ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຕໍາຫລວດກູ້ລະເບີດສອງຄົນ ເສຍຊີວິດ ທີ່ໄທ


ເຫດການລະເບີດທີ່ຈັງຫວັດນະລາທິວາດພາກໃຕ້ຂອງໄທ ເມື່ອວັນທີ່ 1 ເດືອນມັງກອນ ປີ 2011 ນີ້
ເຫດການລະເບີດທີ່ຈັງຫວັດນະລາທິວາດພາກໃຕ້ຂອງໄທ ເມື່ອວັນທີ່ 1 ເດືອນມັງກອນ ປີ 2011 ນີ້

ຕໍາຫລວ​ດ​ເກັບ​ກູ້​ລະ​ເບີດ 2 ຄົນ​ເສຍ​ຊີວິດ​ທີ່ໄທ​ໃນ​ວັນ​ເສົາ
ວານ​ນີ້ ​ເວລາ​ວັດຖຸລະ​ເບີດ​ລູກ​ນຶ່ງ​ທີ່ພວກ​ເຂົາ​ເຈົ້າພະຍາ
ຍາມປົດ​ກະນວນ ​ລະ​ເບີດ​ຂຶ້ນ​ໂດຍຄົນ​ຮ້າຍ​ທີ່​ໃຊ້​ໂທລະສັບ​ ມື​ຖື.

ທາງ​ການ​ໄທ​ກ່າວ​ວ່າ ມີ​ປະຊາຊົນ​ຢ່າງ​ນ້ອຍ 8 ຄົນ ທີ່​ຮວມທັງ​ຕໍາຫລວດ​ອີກ 4 ຄົນໄດ້​ຮັບ​ບາດ​ເຈັບ​ ໃນ​ເຫດ ລະ​ເບີດດັ່ງກ່າວ​ທີ່​ຕະຫລາດກາງ​ແຈ້ງ​ແຫ່ງ​ນຶ່ງໃນ​ຈັງຫວັດ ນາຣາທິວາ​ດ​ ທາງພາກ​ໃຕ້​ຂອງ​ໄທ ​ທີ່​ໄດ້ປະສົບ​ກັບ ຄວາມ​ຮຸນ​ແຮງ​ນັ້ນ.

ຕໍາຫລວດ​ກ່າວ​ວ່າ​ເຈົ້າຂອງ​ແຜງ​ລອຍ​ຂາຍ​ຜັກ​ແຫ່ງ​ນຶ່ງ​ໄດ້ແຈ້ງ​ໃຫ້​ເຈົ້າ​ໜ້າ​ທີ່ ຊາບກ່ຽວ​ກັບ​ລົດຈັກ​ຄັນ​ນຶ່ງ​ທີ່ໜ້າ​ສົງ​ໄສ​ ທີ່​ເດັກ​ໄວ​ລຸ່ນ 2 ຄົນ​ຈອດ​ໄວ້ ໃກ້ໆ​ກັບ​ແຜງ​ລອຍ​ຂອງ​ລາວ. ຕໍາຫລວດ​ໄດ້​ບອກພວກ​ຜູ້​ຄົນ​ສ່ວນໃຫຍ່ ​ໃຫ້ອອກ​ຈາກ​ບໍ​ລິ​ເວນ​ດັ່ງກ່າວ ​ແຕ່ລະ​ເບີດ​ລູກ​ນຶ່ງ​ທີ່​ເຊື່ອງ​ໄວ້​ນໍາລົດຈັກ​ຄັນ​ນັ້ນ ໄດ້​ແຕກ​ຂຶ້ນ​ໃນ​ຂະນະ​ທີ່ ​ຕໍາຫລວດ​ພະຍາຍາມ​ປົດ​ກະນວນ​ລະ​ເບີດ​ຢູ່.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ​ກະບົດມຸສລິ​ມ​ໄດ້​ຂົ່ມຂູ່ມາ​ກ່ອນ ວ່າ​ຈະກໍ່ຄວາມ​ຮຸນ​ແຮງຂຶ້ນ​ໃນ​ວັນ​ປີ​ໃໝ່​ ​ໃນ​ຖານະ​ເປັນ​ພາກສ່ວນ​ນຶ່ງ​ໃນ​ການ​ປຸກລະດົມ​ຕໍ່ຕ້ານ​ທາງ​ການ​ໄທ​ ມາ​ເປັນ​ເວລາ​ຫລາຍ​ປີ​ຂອງ​ພວກ​ເຂົາ​ນັ້ນ.

ເຂດ​ພາກ​ໃຕ້​ຂອງ​ໄທ​ຊຶ່ງ​ປະຊາຊົນ​ສ່ວນ​ໃຫຍ່​ເປັນ​ຊາວ​ມຸສລິ​ມ​ ໄດ້​ເປັນ​ເຂດທີ່ ປະສົບ​ກັບ​ຄວາ​ມວຸ້ນວາຍ​ມາ​ໂດຍ​ຕະຫລອດ​ນັບ​ແຕ່​ຕົ້ນ​ປີ 2004 ມາ ເວລາ​ພວກ​ຊາວ​ມຸສລິ​ມຫົວ​ຮຸນ​ແຮງ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ສາງ​ເກັບ​ອາວຸດ​ແຫ່ງ​ນຶ່ງ ແລະ​ຂະ​ໂມ​ຍ ເອົາ​ປືນ​ເລັກ​ຍາວ​ໄປ 300 ກະບອກ. ປະຊາຊົນ ​ຫລາຍ​ກວ່າ 4 ພັນ​ຄົນ​ໄດ້​ເສຍ​ຊີວິດ​ໄປ​ນັບ​ແຕ່ເວລາ​ນັ້ນ​ມາ ທີ່​ມີຮວມທັງ​ຊາວ​ມຸສລິ​ມ​ແລະ​ຊາວ​ພຸດ​.

XS
SM
MD
LG