ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ໄທແລະກໍາປູເຈຍຈະປະຊຸມກັນ ເພື່ອຫາທາງແກ້ໄຂ ບັນຫາຊາຍແດນ


ຊາກຫັກພັງຂອງວັດ ເປຣຍວິເຮຍ (Preah Vihear) ສະຖານທີ່ມໍລະດົກໂລກ ໃນເຂດຂອງກໍາປູເຈຍ ປະມານ 245 ຫລັກ ຫ່າງຈາກນະຄອນຫລວງພະນົມເປັນ ໄປທາງທິດເໜືອ (file photo)

ໄທ​ແລະ​ກໍາປູ​ເຈຍ​​ຫວັງ​ວ່າ ກອງ​ປະຊຸມ​ລະຫວ່າງ​ລັດຖະມົນຕີປ້ອງ​ກັນ​ປະ​ເທດ​ຂອງ​ພວກ​ຕົນ​ໃນ​ເດືອນ​ກັນຍາ​ນີ້ ຈະ​ຊ່ວຍສ້າງ​ຄວາມ​ສໍາພັນຂ້າມ​ຊາຍ​ແດນລະຫວ່າງ​ກັນ​ຄືນ​ໃໝ່ ລຸນຫລັງ​​ ເວລາ​ສອງ​ປີ​ທີ່​ມີຄວາມ​​ເຄັ່ງ​ຕຶງ​​ແລະ​ການ​ປະ​ທະ​ສູ້​ລົບ​ກັນມາຫລາຍ​ບັ້ນ​ນັ້ນ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Ron Corben ລາຍ​ງານ​ມາ​ຈາກ​ບາງກອກ​​ວ່າ ຊ່ອງ​ທາງ​ໃນ​ການປັບປຸງສະພາບ​ການ​ທາງ​ການ​ທູດໃຫ້​ດີ​ຂຶ້ນນີ້ ​ແມ່ນ​ມີ​ຂຶ້ນລຸນ​ຫລັງ​ຈາກ​ການ​ເລືອກ​ຕັ້ງ​​ເອົາ​ລັດຖະບານ​ໄທຊຸດ​ໃໝ່ ພາຍ​ໃຕ້​ນາຍົກລັດຖະມົນຕີ ຢິ່ງລັກ ຊິນນະ​ວັດ ໃນ​ເດືອນ​ກໍລະກົດຜ່ານ​ມາ. ດາຣາ ມີ​ເລຶ່ອງນີ້ມາ ສ​​ະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ພົນເອກ ຢຸດ​ທະ​ສັກ ສະສິ​ປຣະພາ ລັດຖະມົນຕີປ້ອງກັນປະເທດຂອງໄທ
ພົນເອກ ຢຸດ​ທະ​ສັກ ສະສິ​ປຣະພາ ລັດຖະມົນຕີປ້ອງກັນປະເທດຂອງໄທ

ພົນ​ເອກ ຢຸດ​ທະ​ສັກ ສະສິ​ປຣະພາ ລັດຖະ
ມົນຕີ​ປ້ອງ​ກັນ​ປະ​ເທດ​ໄທ ​ແລະ​ພົນ​ເອກ
Tea Banh ຮອງ​ນາ​ຍົກ​ລັດຖະມົນຕີ​ແລະ​
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ກໍາປູ​ເຈຍ ຈະ​
ເປັນ​ປະ​ທານ​ຮ່ວມ​ກັນ ​ໃນ​ກອງປະຊຸມຂອງ
ຄະນະກໍາມະການ​ຊາຍ​ແດນທົ່ວ​ໄປ​ ທີ່​ນະ
ຄອນຫລວງ​ພະນົມ​ເປັນ​ໃນວັນ​ທີ 8 ​ເດືອນ
ກັນຍາ ຄື​ວັນ​ພະຫັດ​ຈະ​ມາ​ນີ້.

