ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

HRW ວ່າ ໄທ ບໍ່ປົກປ້ອງ ພວກອົບພະຍົບ ໂຣຮິງຢາ (ວີດິໂອ)


ຊາວມຸສລິມຊົນເຜົ່າໂຣຮິງຢາຈໍານວນນຶ່ງ ທີ່ໄດ້ຫລົບໄພ ອອກຈາກມຽນມາ ໃນຊຸມເດືອນໝໍ່ໆ ມານີ້
ຊາວມຸສລິມຊົນເຜົ່າໂຣຮິງຢາຈໍານວນນຶ່ງ ທີ່ໄດ້ຫລົບໄພ ອອກຈາກມຽນມາ ໃນຊຸມເດືອນໝໍ່ໆ ມານີ້
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ກໍາລັງ
ຮຽກຮ້ອງໃຫ້ມີການສືບສວນເຫດການ ທີ່ທະຫານເຮືອໄທ
ທີ່ຖືກກ່າວຫາວ່າ ໄດ້ຍິງປືນເຂົ້າໃສ່ “ພວກອົບພະຍົບທາງ
ເຮືອ” ໂຣຮິງຢາ ຊຶ່ງໄດ້ສັງຫານພວກຊອກສະແຫວງຫາທາງ
ລີ້ໄພຢ່າງໜ້ອຍ ສອງຄົນ.

ກຸ່ມດັ່ງກ່າວ ທີ່ມີສໍານັກງານຕັ້ງຢູ່ນະຄອນນີວຢອກ ກ່າວໃນ
ວັນພຸດມື້ນີ້ວ່າ ການ ສືບສວນຂອງຕົນເປີດເຜີຍໃຫ້ຮູ້ວ່າ ໃນ
ເດືອນແລ້ວນີ້ ທະຫານເຮືອໄທໄດ້ຍິງປືນເຂົ້າໃສ່ພວກອົບພະ
ຍົບໂຣຮິງຢາ ປະມານ 20 ຄົນ ໃນລະຫວ່າງການປະຕິບັດ
ງານເພື່ອຂັບໄລ່ຊາວໂຣຮິງຢາກຸ່ມດັ່ງກ່າວ ອອກໄປສູ່ກາງທະ
ເລອີກ. ແຕ່ໄທໄດ້ ປະຕິເສດ ຕໍ່ການກ່າວຫາດັ່ງກ່າວ.

ຊາວມຸສລິມຊົນເຜົ່າໂຣຮິງຢາຫລາຍສິບພັນຄົນ ໄດ້ຫລົບໄພອອກຈາກມຽນມາ ໃນຊຸມ
ເດືອນໝໍ່ໆມານີ້ ເພື່ອຫລົບໜີການກໍ່ຄວາມຮຸນແຮງທາງສາສະໜາ ແລະ ການຈໍາ ແນກກີດກັນທີ່ໄດ້ຮັບການສະໜັບສະໜຸນຈາກລັດຖະບານ.

ໄທ ໄດ້ປະຕິເສດທີ່ຈະຮັບເອົາພວກອົບພະຍົບສ່ວນໃຫຍ່ ແຕ່ກໍສັ່ງໃຫ້ກອງທັບເຮືອ ຂອງຕົນລັດເບິ່ງເຮືອຕ່າງໆ ແລະເອົາອາຫານ ພ້ອມທັງສິ່ງຂອງທີ່ຈຳເປັນຕ່າງໆ ໃຫ້ ພວກໂດຍສານໃນເຮືອ ກ່ອນທີ່ຈະສົ່ງພວກເຂົາເຈົ້າອອກໄປກາງທະເລຕໍ່.

ກຸ່ມ Human Rights Watch ໄດ້ຕໍາໜິນະໂຍບາຍ “ຂັບໄລ່ອອກສູ່ກາງທະເລຄືນ”
ໂດຍເວົ້າວ່າ ໄທບໍ່ໄດ້ໃຫ້ການປົກປ້ອງແກ່ພວກຂໍລີ້ໄພຊາວໂຣຮິງຢາຕາມທີ່ໄດ້ກໍາ ນົດໄວ້
ຢູ່ໃນກົດໝາຍສາກົນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:
XS
SM
MD
LG