ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທຈະເນລະເທດ ຊາວອົບພະຍົບໂຣຮິງຢາ ຈາກມຽນມາ


ໄທຈະເນລະເທດ ຊາວອົບພະຍົບໂຣຮິງຢາ ຈາກມຽນມາ
ໄທຈະເນລະເທດ ຊາວອົບພະຍົບໂຣຮິງຢາ ຈາກມຽນມາ

ຕຳຫລວດໄທກ່າວໃນວັນຈັນມື້ນີ້ວ່າ ພວກເຂົາເຈົ້າຈະເນ
ລະເທດຊາວ Rohingya 91 ຄົນທີ່ມານຳເຮືອ ທີ່ເຂົ້າ
ມາຈອດຢູ່ຝັ່ງທະເລທາງພາກໃຕ້ຂອງໄທ ຫລັງ​ຈາກ​ໄດ້
ພາກັນໂຕນໜີອອກຈາກມຽນມາ.

ພວກເຈົ້າໜ້າທີ່ເວົ້າວ່າ ພວກຄົນກຸ່ມນີ້ໄດ້ຖືກກັກຂັງໄວ້
ລຸນຫລັງທີ່ໄດ້ມາຮອດຕາຝັ່ງໃນແລງວັນເສົາຫາກໍ່ຜ່ານ
ມານີ້ ຍ້ອນມີບັນຫານຳຈັກເຮືອ ໃນຂະນະທີ່ພວກເຂົາ
ເຈົ້າພະຍາຍາມຈະມຸ້ງໜ້າໄປຍັງມາເລເຊຍ.

ອົງການສະຫະປະຊາຊາດໄດ້​ກ່າວເຖິງຊາວມຸດສະລິມ
Rohingya ໃນມຽນມາທີ່ເວົ້າພາສາ Bengali ນັ້ນວ່າ
ເປັນພວກຊົນເຜົ່າສ່ວນນ້ອຍທີ່ຖືກຂົ່ມເຫັງ ປາບປາມ ຫລາຍທີ່ສຸດໃນໂລກ.

ຊາວ Rohingya ກຸ່ມນຶ່ງ ທີ່ມານຳເຮືອຈາກມຽນມາ ເຂົ້າມາຈອດຢູ່ຝັ່ງທະເລ ທາງພາກໃຕ້ຂອງໄທ
ຊາວ Rohingya ກຸ່ມນຶ່ງ ທີ່ມານຳເຮືອຈາກມຽນມາ ເຂົ້າມາຈອດຢູ່ຝັ່ງທະເລ ທາງພາກໃຕ້ຂອງໄທ

ປະ​ເທ​ດມຽນມາທີ່ຖືສາສະໜາພຸດເປັນສ່ວນໃຫຍ່ ໄດ້
ປະຕິເສດການໃຫ້ສັນຊາດ ແລະສິດໃນການເປັນເຈົ້າ
ຂອງຊັບສິນແກ່ຊົນເຜົ່າ Rohingya ​ໂດຍ​ສິ້ນ​ເຊີງ ຊຶ່ງ
ໄດ້ນຳໄປສູ່ການກົດຂີ່ຂູດຮີດຕໍ່ພວກເຂົາເຈົ້າ ແລະພາໃຫ້
ຫລາຍຄົນໂຕນໜີອອກຈາກມຽນມາໄປ.

ຜ່ານ​ມາ ພວກເຄື່ອນໄຫວດ້ານສິດທິມະນຸດ ໄດ້ກ່າວຫາ
ກອງທັບເຮືອໄທວ່າ ລາກເອົາເຮືອຂອງພວກຂໍລີ້ໄພຊາວ
Rohingya ກັບອອກໄປທະເລຄືນ ແລະກໍປ່ອຍໃຫ້ເຮືອ
ພວກເຂົາເຈົ້າລ່ອງລອຍໄປຕາມທະ​ເລ.

XS
SM
MD
LG