ທ່ານ ປາ​ນິທານ ວັດທະນະ​ຢາກ​ອນ ນັກ
ລັດຖະສາດການ​ເມືອງ ທີ່ມະຫາວິທະຍາ​ໄລ​
ຈຸລາ​ລົງ​ກອນ​ແລະ​ອະ​ດີດ​ໂຄ​ສົກ​ລັດຖະບານ​
ໄທ ກ່າວ​ວ່າ ​ເຖິງ​ແມ່ນ​ວ່າ​ໃນ​ເວລາ​ນີ້​ ທັງ​
ສອງ​ປະເທດມີ​ບັນຫາຂັດ​ແຍ້​ງກັນທີ່​ສໍາຄັນໆ​
ຄ້າງ​ຄາ​ຢູ່ຫລາຍໆບັນຫາ​ກໍ​ຕາມ ​ແຕ່​ກໍ​ມີ​ຄວາມ​ຮູ້ສຶກ​ຢູ່ຄື​ກັນວ່າ​ ທັງ​ສອງ​ປະ​ເທດ​ແມ່ນຕ້ອງ
ການຢາກຈະ​ກັບ​ຄື​ນມາສູ່​ການ​ມີຄວາມ​ສໍາພັນ​ທາງ​ການທູດ​ທີ່​ເປັນ​ປົກກະຕິ​ນໍາກັນ ຊຶ່ງ​ທ່ານ​ ກ່າວ​ວ່າ:

“ຂ້າພະ​ເຈົ້າຄິດ​ວ່າ ທັງ​ສອງຝ່າຍ​ກໍາລັງ​ພະຍ​າຍາມ​ທີ່​ຈະ​ສ້າງໃຫ້​ມີຄວາມ​ຮູ້ສຶກໃໝ່ໆ​ຂຶ້ນ​ມາ​ວ່າ ພວກ​ຕົນ​ກໍາລັງ​ກັບ​ຄືນມາສູ່​ໂຕະເຈລະຈາ​ກັນ​ອີກ. ​ແນ່ນອນຢູ່​ແລ້ວ​ວ່າ ບັນຫາ​ທີ່​ໜັກໜ່ວງ​ຕ່າງໆ​ນັ້ນ​ກໍຍັງ​ຄື​ເກົ່າ ​ແຕ່​ທັງ​ສອງ​ປະ​ເທດ​ຕ່າງ​ກໍ​ພະຍາຍາມ​ສ້າງ​ໃຫ້​ມີຄວາມ​ຮູ້ສຶກ​ ຄື​ກັນ​ກັບວ່າ​ ທຸກ​ສິ່ງ​ທຸກ ຢ່າງ​ກໍາລັງກັບ​ຄືນ​ສູ່​ສະພາບ​ປົກກະຕິ​ແລ້ວ ແລະ​ນັ້ນ​ກໍບໍ່ແມ່ນ​ເລື່ອງ​ທີ່ຂີ້ຮ້າຍແຕ່​ຢ່າງ​ໃດ ເພາະ​ວ່າ​ໃນ​ສະຖານະ​ການ​ແບບ​ທີ່​ເປັນ​ໄປ​ຢູ່​ໃນ​ຂະນະ​ນີ້ ມັນ​ຈໍາ​ເປັນ​ທີ່​ຈະ​ຕ້ອງສ້າງສັນ​ໃຫ້​ມີຄວາມ​ຮູ້ສຶກ​ທີ່​ດີ ຂຶ້ນກ​ວ່າ​ເກົ່າ.”

ລາຍ​ງານ​ຕ່າງໆ​ຂອງ​ສື່​ມວນ​ຊົນ​ເວົ້າວ່າ ພົນ​ເອກ ຢຸດທະ​ສັກ ຍັງ​ຈະ​ພົບ​ປະ​ກັບ​ນາຍົກລັດຖະ ມົນຕີກໍາປູ​ເຈຍ ທ່ານ ຮຸນ ​ເຊ​ນ ນໍາ​ເຊັ່ນ​ກັນ.

