ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ແລະ ກໍາປູເຈຍ ຕົກລົງຢຸດຍິງກັນ


ການສູ້ລົບກັນລະຫວ່າງທະຫານໄທ ແລະກໍາປູເຈຍ ໄກ້ໆເຂດວັດເຂົາພະ ວິຫານ ທີ່ເລີ່ມຕົ້ນຂື້ນວັນທີ່ 4 ເດືອນນີ້
ການສູ້ລົບກັນລະຫວ່າງທະຫານໄທ ແລະກໍາປູເຈຍ ໄກ້ໆເຂດວັດເຂົາພະ ວິຫານ ທີ່ເລີ່ມຕົ້ນຂື້ນວັນທີ່ 4 ເດືອນນີ້

ໄທ ແລະກໍາປູເຈຍໄດ້ຕົກລົງກັນຢຸດຍິງ ຫລັງຈາກໄດ້ສູ້ລົບ
ກັນມາເປັນ​ເວລາສອງມື້ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດ 5 ຄົນ
ໃນການຂັດແຍ້ງກັນເລຶ່ອງຊາຍແດນ ຢູ່ໃກ້ໆອານາເຂດ
ຂອງໂບຮານນະສະຖານວັດຮິນດູ ຫລືວັດເຂົາພະວິຫານ ທີ່ມີອາຍຸ 900 ປີນັ້ນ

ພວກເຈົ້າໜ້າທີ່ທະຫານຂອງໄທແລະກໍາປູເຈຍ ໄດ້ເຈລະ
ຈາ​ຕໍ່​ຮອງ​ກັນເລື້ອງ​ການຢຸດຍິງ ​ໃນວັນເສົາວານນີ້ ​ແລະ
ໄດ້ຕົກລົງກັນຍຸຕິການສູ້ລົບ ຫລັງຈາກທີ່​ທັງ​ສອງຝ່າຍ​ໄດ້
ຍິງ​ປືນ​ໃຫຍ່ຕໍ່ສູ້​ກັນ ໃນການປະທະກັນເປັນ​ເວລາສັ້ນໆ ທີ່
ລະເບີດຂື້ນ​ໃນ​ເວລາບໍ່​ຮອດນຶ່ງມື້ ຫລັງຈາກເກີດຄວາມຮຸນ
ແຮງລະຫວ່າງ​ກັນ​ຮອບ​ທໍາ​ອິດເມື່ອວັນສຸກຜ່ານມາ ​ໂດຍ​
ລວມແລ້ວ ຝ່າຍກໍາປູເຈຍກ່າວວ່າ ທະຫານຂອງຕົນສອງ
ຄົນແລະພົນລະເຮືອນຄົນນຶ່ງເສຍຊີວິດ. ທາງຝ່າຍໄທນັ້ນ
ກ່າວວ່າ ທະຫານຄົນນຶ່ງແລະຊາວບ້ານຂອງຕົນຄົນນຶ່ງ ເສຍຊີວິດ.

ນອກຈາກການຕົກລົງຢຸດຍິງກັນແລ້ວ ພວກເຈົ້າໜ້າທີ່ທະຫານຂອງທັງສອງ ຝ່າຍຍັງໄດ້ຕົກ
ລົງກັນ ທີ່​ຈະ​ບໍ່​ສົ່ງທະຫານ​ໄປ​ເສີມ​ກໍາລັງ​ຂອງ​ຕົນ ທີ່ປະຈໍາການຢູ່​ໃກ້ວັດເຂົາພະວິຫານ ທີ່
ສ້າງຂື້ນໃນສັດຕະວັດທີ່ 11 ນັ້ນ ​ແລະທັງສອງຝ່າຍກ່າວວ່າ ພວກເຂົາເຈົ້າຈະພະຍາຍາມ
ປະສານງານກັນໃຫ້ດີກວ່າເກົ່າ ເພື່ອປ້ອງກັນບໍ່ໃຫ້​ເກີດການປະທະກັນອີກໃນເຂດຊາຍແດນ ທີ່ເປັນຂໍ້ຂັດແຍ້ງກັນນັ້ນ.

ການຕັດສິນຂອງສານໂລກເມື່ອປີ 1962 ​ໄດ້ມອບວັດເຂົາພະວິຫານ ​ໃຫ້ເປັນຂອງກໍາປູເຈຍ
ເຖິງແມ່ນທາງເຂົ້າທາງ ໃຫຍ່ໄປຫາວັດນັ້ນຈະຢູ່ໃນເຂດຂອງໄທກໍຕາມ. ແຕ່ການຕັດສິນຂອງ
ສານ ບໍ່ໄດ້​ແກ້​ໄຂ​ບັນຫາ​ກ່ຽວ​ກັບກໍາມະສິດ​ໃນດິນດອນອ້ອມແອ້ມວັດ ທີ່ທັງໄທແລະກໍາປູເຈຍ
ຕ່າງກໍອ້າງວ່າ ເປັນກໍາມະສິດຂອງພວກຕົນນັ້ນ. ​ໄດ້ມີການປະທະກັນລະຫວ່າງ​ທະຫານ​ຂອງ​
ສອງ​ຝ່າຍ ຢູ່ຕາມເຂດຊາຍແດນທີ່ເປັນຂໍ້ຂັດແຍ້ງກັນນີ້ ເປັນບາງຄັ້ງບາງຄາວ ແຕ່ການສູ້ລົບ
ກັນສອງມື້ຄັ້ງລ່າສຸດນີ້ ຖືວ່າເປັນຄັ້ງທໍາອິດໃນປີນຶ່ງ ທີ່ຍັງຜົນໃຫ້ມີຜູ້ເສຍຊີວິດຫລາຍຄົນນັ້ນ.

XS
SM
MD
LG