ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກໍາປູເຈຍຈະພາທູດທະຫານ ໄປຢ້ຽມບໍລິເວນອ້ອມແອ້ມ ວັດ​ເຂົາພະ​ວິຫານ


ກໍາປູເຈຍແລະໄທຂັດແຍ້ງກັນໃນເຂດເຂົາພະວິຫານຢູ່​ໃກ້ໆກັບ​ວັດ​ຮິນ​ດູ ອາຍຸ 900 ປີ
ກໍາປູເຈຍແລະໄທຂັດແຍ້ງກັນໃນເຂດເຂົາພະວິຫານຢູ່​ໃກ້ໆກັບ​ວັດ​ຮິນ​ດູ ອາຍຸ 900 ປີ

ກໍາປູ​ເຈຍ​ກ່າວ​ວ່າ ຕົນຈະ​ພາທູດ​ທະຫານ​ຕ່າງປະເທດ​ກຸ່ມ
ນຶ່ງ ​ໄປ​ເບິ່ງ​ເຂດ​ທີ່​ເປັນ​ຈຸດ​ຂັດ​ແຍ້​ງກັນ​ກັບ​ປະ​ເທດໄທ ຢູ່​
ອ້ອມ​ແອ້ມ​ວັດ​ເຂົາພະ​ວິຫານນັ້ນ ຊຶ່ງ​ການ​ກະທໍາ​ດັ່ງກ່າວ​
ນີ້ ຈະ​ເປັນ​ການ​ສ່ຽງ​ຕໍ່​ການ​ສ້າງ​ຄວາມ​ຂັດ​ແຍ່ງ​ກັນຂຶ້ນ​ອີກ ເທື່ອ​ໃໝ່ ກັບ​ຝ່າຍ​ໄທ​ນັ້ນ.

ໂຄສົກ​ທ່ານ​ນຶ່ງ​ຂອງ​ກະຊວງ​ປ້ອງ​ກັນຊາ​ດຂອງ​ກໍາປູ​ເຈຍ
ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ​ເຈົ້າ​ໜ້າ​ທີ່​ກໍາປູ​ເຈຍ ຈະ​ພາຄະນະ​
ທູດ​ທະຫານ​ຈາກ 10 ປະ​ເທດ ​ໄປ​ເບິ່ງຄວາມ​ເສຍຫາຍ​ທີ່
ເກີດ​ຈາ​ກການ​ຕໍ່ສູ້​ກັນເມື່ອ​ບໍ່ນານ​ມາ​ນີ້ ຢູ່​ໃກ້ໆກັບວັດ​ຮິນ
ດູ ອາຍຸ 900 ປີ​ດັ່ງກ່າວ ​ໃນ​ວັນ​ພະຫັດ​ມື້​ອື່ນ​ນີ້.

ຢ່າງ​ໃດ​ກໍ​ຕາມ ​ເຈົ້າ​ໜ້າ​ທີ່​ໄທ​ທ່ານ​ນຶ່ງ​ໄດ້​ບອກ​ກັບ​ໜັງສືພິມ
Bangkok Post ວ່າ ໄທ​ຂັດຄ້ານ​ຕໍ່​ການຢ້ຽມຢາມ​ດັ່ງ
ກ່າວ ​ແລະ​ກໍ​ໄດ້​ສັ່ງ​ໃຫ້​ທະຫານ​ຂອງ​ຕົນ​ ທີ່​ປະ​ຈໍາການຢູ່
ໃນ​ບໍ​ລິ​ເວ​ນນັ້ນ ຢູ່​ໃນ​ທ່າກຽມພ້ອມ​ແລະມີ​ສະຕິ​ລະວັງ​ໂຕ
ສູງ. ​ເຈົ້າໜ້າ​ທີ່​ທ່ານ​ນີ້ ຊຶ່ງ​ໜັງສືພິມ​ບໍ່​ໄດ້​ບອກຊື່​ນັ້ນ ​ເວົ້າ​ວ່າ ລັດຖະບານ​ໄທ​ບໍ່​ຂັດຂ້ອງທີ່
ພວກ​ທູດ​ທະຫານ​ຈະ​ໄປ​ເບິ່ງ​ວັດ​ເຂົາ​ພະ​ວິຫານ ​ແຕ່​ບໍ່​ຢາກ​ໃຫ້​ພວກ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນເຂດ​
ທີ່ຢູ່​ຕິດ​ກັນ ​ເນື້ອ​ທີ່​ກວ້າງ 4.6 ຕາລາງ​ກິ​ໂລ​ແມັດ ທີ່​ໄທ​ອ້າງ​ວ່າ​ເປັນ​ດິນ​ຂອງ​ຕົນ​ນັ້ນ.

ໃນ​ເດືອນ​ແລ້ວ​ນີ້ ​ໄທ​ກໍ​ໄດ້​ພາ​ທູດ​ທະຫານ​ກຸ່ມ​ນຶ່ງ​ຈາກ 14 ປະ​ເທດ​ ໄປ​ເບິ່ງ​ບໍລິ​ເວນທີ່​ໄດ້
ຮັບ​ຜົນ​ກະທົບ​ຈາກ​ການ​ສູ້​ລົບ​ກັນນັ້ນ​ ແຕ່​ບໍ່​ໄດ້​ພາ​ເຂົາ​ເຈົ້າ​ເຂົ້າ​ໄປ​ໃນ​ເຂດ​ທີ່​ເປັນ​ຫົວ​ຂໍ້ຜິດ
ຖຽງ​ກັນ ​ຕາມທີ່ເຈົ້າ​ໜ້າ​ທີ່​ທະຫານ​ໄທຄົນ​ດັ່ງກ່າວໄດ້ບອກກັບ​ໜັງສືພິມ Bangkok
Post.

ທັງສອງ​ປະ​ເທດ​ໄດ້​ຕົກລົງ​ໃຫ້​ນັກ​ສັງ​ເກດ​ການ​ທະຫານ​ຈາກ​ອິນ​ໂດ​ເນ​ເຊຍ 30 ຄົນ​ໄປ​
ປະ​ຈໍາການ​ຢູ່​ໃນ​ເຂດ​ນັ້ນ​ເພື່ອ​ຊ່ວຍ​ປ້ອງ​ກັນ​ບໍ່​ໃຫ້​ເກີດ​ການ​ຕໍ່ສູ້​ກັນ​ຄັ້ງ​ໃໝ່ ​ແຕ່​ພວກ​ນັກ
ສັງ​ເກດ​ການ​ຍັງບໍ່​ໄດ້​ເດີນທາງ​ໄປ​ຮອດ​ເທື່ອ.

XS
SM
MD
LG