ການ​ເຈລະ​ຈາ​ກັນທີ່​ຈະ​ມີ​ຂຶ້ນ​ນີ້ ຖື​ເປັນ​ຂີດ​ໝາຍ​ຂອງ​ບາດກ້າວ​ນຶ່ງ​ໄປ​ສູ່ການກໍ່ສ້າງ​ຄວາມ​ສໍາ
ພັນຂ້າມ​ຊາຍ​ແດນ​ກັນ​ຄືນ​ໃໝ່ ຫລັງ​ຈາກ​ຊ່ວງ​ເວລາແຫ່ງຄວາມປັ່ນ​ປ່ວນ​ໃນ​ລະຫວ່າງການ​
ປົກຄອງຂອງ​ນາຍົກລັດຖະມົນຕີອະພິສິດ ​ເວ​ດຊາ​ຊີວະ ຜູ້​ນໍາ​ພັກ​ປະຊາທິປັດ​ຂອງ​ໄທ​ນັ້ນ.

ຄວາມເສຍຫາຍຈາກການສູ້ລົບກັນ ບັ້ນນຶ່ງລະຫວ່າງໄທແລະກໍາປູເຈຍ.
ຄວາມເສຍຫາຍຈາກການສູ້ລົບກັນ ບັ້ນນຶ່ງລະຫວ່າງໄທແລະກໍາປູເຈຍ.

ກໍລະນີ​ພິພາດ​ກັນ​ຕ່າງໆ​ນັ້ນ ​ແມ່ນ​ລວມຈຸດ​
ຢູ່​ທີ່ ວັດ​ຮິນ​ດູ ​ເປຣຍ ວິ​ເຮ​ຍ ຫລື​ວັດ​ເຂົາ
ພະ​ວິຫານ ທີ່​ສ້າງ​ຂຶ້ນ​ໄປ​ປາງ​ສັດຕະ​ວັດທີ
11 ທີ່​ທັງ​ໄທ​ແລະກໍາປູເຈຍຕ່າງ​ກໍ່ກ່າວ​ຫາ​
ຊຶ່ງ​ກັນ​ແລະ​ກັນ​ວ່າ ​ເປັນ​ຝ່າຍ​ກໍ່​ການ​ຮຸກ​
ຮານແລະ​ຍິງປືນໃຫຍ່​ໃສ່​ວັດ​ຮິນ​ດູ​ຂະໜາດ​
ນ້ອຍໆ​ກວ່າ ທີ່ຢູ່​ອ້ອມ​ແອ້ມ​ນັ້ນ. ມີ​ຜູ້​ເສຍ
ຊີວິດປະມານ 18 ຄົນໃນ​ການ​ສູ້​ລົບ​ກັນ​ນັ້ນ
ແລະ​ອີກ​ຫລາຍ​ພັນ​ຄົນ​ຕ້ອງໄດ້ຍົກຍ້າຍ​ໜີ​
ຈາກ​ບ້ານ​ຢູ່​ອາ​ໃສ​ຂອງ​ພວກ​ເຂົາ​ເຈົ້າ.

ທີ່​ຜ່ານ​ມາ​ ທັງ​ກໍາປູ​ເຈຍແລະ​ໄທ ຕ່າງ​ກໍ​ພາ
ກັນ​ອ້າງ​ເອົາ​ກໍາ​ມະ​ສິດໃນ​ບໍລິ​ເວນ​ວັດດັ່ງ
ກ່າວ. ​ໃນ​ປີ 1962 ສານ​ໂລກ​ໄດ້​ຕັດສິນ
ໃຫ້ວັດເຂົາພະວິຫານ ​ເປັນ​ກໍາມະສິດ​ຂອງ​ກໍາປູ​ເຈຍ ​ແຕ່​ບໍ່​ໄດ້ຕັດສິນ​ວ່າ​ແນວ​ໃດກ່ຽວ​ກັບ
ສິດທິ​ເໜືອ​ພື້ນ​ທີ່​ອ້ອມ​ແອ້ມ​ວັດທີ່ຢູ່ໃນເຂດ​ຊາຍ​ແດນຂອງ​ໄທນັ້ນ​.

