ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານໄທແລະກໍາປູເຈຍ ຍິງຕອບໂຕ້ກັນອີກ ເປັນມື້ທີ່ຫົກ


ຊາກຫັກພັງຈາກການສູ້ລົບກັນ ລະຫວ່າງໄທແລະກໍາປູເຈຍ, ວັນທີ 27 ເມສາ 2011
ຊາກຫັກພັງຈາກການສູ້ລົບກັນ ລະຫວ່າງໄທແລະກໍາປູເຈຍ, ວັນທີ 27 ເມສາ 2011

ກໍາລັງທະຫານຂອງຝ່າຍໄທ ແລະກໍາປູເຈຍໄດ້ຍິງຕອບໂຕ້ ກັນເປັນມື້ທີ່ຫົກ ໃນວັນພຸດມື້ນີ້ ໃນຂະນະທີ່ພວກນັກ ການເມືອງໄດ້ໂຕ້ແຍ້ງກັນ ກ່ຽວກັບຄວາມລົ້ມແຫຼວ ຂອງຂໍ້ສະເໜີໃຫ້ເປີດການເຈລະຈາສັນຕິພາບກັນນັ້ນ.

ມີລາຍງານວ່າ ທັງສອງຝ່າຍໄດ້ລະດົມຍິງ ທັງປືນນ້ອຍ ປືນໃຫຍ່ໃສ່ກັນ ໃນເຂດຊາຍແດນອ້ອມແອ້ມວັດຮິນດູ ໂບຮານສອງແຫ່ງ ຊຶ່ງເປັນບ່ອນທີ່ທັງສອງປະເທດໄດ້ປະ ທະກັນນັບຕັ້ງແຕ່ວັນສຸກເປັນຕົ້ນມາ ພວກເຈົ້າໜ້າທີ່ໄທ
ກ່າວວ່າ ພົນລະເຮືອນຄົນນຶ່ງຖືກຂ້າຕາຍໂດຍປືນໃຫຍ່ ຂອງຝ່າຍກໍາປູເຈຍໃນຄືນແລ້ວນີ້ ພາໃຫ້ຈໍານວນຄົນຕາຍ ທັງໝົດເພີ່ມຂຶ້ນເປັນ 14 ຄົນ ມາຮອດມື້ນີ້ ຈາກການສູ້ລົບກັນເປັນເວລາຫົກມື້ນັ້ນ.

ເມື່ອວັນອັງຄານວານນີ້ ນັບວ່າເປັນເທື່ອທໍາອິດທີ່ທັງສອງ
ຝ່າຍໄດ້ລະດົມຍິງ ໃສ່ກັນໃນການລະເບີດຂຶ້ນຂອງການ
ປະທະກັນຮອບລ່າສຸດ ຢູ່ທີ່ວັດເຂົາພະວິຫານ ຊຶ່ງເປັນວັດຮິນດູໂບຮານອີກແຫ່ງນຶ່ງ ຕັ້ງຢູ
160 ຫລັກກິໂລແມດໄປ ທາງທິດຕາເວັນອອກ ບ່ອນທີ່ປະເທດທັງສອງໄດ້ສູ້ລົບກັນເປັນ
ເວລາສີ່ມື້ໃນ ເດືອນກຸມພາທີ່ຜ່ານມານັ້ນ.

ຂໍ້ສະເໜີໃຫ້ເປີດການເຈລະຈາສັນຕິພາບກັນລະຫວ່າງທັງສອງປະເທດໄດ້ ພັງທະລາຍລົງ
ໃນຕອນເຊົ້າຂອງວັນພຸດມື້ນີ້ ເວລາທ່ານ ປຣະວິດ ວົງສຸວັນ ລັດຖະມົນຕີກະຊວງປ້ອງກັນ
ປະເທດຂອງໄທໄດ້ເລີກລົ້ມການໄປຢ້ຽມຢາມນະຄອນຫລວງພະນົມເປັນຂອງກໍາປູເຈຍນັ້ນ.

ນາຍົກລັດຖະມົນຕີໄທ ທ່ານອະພິຊິດ ເວຊຊາຊິວະ ກ່າວໃນລະຫວ່າງການໄປຢ້ຽມຢາມ
ເຂດຊາຍແດນໃນວັນພຸດມື້ນີ້ວ່າ ທ່ານລັດຖະມົນຕີ ປຣະວິດ ໄດ້ຍົກເລີກ ເນຶ່ອງຈາກມີແຜນ
ການໄປຢ້ຽມຢາມຈີນກ່ອນໜ້ານີ້ ທ່ານອະພິຊິດ ກ່າວຕື່ມວ່າ ໄທຕ້ອງການເຈລະຈາສັນຕິ
ພາບ ແຕ່ກໍຕໍ່ເມື່ອຝ່າຍກໍາປູເຈຍຕ້ອງຢຸດເຊົາການໂຈມຕີ ກ່ອນການເຈລະຈາຈະເກີດຂຶ້ນໄດ້.

ສໍາລັບຝ່າຍກໍາປູເຈຍ ໄດ້ກ່າວວ່າ ໄທເປັນຜູ້ເກາະຜິດພາໃຫ້ເກີດການສູ້ລົບກັນ. ໂຄສົກ ລັດຖະບານທ່ານນຶ່ງບອກວີໂອເອວ່າ ກໍາປູເຈຍຕ້ອງການຢຸດຍິງໃຫ້ໄວເທົ່າທີ່ຈະໄວໄດ້.

XS
SM
MD
LG