ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໐ ພຶດສະພາ ໒໐໒໔

ໄທປາບແຮງງານຕ່າງດ້າວ


ກຸ່ມປົກປ້ອງສິດທິມະນຸດກຸ່ມນຶ່ງໃນໄທ ກ່າວວ່າ ການປາບປາມ ພວກແຮງງານຕ່າງດ້າວ ທ່ີບໍ່ໄປລົງທະບຽນກັບລັດຖະບານ ຊຶ່ງສ່ວນຫລາຍແມ່ນມາຈາກມຽນມ້ານັ້ນ ສາມາດຊຸກຍູ້ໃຫ້ມີການລະເມີດສິດທິມະນຸດໄດ້.

ມູນ​ນິທິ​ສິດທິ​ມະນຸດ​ແລະ​ການ​ພັດທະນາ ກ່າ​ວວ່າ ທາງ​ການ​ໄທ ກຳລັງແນ​ເປົ້າ​ໝາຍ​ການ​ຈັບ​ກຸມ​ ໃສ່​ພວກ​ແຮງ​ງານ​ຕ່າງ​ດ້າວທ່ີ​
ບໍ່​ໄດ້​ປະ ກອບສ່ວນ​ໃນ​ໂຄງການ​ພິສູ​ດສັນຊາດ​ຂອງ​ລັດຖະບານ​.

ມູນ​ນິທິ​ສິດທິ​ມະນຸດ​ແລະ​ການ​ພັດທະນາ ​ຫລື HRDF ກ່າວ​ວ່າ ​ໃນ​ເດືອນ​ນີ້​ ລັດຖະບານ​ໄດ້​ຈັດ​ຕັ້ງ​ສູນ​ພິ​ເສດແຫ່ງ​ນຶ່ງ​ຂຶ້ນ​ເພື່ອ​
ຄຸ້ມ​ຄອງການ​ປະຕິບັດ​ງານປາບ​ປາມ​ພວກ​ແຮງ​ງານ​ອົບ​ພະຍົບຫລື​ຕ່າງ​ດ້າວ ປະມານ 3 ​ແສນ​ຄົນ​ ທ່ີ​ບໍ່​ໄດ້ໄປ​ລົງທະບຽນ​
ພາຍໃນ​ວັນເສ້ນ​ຕາຍເມື່ອເດືອນກຸມ ພາຜ່ານ​ມາ ເພື່ອ​ເລີ່​ມຂັ້ນຕອນພິສູດ​ສັນຊາດ​ນັ້ນ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກຸ່ມ​ນີ້​ກ່າວ​ວ່າ ພວກ​ແຮງ​ງານ​ອົບ​ພະຍົບຫລາຍ ຮ້ອຍ​ຄົນ​ໄດ້​ຖືກ​ຈັບ​ກຸມ​ໄປ​ແລ້ວ​ ແລະ​ຄາດ​ວ່າ​
ຈະ​ມີ​ການ​ຈັບ​ກຸມ​ຕື່ມ​ອີກ ຫລາຍ​ຄົນ.

ທ່ານ​ສົມ​ຊາຍ​ ຫອມ​ລະ​ອໍ ທະນາຍຄວາມ​ດ້ານ​ສິດທິ​ມະນຸດ ​ແລະ​ເປັນ​ເລຂາທິການ​ໃຫຍ່​ຂອງ​ມູນ​ນິທິ HRDF ກ່າວ​ວ່າ
ການ​ປາບ​ປາມ​ແລະ ຄວາມ​ຮຽກຮ້ອງ​ຕ້ອງການຢ່າງ​ສູງ ພວກແຮງ​ງານ​ອົບ​ພະຍົບລາຄາ​ຖືກ​ ນັ້ນ ມີ​ແຕ່​ຈະ​ສົ່ງ​ເສີມ
ການ​ໃຫ້​ສິນ​ບົນ​ແລະກິດຈະກຳ​ອາຊະຍາ​ກຳອື່ນໆ​ ທ່ີໂຄງການຈົດທະບຽນ​ມີ​ເປົ້າ​ໝາຍ​ ຈະປ້ອງ​ກັນບໍ່​ໃຫ້​ເກີດຂຶ້ນ​ນັ້ນ.
ທ່ານ​ສົມ​ຊາຍ ຫອມ​ລະ​ອໍ ກ່າວ​ວ່າ ​ກຳໜົດ​ເວລາເສ້ນ​ຕາຍສຳລັບ​ໂຄງ ການ​ພິສູດສັນຊາດ​ທົ່ວ​ປະ​ເທດ​ນັ້ນ ​ຄວນ​ຈະ​ຕໍ່​ອອກ​
ໄປ​ອີກ ຊຶ່ງ​ທ່ານ ກ່າວຊີ້​ແຈງ​ວ່າ:

ສຽງ​ຂອງ​ທ່ານ​ສົມ​ຊາຍ…
“ລັດຖະບານໄທ ຄວນຈະເປີດ​ໃຫ້ພວກຄົນຕ່າງດ້າວຜິດກົດໝາຍເຫລົ່າ ນີ້ ​ໄປຈົດທະບຽນ ແລະອະນຸຍາດໃຫ້ພວກເຂົາເຈົ້າ​
ໄດ້ເປັນຄົນງານທີ່ ທຳງານຢູ່ໃນໄທ​ໄດ້ຢ່າງຖືກຕ້ອງຕາມກົດໝາຍ ​ໂດຍ​ບໍ່​ຖືກ​ສວາຍ​ເອົາ​ປະ​ໂຫຍ​ດ ​ເອົາ​ຮັດ​ເອົາ​ປຽບ ຈາກ​
ນາຍ​ຈ້າງ ຫລືຖືກກົດ​ຂີ່​ຂົ່ມເຫັງຈາກ​ການໃຊ້ອຳນາດຂອງພວກເຈົ້າໜ້າທີ່ນັ້ນ.”

ໂຄງການ​ພິສູດສັນຊາດ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ຄວາມ​ພະຍາຍາມ ຂອງ​ລັດຖະບານ​ໄທ ​ເພື່ອ​ອຳນວຍ​ໃຫ້​ພວກ​ແຮງ​ງານ​ອົບ
ພະຍົບ​ໄດ້​ຮັບ​ການ​ປົກ​ປ້ອງ​ທາງ​ກົດໝາຍ ​ແລະ​ໄດ້​ຮັບການ​ບໍລິການ​ຂອງ​ລັດຖະບານ ​ດີຂຶ້ນ.

ມີແຮງ​ງານ​ອົບ​ພະຍົບ ​ຫລາຍ​ກວ່າ 2 ລ້ານ​ຄົນ​ໃນ​ໄທ ຊຶ່ງ​ຈຳນວນ ຫລາຍເປັນ​ແຮງ​ງານ​ທ່ີ​ບໍ່​ຖືກຕ້ອງ​ຕາມ​ກົດໝາຍ ຫລື​ບໍ່​ມີ
ເອກະສານເຂົ້າ​ເມືອງ​ທ່ີ​ຖືກຕ້ອງ. ​ໃນ​ນັ້ນ ​ກໍ​ມີ​ຮວມທັງ​ແຮງ​ງານ​ຈາກ​ປະ​ເທດ​ລາວ​ນຳ ​ແຕ່​ສ່ວນ​ຫລາຍ ຄືຫລາຍ​ກວ່າ 80 ​ເປີ​ເຊັນ
ແມ່ນມາ​ຈາກ​ມຽນມ້າ.

ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ກາ​ນບໍລິການ​ດ້ານ​ການ​ສຶກສາ​ແລະ​ການ​ຮັກສາ​ສຸຂະພາບ​ຢ່າງຈຳກັດ ​ແລະ​ມັກ​ຖືກ​ເອົາ​ປຽບ​ຢູ່​ເລື້ອຍໆໂດຍ
ພວກ​ນາຍ​ຈ້າງ​ທ່ີ​ສໍ້​ໂກງ ​ແຕ່​ມີວິທີ​ການ​ແກ້​ໄຂ​ທາງ​ກົດໝາຍ​ໜ້ອຍ​ຫລາຍ.

ມີ​ແຕ່​ພວກແຮງ​ງານ​ທີ່ເຂົ້າ​ເມືອງ​ຢ່າງຖືກຕ້ອງ​ຕາມ​ກົດໝາຍ​ເທ່ົາ​ນັ້ນ ​ໄດ້ຮັບ​ອະນຸຍາດ​ໃຫ້​ເຂົ້າ​ຮ່ວມ​ໃນ​ຂັ້ນຕອນ​ພິສູດ​ສັນຊາດ​ນີ້.
ມີອົບ​ພະ ຍົບປະມານ 8 ​ແສນ​ຄົນ​ຈາກ​ມຽນມ້າ​ພາກັນ​ໄປ​ລົງທະບຽນ​ໃນໂຄງການ ​ດັ່ງກ່າວ ​ໃນ​ຂະນະ​ດຽວ​ກັນ​ ກໍມີ​ອົບ​ພະຍົບ
ຫລາຍ​ກວ່າ 1 ລ້ານຄົນ​ທີ່ບໍ່​ ໄດ້​ໄປ​ລົງທະບຽນ ​ແລະ​ຖືກ​ຕັດສິນ ຊຶ່ງພວກ​ເຈົ້າ​ໜ້າ​ທີ່​ໄທ​ມີ​ສິດ​ທຳ​ການ​ຈັບ​ກຸມ ແລະ​ເນລະ​ເທດ​
ພວກ​ເຂົາ​ເຈົ້າ​ກັບ​ຄືນ​ປະ​ເທດ​ໄດ້.