ຕໍ່​ມາ ​ໃນ​ປີ 2008 ໄດ້ມີ​ການ​ປະກາດ​ໃຫ້ວັດ​ເຂົາ​ພະ​ວິຫານ ເປັນສະຖານ​ທີ່ມໍລະ​ດົກ​ໂລກ ຕາມ​ຄໍາ​ຮ້ອງ​ຂໍ​ຂອງ​ກໍ​ປູ​ເຈຍ.

ກ່ອນ​ໜ້າ​ນັ້ນ ​ໄທ​ໄດ້​ຢືນ​ຢັດໃຫ້​ທັງ​ສອງ​ປະ​ເທດ​ຍື່ນ​ໃບສະໝັກ​ຮ່ວມ​ກັນ ໄປ​ຍັງ​ຄະນະ​ກໍາມະ
ການ​ມໍລະດົກ​ໂລກ ຂອງ​ອົງການ​ສຶກສາ ວິທະຍາສາດ​ແລະ​ວັດທະນະ​ທໍາ​ຂອງ​ສະຫະ​ປະຊາ​
ຊາດ ຫລືຢູ​ແນ​ສ​ໂກ ເພື່ອ​ຂໍ​ໃຫ້​ວັດ​ເຂົາ​ພະ​ວິຫານ​ເປັນ​ມໍລະດົກ​ໂລກ​ນັ້ນ.

ພວກ​ຊາວ​ໄທ​ຫົວຊາ​ດນິຍົມ​ໄດ້​ກ່າວ​ຫາ​ກໍາປູ​ເຈຍ​ວ່າ ພະຍາຍາມ​ຫາ​ທາງຄວບ​ຄຸມ​ບໍລິ​ເວນ
ເນື້ອ​ທີ່ 4 ກິ​ໂລ​ແມນ​ມົນທົນ ທາງ​ຟາກ​ຊາຍ​ແດນ​ໄທ​ນັ້ນ ຜ່ານ​ແຜນການ​ຄຸ້ມ​ຄອງ​ບໍລິ​ເວນ​
ດັ່ງກ່າວ​ ທີ່​ກໍາປູເຈ​ຍ​ໄດ້ສະ​ເໜີ​ຂຶ້ນ​ມາ.

ທ່ານ Carl Thayer ນັກ​ລັດຖະສາດ​ການ​ເມືອງ ທີ່​ມະຫາ​ວິ​ທະຍາ​ໄລ New South
Wales ຂອງ​ອອສ​ເຕຣ​ເລຍ ​ກ່າ​ວວ່າ ນັບ​ຕັ້ງ​ແຕ່ມີ​ການ​ເລືອກ​ຕັ້ງ​ເອົາລັດຖະບານ​ໄທ ທີ່​ນໍາ​
ໂດຍ​ທ່ານ​ນາງ ຢິ່ງລັກ ຊິນນະ​ວັດ ນັ້ນ ປາກົດ​ວ່າ​ບັນຍາກາດດ້ານ​ຄວາມ​ສໍາພັນໄດ້​ດີ​ຂຶ້ນ ຊຶ່ງ​ທ່ານ​ອະທິບາຍ​ວ່າ:

“ຮູບການ​ໂດຍ​ລວມແມ່ນ​ຢູ່​ໃນ​ທາງ​ບວກ​ໃນ​ຂະນະ​ນີ້ ຄື​ໃນ​ທາງ​ບວກ​ທີ່​ຕ້ອງ​ລະມັດ​ລະວັງ. ​ແຕ່​ເວລາ​ນີ້ ນາຍົກລັດຖະມົນຕີຢິ່ງລັກ ກໍກໍາລັງ​ປະ​ເຊີນ​ກັບ​ບັນຫາພາຍ​ໃນທີ່​ໃຫຍ່ໆຫລາຍ​ຢ່ງ ຖ້າ​ຫາກ​ວ່າມີ​ຜູ້ໃດ​ທີ່ພະຍາຍາມ​ຈະເຮັດ​ໃຫ້ບັນຫາ​ຊາຍ​ແດນນັ້ນ​ ເປັນ​ໝາກບານ​ໃນ​ເລື່ອງ​ພາຍ​ໃນ​ປະ​ເທດແລ້ວ​ ມັນ​ກໍ​ມີ​ແຕ່​ຈະ​ສ້າງ​ຄວາມ​ຫຍຸ້ງຍາກ​ຕື່ມ​ຂຶ້ນ ​ໃຫ້​ແກ່​ບັນຫານີ້.”

