ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

21 ຄົນ ເສຍຊີວິດ ຍ້ອນ ລົດບັສຂວໍ້າ ໃນພາກເໜືອ ຂອງໄທ (ວີດີໂອ)


ທີ່​ປະ​ເທດ​ໄທ ຕຳຫຼວດ​ກ່າວ​ວ່າ ລົດ​ບັສນຳ​ທ່ຽວ​ຄັນ​ນຶ່ງ​ໄດ້​ເກີດ​
ອຸບັດ​ເຫດ​ໃນ​ພາກ​ເໜືອ​ຂອງ​ໄທ ​ເຮັດ​ໃຫ້​ພວກ​ຄົນ​ໂດຍສານ​
ຢ່າງ​ນ້ອຍ 21 ຄົນ​ເສ​ຍຊີວິດ​ແລະ​ບາດ​ເຈັບ​ຕື່ມ​ອີກເກືອບ 20
ຄົນ ຮວມທັງ​ຄົນ​ຂັບ​ລົດ​ນຳ.

ລົດ​ບັສຄັນ​ນີ້ ​ໄດ້​ຕົກລົງເຫວ​ເລິກ​ແຫ່ງ​ນຶ່ງ​ ໃນ​ຈັງຫວັດ​ລຳ​ປາງ​
ໃນ​ວັນ​ພຸດ​ວານ​ນີ້.

ຕຳຫຼວດ​ກ່າວ​ວ່າ ລົດ​ບັສຄັນ​ດັ່ງກ່າວ​ກຳລັງ​ບັນທຸກ​ພວກ​ສະ​
ແຫວ​ງບຸນ​ຊາວ​ພຸດ ທີ່​ພວມ​ພາ​ກັບ​ຄືນ​ມາ​ຈາກ​ການ​ໄປທ່ອງ
​ເບິ່ງ​ວັດ​ແຫ່ງ​ນຶ່ງ​ເວລາເກີດ​ອຸບັດ​ເຫດ​.

ຕຳຫຼວດ​ກ່າວ​ວ່າ ຄົນ​ຂັບ​ລົດ​ກຳລັງ​ປະ​ເຊີນ​ກັບ​ຂໍ້​ກ່າວ​ຫາຂັບ​
ລົດ​ແບບປະໝາດ​ໃນ​ອຸບັດ​ເຫດ​ທີ່​ພາ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ຄັ້ງ​ນີ້.


XS
SM
MD
LG