ປະເທດໄທ ກຳລັງໂບກມືອຳລາ ຕໍ່ຊ່ວງໄລຍະການປົກຄອງໂດຍພວກທະຫານທີ່ຍາວ ນານທີ່ສຸດຂອງປະເທດ ໃນຮອບເກືອບ 50 ປີ ດ້ວຍມື ທີ່ເຕັມໄປດ້ວຍຢາດເຫື່ອ.
ການເລືອກຕັ້ງ ເມື່ອວັນທີ 24 ມີນາ ເປັນຄັ້ງທຳອິດ ນັບຕັ້ງແຕ່ເກີດການລັດຖະປະຫານ
ໃນປີ 2014 ໂດຍທະຫານ ທີ່ໄດ້ໂຄ່ນລົ້ມນາຍົກລັດຖະມົນຕີ ຜູ້ ທີ່ປະຊາຊົນຊື່ນຊອບ
ຊຶ່ງໄດ້ນຳມາຫຼາຍສິ່ງຫຼາຍຢ່າງ ຫາກແຕ່ບໍ່ແມ່ນການສິ້ນສຸດ ຂອງການແຍ່ງຊິງອຳ
ນາດກັນ. ໃນຂະນະທີ່ ພັກການເມືອງທັງຫຼາຍ ກຳລັງຊ່ວງຊິງຕຳແໜ່ງກັນ ເພື່ອຈະໄດ້
ຈັດຕັ້ງລັດຖະບານປະສົມ ແລະການຂາດຜູ້ບັນຊາການ ທີ່ຊະນະເລີດນັ້ນ ແມ່ນໄດ້ຕັດ
ຄວາມຫວັງ ທີ່ຈະມີລັດຖະບານແບບປະຊາທິປະໄຕ ທີ່ເຂັ້ມແຂງ ອີງຕາມຄຳເວົ້າຂອງ
ພວກນັກວິເຄາະທັງຫຼາຍ.
ພັກພະລັງປະຊາຣັດ ທີ່ໄດ້ຮັບການສະໜັບສະໜຸນ ໂດຍທະຫານ ຊຶ່ງແນເປົ້າໝາຍ
ເພື່ອໃຫ້ນາຍົກລັດຖະມົນຕີ ປຣະຢຸດ ຈັນໂອຊາ ຮັກສາຕຳແໜ່ງໄວ້ຄືເກົ່າ ຊຶ່ງກະປະ
ມານໄດ້ວ່າ ໄດ້ຮັບບ່ອນນັ່ງໃນສະພາ 117 ບ່ອນ ຂອງຈຳນວນທັງໝົດ 500 ບ່ອນ
ໃນສະພາຕ່ຳ. ພັກພະລັງປະຊາຣັດ ນຳຫລັງພັກຄູ່ແຂ່ງ ຄື ພັກເພື່ອໄທ ຊຶ່ງໄດ້ຊະນະ
ບ່ອນນັ່ງໃນສະພາປະມານ 137 ບ່ອນນັ່ງ.
ແຕ່ພັກເພື່ອໄທບໍ່ສາມາດທີ່ຈະລວມກຸ່ມບັນດາພັກຕ່າງໆໄດ້ຢ່າງເດັດຂາດ ເພາະວ່າ
ພັກທີ່ນ້ອຍກວ່າ ຈຳນວນນຶ່ງ ໄດ້ກ່າວວ່າ ພວກເຂົາເຈົ້າ ຈະບໍ່ໃຫ້ຄຳໝັ້ນສັນຍາ ຢ່າງ
ເປັນທາງການ ທີ່ຈະເຂົ້າຮ່ວມກັບບັນດາພັກທີ່ນຳໜ້າທັງຫຼາຍ ຈົນກວ່າວ່າ ຜົນການ
ປະກາດ ການເລືອກຕັ້ງ ຢ່າງເປັນທາງການ ຈະຖືກເປີດເຜີຍ ໃນວັນທີ 9 ພຶດສະພາ.
