ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວ​ມຽນມາຫລາຍ​ພັນ​ຄົນ ພາກັນ​ຫລົບໜີ​ ເຂົ້າ​ໄປ​ຍັງ​ປະ​ເທດ​ໄທ


ارجنٹینا کے ماریو برگلیو نئے پوپ منتخب
ارجنٹینا کے ماریو برگلیو نئے پوپ منتخب

ຊາວ​ມຽນມາຫລາຍ​ພັນ​ຄົນ ​ໄດ້ພາກັນ​ຫລົບໜີ​ເຂົ້າ​ໄປ​ຍັງ​ປະ​ເທດ​ໄທ ​​ ເພື່ອ​ໜີ​ການ​ຕໍ່ສູ້​ກັນ ທີ່​ກໍາລັງເພິ່ມທະວີ​ຄວາມ​ຮ້າຍ​ແຮງ​ຂຶ້ນ​ ຢູ່​ໃນ​ປະ​ເທດນັ້ນ ໃນ​ວັນ​ຈັນ​ມື້​ນີ້ ນຶ່ງ​ມື້​ຫລັງ​ຈາກ ມຽນມາ​ໄດ້​ຈັດ​ການ​ເລືອກ​ຕັ້ງ​ຄັ້ງ​ທໍາ​ອິດຂຶ້ນ ​ໃນ​ຮອບ 20 ​ປີ​. ຕາມ​ທີ່ຜູ້​ສື່​ຂ່າວ​ວີ​ໂອ​ເອ ນາງ Kate Dawson ລາຍ​ງານ​ມາ​ຈາກ​ບາງກອກນັ້ນ ​ເບິ່ງ​ຄື​ວ່າ ການ​ຕໍ່ສູ້​ກັນ​ດັ່ງກ່າວ ​ແມ່ນ​ໃນ​ລະຫວ່າງ​ພວກ​ທະ​ຫານ​ບ້ານ​ເຜົ່າ​ກະຫລ່ຽງ ກັບ​ກອງທັບ​ມຽນມາ.

ວັນຈັນມື້​ນີ້ ມີຊາວ​ມຽນມາ ຈໍານວນ​ຫລວງຫລາຍ ພາກັນ​ອົບ​ພະຍົບຂ້າມ​ຊາຍ​ແດນ​ເຂົ້າ​ໄປ​ຍັງແມ່​ສອດ ​ເມືອງ​ຊາຍ​ແດນຂອງ​ໄທ ທີ່ຢູ່​ຄົນ​ລະ​ຟາກ​ແມ່​ນໍ້າ​ ກັບມຽນມາ​ນັ້ນ. ພວກ​ເຂົາ​ເຈົ້າ​ພາກັນ​ຫລົບ​ໜີ​ການ​ສູ້​ລົບ​ກັນ​ລະຫວ່າງ​ກອງ​ທະຫານບ້ານ​ເຜົ່າ​ຫະຫລ່ຽງກຸ່ມ​ນຶ່ງ ກັບ​ທະຫານ​ກອງ​ທັບ​ມຽນມາ ຊຶ່ງ​ການ​ສູ້​ລົບ​ກັນ​ທີ່​ວ່າ​ນີ້ ​ໄດ້​ເລີ້ມ​ຕົ້ນ​ຂຶ້ນ​ໃນ​ວັນ​ອາທິດ​ວານ​ນີ້ ​ແລະ​ໄດ້​ເພິ່ມທະວີ​ຄວາມ​ຮຸນ​ແຮງ​ຂຶ້ນ​ເລື້ອຍໆ ຈົນ​ມາ​ຮອດ​ວັນ​ຈັນ​ມື້​ນີ້. ຜູ້​ສື່​ຂ່າວ​ວີ​ໂອ​ເອ ນາຍ Daniel Schearf ລາຍ​ງານ​ມາ​ຈາກ​ເດິ່ນເຕະບານ​ແຫ່ງ​ນຶ່ງ ​ໃນ​ເມືອງ​ແມ່​ສອດ ທີ່​ກໍາລັງ​ຖືກ​ໃຊ້​ເປັນບ່ອນ​ຮອງ​ຮັບ​ຊາວ​ອົບ​ພະຍົບ​ເຫລົ່າ​ນັ້ນ​ຊົ່ວຄາວ ວ່າ:

