ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກໍາປູເຈຍປະຕິເສດຕໍ່ ຂໍ້ກ່າວຫາຂອງໄທ


ພວກກຸ່ມເສື້ອແດງ ທີ່ຕໍ່ຕ້ານລັດຖະບານ
ພວກກຸ່ມເສື້ອແດງ ທີ່ຕໍ່ຕ້ານລັດຖະບານ

ກໍາປູເຈຍໄດ້ປະຕິເສດຢ່າງແຂງຂັນຕໍ່ຂໍ້ຫາຂອງໄທ ທີ່ວ່າ
ສະມາຊິກຂອງພວກເສື້ອແດງທີ່ຕໍ່ຕ້ານລັດຖະບານ​ໄທ​ນັ້ນ
ໄດ້ຮັບການຝຶກແອບຢູ່ກຳປູເຈຍເພື່ອທຳການລອບສັງ
ຫານນາຍົກລັດຖະມົນຕີ ອະພິຊິດ ເວດຊາຊີວະ ແລະ
ເຈົ້າໜ້າທີ່ ອະວຸໂສອື່ນໆ ຂອງໄທ.

ພັນໂທ Payao Thongsen (ພະເຢົາ ທອງເສນ) ເຈົ້າ
ໜ້າທີ່ອະວຸໂສ ໃນໜ່ວຍສືບສວນພິເສດຂອງໄທ ກ່າວຕໍ່
ພວກນັກຂ່າວໃນມື້ວັນຈັນວານນີ້ວ່າ ຜູ້ຊາຍ 11 ຄົນທີ່ຖືກ
ຈັບໃນສັບປະດາແລ້ວທີ່ຈັງຫວັດຊຽງໃໝ່ ທາງພາກເໜືອ
ຂອງໄທນັ້ນ ແມ່ນສ່ວນນຶ່ງຂອງ 39 ຄົນ ທີ່ໄດ້ຮັບການຝຶກ
ແອບຢູ່ໃນປະເທດເພື່ອນບ້ານຂອງໄທ.

ພັນໂທພະເຢົາບໍ່ໄດ້ລະບຸຊື່ປະເທດ ແຕ່ໄດ້ກ່າວເຖິງເສັ້ນ
ທາງທີ່ພວກຜູ້ຊາຍທີ່ຖືກກ່າວຫາເຫຼົ່ານີ້ ໄດ້ເດີນທາງໄປຍັງ
ບ່ອນຝຶກແອບຂອງພວກເຂົາເຈົ້າ ຊຶ່ງສິ້ນສຸດລົງ ທີ່ກໍາປູ
ເຈຍ.

ເຈົ້າໜ້າທີ່ໄທເວົ້າວ່າ ນອກຈາກທ່ານອະພິຊິດແລ້ວ ເປົ້າໝາຍໃນການລອບສັງຫານແມ່ນ
ຮວມທັງຮອງນາຍົກລັດຖະມົນຕີ​ໄທ ທີ່ຫາກໍລາອອກເມື່ອໄວໆມານີ້ ຄືທ່ານສຸເທບ ເທືອກ ສຸບັນ ແລະນາຍຕໍາຫຼວດອະວຸໂສອີກທ່ານນຶ່ງ.

ກຳປູເຈຍກ່າວວ່າ ຕົນບໍ່ມີຄວາມປະສົງຫຍັງທີ່ຈະຕ້ອງຝຶກແອບພວກກໍ່ການຮ້າຍໄທ.

XS
SM
MD
LG