ຜ່ານ​ມາ ກໍ​ລະ​ນີພິພາດເລື່ອງ​ຊາຍ​ແດນກັບ​ກໍາປູ​ເຈ​ຍນັ້ນ ​ແມ່ນ​ໄດ້​ເປັນ​ບັນຫາ​ທີ່​ສ້າງ​ຄວາມ​
ແຕກ​ແຍກດ້ານ​ການ​ເມືອງໃນປະ​ເທດ​ໄທ​ ບ່ອນ​ທີ່​ພວກ​ກຸ່ມຫົວຊາດ​ນິຍົມ ​ໄດ້​ກ່າວຫາ​ພວກ
ພັນທະ​ມິດຂອງ​ອະດີດ​ນາຍົກລັດຖະມົນຕີ ທັກສິນ ຊິນນະວັດ ວ່າບໍ່​ໄດ້ເປັນ​ໂຕ​ແທນຕາງ​
ໜ້າ​ຜົນ​ປະ​ໂຫຍດ​ຂອງ​ໄທ ຢ່າງ​ແຂງ​ຂັນ​ພຽງພໍ ​ໃນ​ກໍລະນີພິພາດກັນ​ນັ້ນ.

ນາຍົກລັດຖະມົນຕີ ຮຸນ ເຊນ
ນາຍົກລັດຖະມົນຕີ ຮຸນ ເຊນ

ທ່ານ​ທັກສິນ ​ໄດ້​ມີ​ຄວາມ​ສໍາພັນ​ອັນໃກ້​ຊິດ​
ກັບ​ນາຍົກລັດ​ຖະມົນຕີກໍາປູເຈຍ​ ທ່ານ ຮຸນ
ເຊ​ນ ມາ​ເປັນ​ເວລາ​ດົນ​ນານ​ແລ້ວແລະໃນ
ລະຫວ່າງການ​ປົກຄອງ​ຂອງ​ທ່ານ​ທັກສິນ​
ໃນ​ຖານະ​ນາຍົກລັດຖະມົນຕີ​ໄທນັ້ນ ທັງ​
ສອງ​ປະ​ເທດ​ໄດ້​ມີ​ຄວາມ​ສໍາພັນ​ທີ່ເປັນມິດ​
ກັນ​ຫລາຍກ​ວ່າ​ ​ໃນເວລາ​ນີ້. ບໍລິສັດ Shin
Corp ຊຶ່ງ​ເຄີ​ຍ​ເປັນ​ບໍລິສັດ​ໂທລະ​ຄົມມະນາ
ຄົມຂອງທ່ານ​ທັກສິນນັ້ນ ກໍ​ໄດ້​ມີ​ບົດບາດ​
ສໍາຄັນ​ໃນ​ວົງ​ການ​ໂທລະສັບມື​ຖື ​ແລະໂທ
ລະພາບຂອງ​ກໍາປູ​ເຈຍ​ ​ໃນ​ຊຸມ​ປີ 1990.