ມີການກ່າວຫາຂອງການສໍ້ໂກງຄະແນນສຽງ ແລະ ການຜິດປົກກະຕິ ໃນການນັບ
ຄະແນນສຽງ ຈຶ່ງນຳໄປສູ່ການທີ່ ກຸ່ມເຄືອຂ່າຍເພື່ອການເລືອກຕັ້ງ ທີ່ເສລີ ຂອງເອເຊຍ
ຫຼື Asian Network for Free Elections ໄດ້ເອີ້ນ ການລົງຄະແນນສຽງຂອງໄທນັ້ນ
ວ່າແມ່ນ “ມີຂໍ້ບົກຜ່ອງຢ່າງໜັກ.”
ເຖິງຢ່າງໃດກໍຕາມ ການນັບຄະແນນສຽງກໍໄດ້ສຳເລັດເສັດສິ້ນໄປແລ້ວ ພຽງແຕ່ລໍຖ້າ
ການຢືນຢັນເທົ່ານັ້ນ.
“ບໍ່ວ່າ ທ່ານຈະເປັນສະມາຊິກສະພາ ຫຼື ນັກທຸລະກິດ ພາບລວມ ນະທີ່ນີ້ ແມ່ນຍັງ
ມືດມົວຢູ່ໃນນ້ຳ” ນັ້ນແມ່ນການກ່າວຂອງທ່ານ ເອີຣເນັສຕ໌ ບາວເວີ ທີ່ປຶກສາອະວຸໂສ
ສຳລັບ ໂຄງການເອເຊຍຕາເວັນອອກສຽງໃຕ້ ຢູ່ທີ່ສູນກາງດ້ານຍຸດທະສາດ ແລະ
ການສຶກສາ ລະຫວ່າງປະເທດ ທີ່ໄດ້ກ່າວໄປໃນລະຫວ່າງ ການສຳມະນາ ໃນນະຄອນ
ຫຼວງວໍຊິງຕັນ ເມື່ອສັບປະດາແລ້ວນີ້. ທ່ານກ່າວອີກວ່າ “ມັນຍາກຫຼາຍ ທີ່ຈະເຫັນວ່າ
ປະເທດໄທ ຈະໄປໃນທິດທາງໃດ ແລະຈະເປັນໄປໃນທິດ ທາງທີ່ມີໂອກາດດີຫຼາຍ.”
ກົດລະບຽບທີ່ໄດ້ຂຽນໂດຍທະຫານ ໃນຖານະເປັນຄະນະຮັກສາຄວາມສະຫງົບແຫ່ງ
ຊາດ ຫຼືເອີ້ນຫຍໍ້ວ່າ NCPO ແມ່ນເຮັດໃຫ້ເກີດຄວາມຫຍຸ້ງຍາກຕື່ມອີກ ຕໍ່ຜົນທີ່ຈະອອກ
ມາໃນດ້ານການເມືອງ. ຄະນະທີ່ມີອຳນາດເດັດຂາດ ຢາກໃຫ້ ຮັບປະກັນວ່າ ອຳນາດ
ຂອງທະຫານ ຍັງຈະມີຢູ່ຄືເກົ່າ ຫຼັງຈາກການເລືອກຕັ້ງ ຊຶ່ງຕົນໄດ້ສ້າງສິ່ງກີດຂວາງ ເພື່ອ
ລະງັບການທ້າທາຍຈາກກຸ່ມຕ່າງໆ ທີ່ຕໍ່ຕ້ານທະຫານ.
ຍົກຕົວຢ່າງບ່ອນນັ່ງໃນສະພາສູງ 250 ບ່ອນທີ່ບໍ່ໄດ້ຖືກເລືອກມາ ຊຶ່ງສະມາຊິກຂອງ
ພວກເຂົາເຈົ້ານັ້ນ ແມ່ນໄດ້ຖືກແຕ່ງຕັ້ງທັງໝົດ ໂດຍລັດຖະບານທະຫານ ແມ່ນໄດ້
ອຳນວຍໃຫ້ມີການຊັ່ງຊາເບິ່ງ ໃນເລື້ອງຂອງການນຳສະເໜີຊື່ ໃຫ້ເປັນນາຍົກ ລັດ
ຖະມົນຕີ ໂດຍບັນດາສະມາຊິກ ທີ່ຖືກເລືອກເຂົ້າມາ ໃນສະພາຕ່ຳ.