“There are hundreds, perhaps as many as 3-4000 people sitting under tents and under trees…

ນາຍ Schearf ​ເວົ້າ​ວ່າ ມີ​ອົບ​ພະຍົບຫລາຍ​ຮ້ອຍ​ຄົນ ບາງທີ​ອາດ​ມີ​ຫລາຍ​ຮອດ 3-4 ພັນ​ຄົນ​ກໍ​ໄດ້ ທີ່​ພາກັນ​ນັ່ງຢູ່ໃຕ້​ຕູບ​ຜ້າ​ໃບ ​ແລະ​ໃຕ້​ຕົ້ນ​ໄມ້. ພວກ​ເຂົາ​ເຈົ້າ​ໄດ້​ພາກັນ​ຫລົບໜີ ຂ້າມ​ແມ່​ນໍ້າມາຈາກ​ມຽນມາ ຫລື​ບໍ່​ກໍ​ເປັນ​ພວກ​ທີ່​ໄ​ດ້​ເຂົ້າ​ມາ​ເຮັດ​ວຽກ​ຢູ່​ຕາມ​ໂຮງ​ຈັກ​ໂຮງງານ ​ໃນ​ເຂດ​ຊາຍ​ແດນ​ໄທ ​ແລະ​ຕົກ​ຄ້າງ​ຢູ່​ທີ່​ນັ້ນ ຍ້ອນ​ກັບ​ຄືນ​ເມືອ​ບໍ່​ໄດ້ ​ເນື່ອງ​ມາ​ຈາ​ກການ​ຕໍ່ສູ້​ກັນ​ດັ່ງກ່າວ.

ປາກົດ​ວ່າ ​ລູກປືນ​ແລະ​ລະ​ເບີດ​ມື ຈໍານວນ​ນຶ່ງ ​ໄດ້​ຕົກ​ເຂົ້າ​ມາ​ໃນ​ເຂ​ດຊາຍ​ແດນ​ໄທ ​ເຮັດ​ໃຫ້​ຢ່າງ​ນ້ອຍ 3 ຄົນ​ໄດ້​ຮັບ​ບາດ​ເຈັບ.

ໃນ​ວັນ​ອາທິດ​ວານ​ນີ້ ມຽນມາ​ໄດ້​ຈັດການ​ເລືອກ​ຕັ້ງ​ສະ​ເພາ​ແຫ່ງ​ຊາດ ຄັ້ງ​ທໍາ​ອິດ​ຂຶ້ນ ​ໃນ​ຮອບ 20 ປີ ຊຶ່ງຄາດກັນວ່າ ພວກ​ສະມັກ​ເລືອກ​ຕັ້ງ​ທີ່​ສະໜັບສະໜຸນ ລັດຖະບານ​ທະຫານ ຈະ​ໄດ້​ຮັບ​ບອ່ນນັ່ງ​ຫລາຍ​ທີ່​ສຸດ ​ໃນ​ສະພາ​ແຫ່ງ​ຊາດ​ນັ້ນ.

ບັນດາ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ ​ແລະ​ຫລາຍໆ​ລັດຖະບານ ອັນ​ໂຮມ​ທັງ​ສະຫະລັດ​ນໍາ ​ໄດ້ ພາກັນ​ປະນາມ​ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ວ່າ ທັງ​ບໍ່​ເສລີ​ແລະ​ບໍ່​ຍຸດຕິ​ທໍາ.

XS
SM
MD
LG