ່າ​ນີ້ ຈະ​ມີ​ຂຶ້ນ​ກ່ອນ​ທ້າຍ​ເດືອນ​ນີ້​ກໍ​ເປັນ​ໄດ້.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄທ ທ່ານ​ຢຸດ​ທະ​ສັກ ສະ​ສິ​ປຣະພາ ກ່າວ​ໃນ​ວັນ
ພະຫັດ​ມື້​ນີ້​ວ່າ ຄູ່​ຕໍາ​ແໜ່​ງຂອງ​ທ່ານ​ຈາກ​ກໍາປູ​ເຈຍ​ໄດ້​ໂທລະສັບ​ມາ​ຫາ​ທ່ານ​ກ່ອນ​ໜ້າ​ນີ້ ​
ຂໍ​ຮ້ອງ​ໃຫ້​ຮຽກ​ກອງ​ປະຊຸມຂອງຄະ ນະ​ກໍາມະການຊາຍ​ແດນ​ທົ່ວ​ໄປ​ຂຶ້ນ ຊຶ່ງ​ທ່ານ​ກ່າວ​
ວ່າ ການ​ພົບ​ປະ​ກັນນີ້​ສາມາດ​ມີ​ຂຶ້ນໄດ້ ໃນ​ທັນ​ທີທີ່​ລັດຖະບານໃໝ່​ຂອງໄທໄດ້​ນໍາ​ສະ​ເໜີ​
ຖະ​ແຫລງການ​ດ້ານນະ​ໂຍບາຍຂອງ​ຕົນຕໍ່​ສະພາ​ແຫ່ງ​ຊາດ ຊຶ່ງ​ກໍານົດ​ຈະ​ມີ​ຂຶ້ນພາຍ​ໃນ
15 ມື້​ຕໍ່ໜ້າ​ນີ້.

ທີ່​ນະຄອນຫລວງພະນົມ​ເປັນ ນາຍົກລັດຖະມົນຕີຮຸນ​ແຊນ ກ່າວ​ວ່າ ພວກ​ໄກ່​ເກ່ຍຈາກ
ອິນ​ໂດ​ເນ​ເຊຍ ​ຈະ​ຕ້ອງ​ມີໜ້າໃນ​ການ​ເຈລະຈາ​ກ່ຽວ​ກັບ​ເຂດ​ຊາຍ​ແດນ 17 ຫລັກ​ກິ​ໂລ
ແມັດ​ມົນທົນ ​ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນ​ໃນ​ເຂດ​ອ້ອມ​ແອ້ມເຂົາ​ພຣະວິຫານນັ້ນ ​ແຕ່​ວ່າທັງ
ສອງ​ປະ​ເທດ​ສາມາດ​ທໍາ​ການ​ໂອ້​ລົມກັນ​ເລື້ອງ​ບັນຫາ​ອື່ນໆ​ໃນ​ລະຫວ່າງ​ກັນເອງ​ໄດ້.

ບັນດາ​ນັກ​ການ​ທູດ​ໄດ້​ກ່າວເຊ່ນ​ກັນ ​ເຖິງ​ຊ່ອງ​ທາງ​ໃນ​ການ​ພົບ​ປະ​ສຸດ​ຍອດ​ກັນໃນ​ເວລາ
ອັນ​ໄວໆ​ນີ້ ​ລະຫວ່າງ​ທ່ານ​ຮຸນ​ແຊນ​ກັບ​ທ່ານ​ນາງ​ຢິ່ງລັກ ຊິນນະ​ວັດ ນາຍົກລັດຖະມົນຕີ ​
ໃໝ່​ຂອງ​ໄທນັ້ນ.

XS
SM
MD
LG