ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທຈັບນັກລວນລາມທາງເພດ ຊາວອັງກິດ


ແຜນທີ່ປະເທດໄທ
ແຜນທີ່ປະເທດໄທ

ຕໍາຫຼວດໄທກ່າວວ່າ ຕົນໄດ້ຈັບຜູ້ຊາຍຄົນນຶ່ງທີ່ທາງການອັງກິດຕ້ອງການໂຕ ໃນຖານສົງ
ໄສວ່າ ທໍາ​ການ​ລວນ​ລາມ​ທາງ​ເພດ​ກັບເດັກນ້ອຍທີ່ມີອາຍຸຕໍ່າເຖິງ 1 ປີເຄິ່ງແລະໄດ້ບັນທຶກ
ວີດີໂອເທັບໄວ້ເພື່ອຈຳໜ່າຍທາງອິນເຕີແນັດ.

ຕໍາຫຼວດໄທກ່າວໃນການຖະແຫຼງຂ່າວໃນວັນພຸດມື້ນີ້ວ່າ ນາຍ David Charles Taylor
ອາຍຸ 66 ປີ ແມ່ນຜູ້ຕ້ອງສົງໄສໃນຖານ​ໄດ້ສືບຕໍ່ດຳເນີນກິດຈະກຳດັ່ງກ່າວ ຫຼັງຈາກໄດ້ຫຼົບ
ໜີໄປຢູ່ປະເທດໄທ ຂະນະທີ່ໄດ້ປະເຊີນກັບຂໍ້ຫາ ຢູ່ປະເທດອັງກິດ ໃນປີ 1998. ຕຳຫຼວດ
ເວົ້າວ່າ ຜູ້ກ່ຽວໄດ້ຫຼອກລວງເອົາພວກເດັກນ້ອຍຜູ້ຊາຍແລະເດັກນ້ອຍແມ່ຍິງ ໄປຍັງເຮືອນ
ຂອງລາວ ທີ່ຢູ່ໃນພາກຕາເວັນອອກສຽງເໜືອ ຫຼືພາກອີສານຂອງໄທນັ້ນ ແລະກໍທໍາ​ການ
ລວນ​ລາມທາງເພດ ກັບພວກເດັກນ້ອຍເຫຼົ່ານີ້ແລ້ວກໍຖ່າຍວີດີໂອເອົາ ທີ່ລາວໄດ້ສົ່ງໄປໃຫ້
ເພື່ອນນໍາ​ອອກຂາຍຢູ່ທີ່ອັງກິດ.

ເຈົ້າໜ້າທີ່ເວົ້າວ່າ ການຈັບກຸມຜູ້ກ່ຽວໃນມື້ວັນຈັນຜ່ານມານີ້ ແມ່ນຜົນຂອງການປະສານ
ງານລະຫວ່າງເຈົ້າໜ້າທີ່ໄທແລະເຈົ້າໜ້າທີ່ອັງກິດ.

XS
SM
MD
LG