ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄທເລືອກເອົາຄົນ ​ທີ່ມີຊື່ໃນບັນຊີດໍາ ຂອງສະຫະລັດ ເຂົ້າຮ່ວມໃນຄະນະລັດຖະບານ


ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ ນາຍົກລັດຖະມົນຕີໄທ
ທ່ານ​ນາງ ຍິ່ງ​ລັກ ຊິນນະ​ວັດ ນາຍົກລັດຖະມົນຕີໄທ

ແມ່ຍິງຄົນ​ນຶ່ງທີ່ຢູ່​ໃນ​ບັນຊີ​ດຳ​
ຂອງ​ສະຫະລັດ ທ​ພົວ​ພັນ
ກຽວຂອງທາງ​ທຸລະ​ກິດ​ກັບ
ພັນ​ລະ​ຍາ​ຂອງຜູ້ນຳ​ຊິ​ມບັບ​ເວ
ທານ Robert Mugabe ນັ້ນ
ແມນ 1 ໃນຈຳນວນ 2 ຄົນທີ່
ເປັນບັນ ຫາ​ຖົກ​ຖຽງ​ໂຕ້​ແຍ້​ງ
ທີ່​ຖືກ​ແຕ່ງຕັ້ງ​ໃໝ່ ​ໃຫ້​ເປັນ​ລັດ
ຖະມົນຕີ ​ໃນ​ຄະນະ​ລັດຖະບານ
ຂອງ​ໄທ ທີ່​ປົກຄອງ​ປະ​ເທດ​ໃນ
​ເວລາ​ນີ້.

ສ່ວນ​ອີກ​ຄົນ​ນຶ່ງ​ເປັນ​ອະດີດ​ຜູ້ນຳ
ຂອງ​ຂະ​ບວນ​ການ​ເສື້ອ​ແດງ ທີ່
​ປະ​ເຊີນ​ກັບ​ຂໍ້​ຫາ​ກໍ່​ການຮ້າຍໃນ
​ລະຫວ່າງ​ການ​ປະ​ທ້ວງ​ເປັນ​
ເວລາ​ສອງ​ເດືອນ ທີ່​ສິ້ນສຸດ​ລົງ​
ໂດຍ​ມີ​ຜູ້​ເສຍ​ຊີວິດ ຫຼາຍສິບ​ຄົນ​
ໃນ​ປີ 2010 ຜ່ານ​ມາ.

ອະດີດນັກທຸລະກິດ​ຍິງ ນາລິນີ ທະວີສິນ ແລະນັກເຄື່ອນໄຫວ ນັດຖະວຸດ ​ໄສເກື້ອ ແມ່ນ
ຮວມຢູ່​ໃນ​ຈຳນວນສະມາຊິກ​ໃໝ່ 10 ຄົນຂອງຄະນະລັດຖະບານ​ທ່ານ​ນາງ ຍິ່ງ​ລັກ ຊິນນະ
​ວັດ. ອີກ 6 ຄົນ​ຮວມທັງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ນັ້ນ ​ໄດ້​ຖືກຊັບຊ້ອນ ໃຫ້​ໄປ​ຮັບ​ໜ້າ
​ທີ່​ໃໝ່.

ນາງ ນາລິນີ ທີ່​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ລັດຖະມົນ​ຕີ​ປະຈຳ​ສຳນັກງານ​ນາຍົກລັດຖະມົນຕີນັ້ນ
​ເຄີຍມີໜ້າ​ທີ່​ແລ້ວ​ເປັນຜູ້ຕາງໜ້າ​ທາງ​ດ້ານ​ການຄ້າ​ຂອງ​ໄທ ກ່ອນ​ມີ​ລາຍ​ງານ​ຂ່າວໃນ​ວັນ​
ພຸດ​ວານ​ນີ້ ກ່ຽວ​ກັບ​ລາຍ​ຊື່​ຂອງ​ນາງ​ຢູ່​ໃນ​ບັນຊີ​ດຳ​ຂອງ​ສະຫະລັດ.

ບັນຫາ​ຖົກ​ຖຽງ​ໂຕ້​ແຍ້​ງຍັງ​ໄດ້​ເກີດ​ຂຶ້ນຈາກການປະກາດຊື່ ​ນາຍນັດຖະວຸດ​ ໄສເກື້ອ ​ໃຫ້ກຳ ຕຳແໜ່ງຮອງລັດຖະມົນຕີກະຊວງກະເສດ. ນັກ​ເຄື່ອນ​ໄຫວ​ຜູ້ນີ້ແມ່ນຜູ້ນຳ​ຄົນສຳຄັນຂອງ
ພວກ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໃນ​ປີ 2010 ທີ່​ສິ້ນສຸດ​ລົງ​ໂດຍ​ການ​ປາບ​ປາມ​ຂອງ​ພວກ
ທະຫານ​ ທີ່​ເຮັດ​ໃຫ້​ມີ​ຜູ້​ເສຍຊີວິດ​ຫຼາຍກວ່າ 90 ຄົນ​ນັ້ນ.

XS
SM
MD
LG