ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຄ້າ ລະຫວ່າງ ຊາຍແດນໄທ-ລາວ ຫລຸດລົງ 10 ເປີເຊັນ ຍ້ອນຜົນກະທົບຈາກ Covid-19


ສິນຄ້າລົດຍົນ ທີນຳເຂົາມາລາວ ຢູ່ຊາຍແດນໄທ
ສິນຄ້າລົດຍົນ ທີນຳເຂົາມາລາວ ຢູ່ຊາຍແດນໄທ

ການຄ້າຊາຍແດນລະຫວ່າງລາວ-ໄທ ຫຼຸດລົງເກີນກວ່າ 10 ເປີເຊັນ ໂດຍເປັນຜົນກະທົບຈາກການແຜ່ລະບາດຂອງເຊື້ອໄວຣັສສາຍພັນໃໝ່ COVID-19 ແຕ່ ລາວ ກໍຍັງເປັນຝ່າຍຂາດດຸນການຄ້າຕໍ່ໄທ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.


ທ່ານ ກິຣະຕິ ຣັດສະໂນ ອະທິບໍດີກົມການຄ້າຕ່າງປະເທດ ກະຊວງການຄ້າຂອງ ໄທ ຖະແຫຼງຢືນຢັນວ່າ ການຄ້າຊາຍແດນລະຫວ່າງ ລາວ-ໄທ ໃນຊ່ວງເດືອນມັງກອນ-ກຸມພາ 2020 ມີມູນຄ່າລວມ 28,316 ລ້ານບາດ ຊຶ່ງຫຼຸດລົງຈາກໄລຍະດຽວກັນໃນປີ 2019 ຄິດເປັນອັດຕາສະເລ່ຍເຖິງ 10.79 ເປີເຊັນ ໂດຍມີສາເຫດທີ່ສຳຄັນມາຈາກການແຜ່ລະບາດຂອງເຊື້ອໄວຣັສສາຍພັນໃໝ່ COVID-19 ທັງຍັງຄາດໝາຍດ້ວຍວ່າສະພາບການດັ່ງກາວນີ້ຍັງຈະດຳເນີນຕໍ່ໄປຈົນກວ່າວ່າຈະສາມາດຄວບຄຸມການແຜ່ລະບາດຂອງເຊື້ອໄວຣັສ COVID-19 ໄດ້ຢ່າງແທ້ຈິງແລ້ວເທົ່ານັ້ນ.

ທ່ານ ກິຣະຕິ ຢືນຢັນວ່າ ການຄ້າຊາຍແດນລະຫວ່າງ ລາວ-ໄທ ທີ່ຫຼຸດລົງດັ່ງກ່າວຍັງຈະເຮັດໃຫ້ ໄທ ໄດ້ປຽບດຸນການຄ້າຕໍ່ ລາວ ຫຼຸດລົງອີກດ້ວຍເຫັນໄດ້ຈາກໄລຍະ 2 ເດືອນຕົ້ນປີ 2020 ດັ່ງກ່າວທີ່ໄທ ໄດ້ປຽບດຸນການຄ້າຕໍ່ ລາວ ໃນມູນຄ່າລວມ ກວ່າ 5,922 ລ້ານບາດ ຂະນະທີ່ໃນໄລຍະ 2 ເດືອນຕົ້ນປີ 2019 ໄທໄດ້ປຽບດູນການຄ້າຕໍ່ລາວໃນມູນຄ່າລວມກວ່າ 6,638 ລ້ານບາດ ແລະຖ້າຫາກວ່າທາງການ ລາວ-ສາມາດຄວບຄຸມການແຜ່ລະບາດຂອງເຊື້ອໄສຣັສ Covid-19 ໄດ້ໃນກາງປີນີ້ກໍເຮັດໃຫ້ຄາດໝາຍວ່າການຄ້າຊາຍແດນລະຫວ່າງລາວ-ໄທຕະຫຼອດປິ 2020 ຈະມີມູນຄ່າບໍ່ເກີນ 176,210 ລ້ານບາດ ແລະ ໄທ ຈະໄດ້ປຽບດູນການຄ້າຕໍ່ລາວບໍ່ເກີນ 3,400 ລ້ານບາດ.

ທັ້ງນີ້ກົມການຄ້າຕ່າງປະເທດຂອງ ໄທ ລາຍງານວ່າການຄ້າຊາຍແດນລະຫວ່າງ ໄທ-ລາວໃນປີ 2018 ມີມູນຄ່າບໍ່ເກີນ 213,618 ລ້ານບາດ ໃນນີ້ແບ່ງເປັນໄທນໍາເຂົ້າສິນຄ້າຈາກລາວມູນຄ່າ 84, 752.02 ລ້ານບາດ ແລະໄທ ສົ່ງສິນຄ້າມາລາວມູນຄ່າ 128,866.56 ລ້ານບາດ ຊຶ່ງກໍເຮັດໃຫ້ໄທໄດ້ປຽບດູນການຄ້າຕໍ່ລາວກວ່າ 44,114 ລ້ານບາດ ຫາກແຕ່ໃນປີ 2019 ການຄ້າຊາຍແດນລະຫວ່າງລາວ-ໄທ ມີມູນຄ່າລວມ 197,520 ລ້ານບາດ ຊຶ່ງຫລຸດລົງເຖິງ 7,84 ເປີເຊັນ ທຽບໃສ່ປີ 2018 ແຕ່ໄທ ກໍຍັງໄດ້ດຸນການຄ້າຕໍ່ລາວ 38,409 ລ້ານບາດ ຫາກແຕ່ກໍຫລົດລົງເຖິງ 13 ເປີເຊັນ ທຽບໃສ່ປີ 2018.