ພາຍ​ໃຕ້​ໂຄງການ​ດັ່ງກ່າວ ພວກ​ແຮງ​ງານ​ອົບ​ພະຍົບຈະ​ຕ້ອງ​ມີ​ໃບ​ພິສູດ ຫລື​ຮັບຮອງສັນຊາດ​ຈາກ​ລັດຖະບານ​ຂອງ​ເຂົາ​ເຈົ້າ ​ໄປສະ​ເໜີ
ຕໍ່​ເຈົ້າໜ້າ ທີ່​ໄທ ກ່ອນ​ທີ່​ທາງ​ການ​ໄທ​ຈະ​ອອກ​ໃບ​ອະນຸຍາດ​ໃຫ້​ເຮັດ​ການ​ໄດ້ ​ໃນ​ໄທ​ນັ້ນ.

ແຕ່ທ່ານ​ສົມ​ຊາຍ ກ່າວ​ວ່າ ລັດຖະບານ​ທະຫານ​ມຽນມ້າ​ບໍ່​ຮັບ​ຮູ້​ຊົນ​ກຸ່ມ ນ້ອຍ​ບາງ​ກຸ່ມ ເປັນ​ພົນລະ​ເມືອງ​ຂອງ​ຕົນ​ ເຊັ່ນຊົນ​ເຜົ່າ Rohinya
ຊຶ່ງ​ເປັນ​ຊາວ​ມຸສລິ​ມຊົນ​ກຸ່ມ​ນ້ອຍນັ້ນ. ທ່ານ​ສົມ​ຊາຍ​ກ່າວ​ຕື່ມວ່າ:

ສຽງ​ຂອງ​ທ່ານ​ສົມ​ຊາຍ..

“ມີພວກຄົນງານຫລາຍໆຄົນຈາກມຽນມາ ທີ່ຈະບໍ່ສາມາດຜ່ານຂັ້ນຕອນ ການກວດສອບຫລື​ພິສູດ​ສັນຊາດຂອງພວກເຂົາເຈົ້າໄດ້
ແລະພວກເຂົາ ເຈົ້າກໍຈະບໍ່ໄດ້ຮັບໜັງສືເດີນທາງ ຫລືພາສປອດຈາກທາງການມຽນມາ ແລ້ວກໍຈະບໍ່ໄດ້ຮັບໜັງສືອະນຸຍາດ​ໃຫ້ທຳງານ
ໄດ້ ຈາກທາງການໄທ. ນີ້​ແມ່ນເປັນຄຳຖາມໃຫຍ່ ທີ່ວ່າທາງການໄທຈະເຮັດຢ່າງໃດກັບພວກ ຄົນກຸ່ມນີ້ ທີ່ຈະກາຍເປັນພວກຄົນທີ່ບໍ່ມີ
ປະເທດ. ພວກເຮົາຍັງບໍ່ມີຄຳ ຕອບອັນແຈ້ງຂາວຈາກລັດຖະບານໄທເທື່ອ ເຖິງແມ່ນພວກເຮົາໄດ້ຍົກ ເອົາບັນຫານີ້ ຂື້ນມາ​ເວົ້າ​ໃນ​
ຫລາຍຄັ້ງຜ່ານມາ​ແລ້ວກໍຕາມ.”
ທ່າ​ນສົມ​ຊາຍ​ກ່າວ​ວ່າ ພວກແຮງ​ງານອົບ​ພະຍົບຈາກ​ມຽນມ້າ ຫລາຍ​ຄົນ​ ບໍ່​ຍອມ​ໄປ​ລົງທະບຽນ​ ກໍເພາະ​ຢ້ານ​ວ່າ ຈະ​ຖືກເຈົ້າ​ໜ້າ​ທ່
ີ​ມຽນມ້າຈັບ​ໄປ. ​ສ່ວນຄົນອື່ນໆ​ນັ້ນ ບໍ່​ສາມາດແລະ​ບໍ່​ມີ​ເງິນ​ທີ່​ຈະຈ່າຍໃຫ້ ພວກນາຍ​ໜ້າ​ ​ທ່ີ​ຊ່ອຍ​ພວກ​ແຮງ​ງານ​ອົບ​ພະຍົບ​ເຮັດ​ເຈັ້ຍສໍ
ເພື່ອປະ ກອບສ່ວນ​ໃນຂັ້ນ​ຕອນ​ການ​ລົງທະບຽນ ຫລື​ກໍ ​ບໍ່​ຮູ້ຈັກ​ຫຍັງ​ກ່ຽວ​ກັບຂໍ້​ບັງຄັບໃຫ້​ໄປ​ລົງທະບຽນ​ໃນໂຄງການນີ້​ເລີຍ.

ປະ​ເທດໄທແມ່ນ​ກາງ​ຕໍ່ອາ​ໄສ​ພວກ​ແຮງ​ງານ​ອົບ​ພະຍົບ ​ເປັນ​ແຫ​ລ່ງ​ແຮງ​ງານ​ທ່ີ​ເຮັດ​ວຽກ​ກຳມະກອນ ​ເຊັ່ນ​ວຽກ​ກໍ່ສ້າງ​ ​ແລະ​ວຽກໃນ​
ເຮືອ​ປະມົງ ຫລື​ເປັນຄົນ​ຮັບ​ໃຊ້​ໃນບ້ານ​ເຮືອນ.

XS
SM
MD
LG