ຫລັງ​ຈາກ​ທ່ານທັກສິນຖືກ​ໂຄ່​ນລົ້ມ ​ໃນ​ການ​ກໍ່​ລັດ​ຖະ​ປະຫານ​ໃນ​ປີ 2006 ນັ້ນ ທ່ານຮຸນ
ເຊ​ນ ​ໄດ້​ແຕ່ງ​ຕັ້ງ​ໃຫ້​ທ່ານ​ທັກສິນ ​ເປັນ​ທີ່​ປຶກສາດ້ານ​ເສດຖະກິດ​ໃນ​ປີ 2009 ​ແລະ​ຕໍ່​ມາ​
ໃນ​ປີ​ນັ້ນ ທ່ານ​ທັກສິນ​ກໍ​ໄດ້​ໄປ​ຢ້ຽມຢາມ​ກໍາປູ​ເຈ​ຍ. ໃນ​ລະຫວ່າງ​ປີ 2009 ກໍ​ເກີດ​ຄວາມ
ເຄັ່ງ​ຕຶງ​ກັນ​ອີກ​ຄັ້ງ​ນຶ່ງ​ກ່ຽວ​ກັບ​ຂໍ້​ຂັດແຍ້​ງຊາຍ​ແດນ ທີ່​ຍັງ​ຜົນ​ໃຫ້​ມີ​ການ​ປະ​ທະ​ກັນເປັນ​
ໄລຍະໆ​ ທີ່ໄດ້​ຍືດ​ເຍື້ອມາ​ເປັນ​ເວລາສອງ​ປີ.

ໃນ​ເດືອນ​ກໍລະກົດ​ປີ​ນີ້ ກໍາປູ​ເຈ​ຍ​ໄດ້​ຂໍ​ຮ້ອງໃຫ້​ສານ​ໂລກຕັດສິນກ່ຽວ​ກັບກໍລະນີ​ພິພາດ​ດັ່ງ
ກ່າວ ຊຶ່ງສານ​ໂລກ​ກໍໄດ້​ກໍານົດ​ໃຫ້​ຈັດ​ຕັ້ງເຂດ​ປອດ​ທະຫານຂຶ້ນ ຢູ່​ອ້ອມ​ແອ້ມເຂດວັດ​ເຂົາ​
ພະວິຫານ​ນັ້ນ ​ແລະ​ໃຫ້​ສົ່ງ​ໜ່ວຍ​ທະຫານສັງ​ເກດ​ການ​ຂອງ​ອິນ​ໂດນີ​ເຊຍ ​ໄປ​ປະ​ຈໍາ​ການ
ຢູ່​ເຂດ​ດັ່ງກ່າວ​ ເພື່ອ​ຕິດຕາມ​ເບິ່ງ​ການ​ປະຕິບັດ​ຂໍ້​ຕົກລົງ.

ແຜນທີ່ບໍລິເວນທີ່ສານໂລກຕັດສິນໃຫ້ ເປັນເຂດປອດທະຫານ, ເມື່ອວັນທີ 18 ກໍລະກົດ 2011.
ແຜນທີ່ບໍລິເວນທີ່ສານໂລກຕັດສິນໃຫ້ ເປັນເຂດປອດທະຫານ, ເມື່ອວັນທີ 18 ກໍລະກົດ 2011.

ຄາດ​ກັນວ່າ ຝ່າຍ​ກໍາປູ​ເຈຍຈະ​ກົດ​ດັນ​ໃຫ້​
ໜ່ວຍ​ສັງ​ເກດ​ການ​ຂອງ​ອິນ​ໂດ​ເນ​ເຊຍ ປະຕິ
ບັດ​ຕົນ​ເປັນ​ສິ່ງ​ຄໍ້າປະກັນ ບໍ່ໃຫ້​ມີການ​ເສີມ
ສ້າງ​ກໍາລັງ​ທະຫານ​ຂອງ​ໄທ​ໃນເຂດ​ດັ່ງກ່າວ.