ໂດຍສິນຄ້າທີ່ນຳເຂົ້າຈາກໄທຫຼາຍທີ່ສຸດ ກໍຄືນໍ້າມັນເຊື້ອໄຟ ລົດຍົນ ອະໄຫຼ່ລົດຍົນ ອຸບປະກອນດ້ານການກະເສດແລະອຸບປະກອນດ້ານປະສຸສັດ ສ່ວນສິນຄ້າທີ່ລາວສົ່ງອອກໄປໄທ ກໍຄື ພະລັງ ງານໄຟຟ້າ ຜະລິດຕະພັນຈາກທອງແດງ ແລະເຄື່ອງຮັບສົ່ງສັນຍານອຸບປະກອນສື່ສານຕ່າງໆ ຕາມລໍາດັບ ຫາກແຕ່ວ່າດ້ວຍບັນຫາການແຜ່ລະບາດຂອງເຊື້ອໄວຣັສ Covid-19 ດັ່ງກ່າວ ກໍເຮັດໃຫ້ມີທ່າອຽງ ທີ່ໄທຈະນຳເຂົ້າພະລັງງານໄຟຟ້າຈາກລາວຫລຸດລົງໃນປີ 2020 ດັ່ງທີ່ທ່ານລີເປີ ລີປົວປາວ ຫົວໜ້າສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດລາວ ໄດ້ໃຫ້ການຢືນຢັນວ່າ

"ການສົ່ງອອກນີ້ ກະຊິຍາກໜ້ອຍນຶ່ງ ຄືດຽວນີ້ມີການພະຍາຍາມເບື້ອງຕົ້ນ ຄືຢູ່ໃນໄທນີ້ກະທົບຫຼາຍ GDP ຂອງໄທໜ້າຈະຫລຸດລົງເຖິງ 1 ເປີເຊັນ ຖ້າວ່າຫຼາຍໂຮງງານມີບັນຫາ ບໍລິສັດມີບັນຫານີ້ ເຂົາເຈົ້າກະຫລຸດຜ່ອນເຊື້ອໄຟຟ້າຈາກລາວນີ້ .ສອງມາແມ່ນເລື້ອງພະລັງງານ ຄືນໍ້າມັນ ນໍ້າມັນທີ່ພວກເຮົາຍັງອາໄສການນໍ້າເຂົ້າ ຊຶ່ງແມ່ນສິ່ງຈຳເປັນນະ ເລື້ອງປາກເລື້ອທ້ອງ ເລື້ອງຢູ່ເລື້ອງກິນປະຈຳວັນ ຊຶ່ງອັນນີ້ກະເປັນອັນທີ່ຕ້ອງໃຫ້ມີການຜະລິດຫຼາກຫຼາຍເພື່ອຮັບມືກັບວິກິດການຂອງເສດຖະກິດໂລກ."

ທັງນີ້ກະຊວງອຸດສາຫະກຳ ແລະ ການຄ້າລາຍງານວ່າ ການຄ້າຕ່າງປະເທດຂອງ ລາວໃນປີ 2019 ມີມູນຄ່າລວມ 11,450 ກວ່າລ້ານໂດລາໃນນີ້ແບ່ງເປັນການສົ່ງອອກ 5,545 ລ້ານໂດລ່າ ແລະ ນຳເຂົ້າສິນຄ້າຈາກຕ່າງປະເທດ 5,905 ລ້ານໂດລາ ເຮັດໃຫ້ລາວຂາດດຸນການຄ້າຕ່າງປະເທດ ເກີນກວ່າ 360 ລ້ານໂດລາຫຼືເກີນແຜນການວາງໄວ້ກວ່າ 38 ເປີເຊັນຈຶ່ງເຮັດໃຫ້ທຶນສຳຮອງເງິນຕາຕ່າງປະເທດຂອງລາວຫຼຸດລົງ ໂດຍທີ່ຜູ້ຊ່ຽວຊານດ້ານການເງິນຂອງທະນາຄານໂລກປະຈຳລາວ ຢືນຢັນວ່າທຶນສຳຮອງເງິນຕາຕ່າງປະເທດຂອງລັດຖະບານ ລາວ ມີມູນຄ່າຕໍ່າກວ່າ 1,000​ ລ້ານໂດລາຊຶ່ງທຽບໄດ້ກັບການນຳສິນຄ້າເຂົ້າຈາກຕ່າງປະເທດບໍ່ເຖິງ 2 ເດືອນ.

XS
SM
MD
LG