ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໄທແລະກໍາປູເຈຍ ປະທະກັນອີກ ເປັນມທີ 3


ທະຫານໄທຄົນນຶ່ງທີ່ໄດ້ຮັບບາດເຈັບ ໃນການສູ້ລົບກັນກັບກໍາປູເຈຍ ທີ່ເລີ່ມຕົ້ນເມື່ອວັນທີ 22 ເດືອນເມສານີ້ ຢູ່ເຂດຊາຍແດນຫ່າງຈາກວັດເຂົາພະວິຫານ 150 ຫລັກກິໂລແມດ ໄປທາງທິດຕາເວັນຕົກ.
ທະຫານໄທຄົນນຶ່ງທີ່ໄດ້ຮັບບາດເຈັບ ໃນການສູ້ລົບກັນກັບກໍາປູເຈຍ ທີ່ເລີ່ມຕົ້ນເມື່ອວັນທີ 22 ເດືອນເມສານີ້ ຢູ່ເຂດຊາຍແດນຫ່າງຈາກວັດເຂົາພະວິຫານ 150 ຫລັກກິໂລແມດ ໄປທາງທິດຕາເວັນຕົກ.

ກໍາລັງທະຫານຂອງໄທແລະກໍາປູເຈຍ​ໄດ້ປະທະກັນອີກ ຢູ່​ໃນເຂດຊາຍແດນ ທີ່ເປັນຂໍ້ຂັດແຍ້ງຂອງປະເທດຂອງ ພວກເຂົາເຈົ້າ​ໃນວັນອາທິດມື້ນີ້ ໃນການສູ້ລົບກັນ​ເປັນມື້ທີ່ ສາມຫລັງຈາກການສູ້ລົບກັນສອງມື້ກ່ອນ​ນີ້​ໄດ້ຍັງຜົນໃຫ້ມີທະ ຫານຂອງທັງສອງຝ່າຍເສຍຊີວິດຢ່າງໜ້ອຍ 10 ຄົນ ແລະ ໄດ້ບັງຄັບໃຫ້ ພວກປະຊາຊົນຫລາຍພັນຄົນທີ່ອາໃສຢູ່ ເຂດອ້ອມແອ້ມນັ້ນ ຕ້ອງ​ອົບ​ພະຍົບໜີ​ໄປ.

ສາເຫດຂອງການປະທະກັນ ​ແມ່ນບໍ່ເປັນທີ່ແຈ້ງຂາວ ໂດຍທີ່ຕ່າງຝ່າຍຕ່າງ ກໍຖິ້ມໂທດໃສ່ກັນແລະກັນວ່າ ອີກຝ່າຍນຶ່ງເປັນຕົ້ນ​ເຫດ​ຂອງ​ການ​ປະ​ທະ​ກັນ.

ການສູ້ລົບກັນແມ່ນເກີດຂຶ້ນ ຢູ່​ໃນ​ເຂດຄຸ້ມວັດແຫ່ງນຶ່ງ ທີ່ຢູ່ຫ່າງຈາກວັດເຂົາພະວິຫານ ທີ່​ເກົ່າ​ແກ່ 900 ປີນັ້ນ ປະມານ 150 ຫລັກກິໂລແມດ ​ໄປທາງທິດຕາເວັນຕົກ.

ທັງສອງປະເທດ​ແມ່ນຖິ້ມໂທດໃສ່ກັນແລະກັນ​ເປັນ​ປະ​ຈໍາວ່າ ອີກ​ຝ່າຍ​ນຶ່ງເປັນຜູ້​ເລີ້ມ​ຕົ້ນ​ການ​ປະ​ທະ​ກັນ​ໃນ​ເຂດຊາຍແດນນັ້ນ ກ່ອນ.

ເມື່ອວັນເສົາວານນີ້ ທ່ານພັນ ຄີມູນ ເລຂາທິການ​ໃຫຍ່ອົງການສະຫະປະຊາຊາດ ໄດ້ຮຽກ ຮ້ອງ ໃຫ້ທັງສອງຝ່າຍຢຸດຍິງກັນ ແລະກ່າວວ່າທັງ​ສອງປະເທດເພື່ອນບ້ານ ຄວນຈະທໍາການ
ໂອ້ລົມສົນທະນາກັນຢ່າງເອົາຈິງເອົາຈັງ ເພື່ອຫາທາງແກ້ໄຂຂໍ້ຂັດແຍ້ງກັນນັ້ນໃຫ້ໄດ້. ຫລັງຈາກການສູ້ລົບກັນ ຄັ້ງເມື່ອເດືອນກຸມພາຜ່ານມາ ທ່ານພັນ ຄີມູນ ກໍໄດ້ຮຽກຮ້ອງໃຫ້ ສະມາຄົມອາຊ່ຽນ ຊ່ວຍຫາທາງຍຸຕິຂໍ້ຂັດແຍ້ງລະຫວ່າງສອງປະເທດນີ້ ທີ່​ໄດ້​ມີການປະທະ ກັນ ຫລາຍໆບັ້ນ ນັບຕັ້ງແຕ່ປີ 2008 ເປັນຕົ້ນມາ ຫລັງ​ຈາກ​ທີ່ອົງການສະຫະປະຊາຊາດ​ ໄດ້​ປະກາດ​ ໃຫ້ວັດເຂົາພະວິຫານເປັນມໍລະດົກຂອງໂລກ.

XS
SM
MD
LG