ທ່ານ Hang Chayya ຜູ້​ອໍານວຍ​ການ​
ສະ​ຖາ​ບັນ​ປະຊາທິປະ​ໄຕ​ຂະ​ແມ ທີ່​ມີ​ສໍາ
ນັກງານ​ຢູ່​ນະຄອນຫລວງ​ພະນົມ​ເປັນ
ກ່າວ​ວ່າ ​ເຖິງ​ແມ່ນ​ກໍາປູ​ເຈຍ​ຈະ​ທໍາ​ການ
ເຄຶ່ອນ​ໄຫວ​ເພື່ອ​ຄວບ​ຄຸມ​ການພັດທະນາ
ເຂດ​ວັດ​ດັ່ງກ່າວກໍ​ຕາມ ​ແຕ່​ລັດຖະບານ
ພະນົມ​ເປັນ​ກໍ​ມີ​ຄວາມ​ລະ​ມັດ​ລະວັງ​ຫລາຍ​ຂຶ້ນ ໃນ​ການ​ເຈລະຈາ​ຕໍ່​ຮອງກັບ​ໄທ​ນັ້ນ ຊຶ່ງ
ທ່ານອະທິບາຍວ່າ:.

“ລັດຖະບານ​ກໍ​ຍັງ​ຕ້ອງການ​ທີ່​ຈະ​ຕິດຕາມ​ເບິ່ງ​ເລຶ່ອງນີ້​ ກັບໜ່ວຍ​ສັງ​ເກດ​ການ​ນາໆຊາດ ຫລື​ຂອງອິນ​ໂດ​ເນ​ເຊຍ​ນັ້ນ ​ແລະ​ກໍາປູ​ເຈ​ຍຕ້ອງການ​ທີ່​ຈະເຄື່ອນ​ໄຫວ​ແລະ​ສ້າງ​ຜົນ​ກະທົບ​ ໃນ​ແງ່​ຂອງແຜນການ​ພັດທະ​ນາ​ດັ່ງກ່າວນີ້ ທີ່​ກໍາປູ​ເຈຍ​ຕ້ອງການ​ຈະ​ມາ​ປະຕິບັດກ່ຽວ​ກັບວັດ​ເຂົາພະວິຫານນັ້ນ. ​ແຕ່​ກໍາປູ​ເຈ​ຍ​ແມ່ນ​ກໍາລັງ​ເອົາ​ທ່າທີແບບລະມັດລະວັງ​ເປັນ​ພິ​ເສດ ຄືກໍາປູ​ເຈຍ​ບໍ່​ຕ້ອງການ​ຈະ​ຮື້​ຟື້ນ​ບັນຫາ​ເຫລົ່າ​ນີ້​ຂຶ້ນມາ​ອີກ ກັບ​ລັດຖະບານ​ຊຸດ​ໃໝ່​ຂອງ​ໄທ ກໍ​ຄື​ລັດຖະບານ​ຂອງ​ທ່ານ​ນາງຢິ່ງລັກນັ້ນ​.”

ບັດ​ນີ້ ທັງ​ໄທແລະກໍາປູ​ເຈຍ ຕ່າງ​ກໍ​ເວົ້າວ່າ ການ​ຟື້ນ​ຟູ​ຄວາມ​ສໍາພັນກັນ​ຄືນ​ໃໝ່​ນັ້ນ​ ຖື​ເປັນ
ບູລິ​ມະ​ສິດ​ອັນ​ນຶ່ງ. ​ທ່ານຮຸນ ​ເຊ​ນ ​ເອງ​ກ່າວ​ວ່າ ທ່ານ​ກໍາລັງ​ສຶກສາ​ຫາຊ່ອງ​ທາງ​ ປັບປຸງ
ສະຖານະ​ການ​ດ້ານ​ຊາຍ​ແດນ​ໃຫ້​ດີ​ຂຶ້ນ ​ໂດຍ​ທີ່​ຈະ​ບໍ່​ນໍາ​ເອົາກໍລະນີ​ພິພາດ​ຂ້າມ​ເຂດ​ຊາຍ
ແດນນັ້ນ ຂຶ້ນໄປສົນທະນາ​ຫາລື​ ຢູ່​ໃນ​ກອງ​ປະຊຸມຂອງ​ສະມາຄົມ​ອາ​ຊ່ຽນ​ທີ່​ມີ​ສະມາຊິກ
10 ປະ​ເທດ​ນັ້ນ ຕໍ່​ໄປ​ອີກ​ແລ້ວ.

XS
SM
MD
LG