ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິສຣາແອລ ກ່າວຫາອີຣ່ານວ່າ ຢູ່ເບື້ອງຫລັງ ການວາງລະເບີດ ທີ່ບາງກອກ


ເຈົ້າໜ້າທີ່ເກັບກູ້ລະເບີດໄທຄົນນຶ່ງກໍາລັງກວດເບິ່ງຖົງເປ້ຖົງນຶ່ງ ທີ່ຖືກ
ປະຖິ້ມໄວ້ໃນບ່ອນລະເບີດແຕກ ໃນວັນອັງຄານວານນີ້ທີ່ບາງກອກ.
ວັນທີ 14 ກຸມພາ 2012.
ເຈົ້າໜ້າທີ່ເກັບກູ້ລະເບີດໄທຄົນນຶ່ງກໍາລັງກວດເບິ່ງຖົງເປ້ຖົງນຶ່ງ ທີ່ຖືກ ປະຖິ້ມໄວ້ໃນບ່ອນລະເບີດແຕກ ໃນວັນອັງຄານວານນີ້ທີ່ບາງກອກ. ວັນທີ 14 ກຸມພາ 2012.


















ອີຣ່ານປະຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ຂອງ​ອິສຣາ​ແອ​ລ ທີ່​ວ່າ​ອີຣ່ານຢູ່​ເບື້ອງ​ຫລັງເຫດ​ລະ​ເບີດ​ ໃນ
ວັນ​ອັງຄານ​ວານ​ນີ້​ຢູ່​ທີ່​ບາງກອກ ​ນະຄອນຫລວງ​ຂອງ​ໄທ ​ແລະ​ການວາງ​ລະ​ເບີດ​ໂຈມ​ຕີ​
ລົດ ຕໍ່​ເປົ້າ​ໝາຍ​ທາງການທູດ​ແຫ່ງ​ຕ່າງໆ​ຂອງ​ອິສຣາ​ແອ​ລ​ໃນ​ອິນ​ເດຍ​ແລະໃນ Geor
gia ນັ້ນ.

ທ່ານ Itzhak Shoham ​ເອກ​ອັກຄະ​ລັດຖະທູດ​ອິສຣາ​ແອ​ລ ປະ​ຈໍາໄທ​ກ່າວ​ວ່າ ວັດຖຸ​ລະ​
ເບີດ​ທີ່​ໃຊ້​ໃນການ​ໂຈມ​ຕີ​ຢູ່​ບາງກອກ​ນັ້ນ​ ແມ່ນ​ຄື​ກັນກັບ​ວັດຖຸ​ລະ​ເບີດ​ທີ່​ໃຊ້​ໃນ​ການ​ໂຈມ
ຕີ​ຢູ່​ກຸງ​ນີວ​ເດ​ລີ​ແລະ​ໃນ​ນະຄອນ ຫລວງ Tbilisi ຂອງ Georgia ​ໃນ​ວັນ​ຈັນ​ມື້ກ່ອນ​ນີ້.

ແຕ່​ໂຄສົກ​ປະ​ຈໍາ​ກະຊວງ​ການ​ຕ່າງປະ​ເທດອີຣ່ານ​ທີ່​ກຸງ​ເຕຫະຣ່ານ ກ່າວ​ຫາອິສຣາ​ແອ​ລ
ວ່າ ພະຍາຍາມ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຄວາມ​ສໍາພັນສັນ​ມິດ​ແລະ​ປະຫວັດ​ສາດ ລະ
ຫວ່າງ​ກຸງ​ເຕຫະຣ່ານ​ແລະ​ບາງກອກ​ນັ້ນ.

ປະຊາຊົນ 4 ຄົນ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມ​ຕີ​ທີ່​ກຸງ​ນີວ​ເດ​ລີ ​ໃນ​ຂະນະ​ທີ່​ການວາງ​ລະ
ເບີດ​ໃສ່​ລົດ​ທີ່​ກຸງ Tbilisi ສາມາດ​ປົດ​ກະນວນ​ໄວ້ໄດ້​ກ່ອນ.

ຊາຍຊາວອີຣ່ານ 2 ຄົນ​ໄດ້​ຖືກ​ຈັບ​ກຸມ​ທີ່​ພົວພັນ​ກັບ​ເຫດ​ລະ​ເບີດແຕກ​ທີ່ບາງກອກ ຊຶ່ງ​ໄດ້​
ເຮັດ​ຜູ້​ຕ້ອງ​ສົງ​ໄສ​ວ່າ​ເປັນ​ຜູ້​ວາງ​ລະ​ເບີດແລະ​ພົນລະ​ເຮືອນ​ອີກ 4 ຄົນ​ໄດ້​ຮັບ​ບາດ​ເຈັບ
ແລະເວ​ລານີ້​ກໍາລັງ​ປະ​ເຊີນ​ກັບຂໍ້​ຫາທີ່​ຮວມທັງ​ການ​ພະຍາຍາມ​ສັງຫານ​ພວກ​ເຈົ້າ​ໜ້າ​ທີ່​
ຕໍາຫລວດແລະ​ປະຊາຊົນ ​ພ້ອມ​ທັງວາງ​ລະ​ເບີດ​ໃນ​ທີ່​ສາທາ​ລະນະ.

ລະ​ເບີດ​ລູກ​ທໍາ​ອິດ​ແຕກ​ຂຶ້ນຢູ່​ໃນ​ເຮືອນ​ຫລັງ​ນຶ່ງທີ່​ຊາຍ​ອີຣ່ານຄົນ​ນີ້​ເຊົ່າ​ຢູ່​ໃນ​ໃຈກາງ​ຂອງ
ນະຄອນຫລວງ​ບາງກອກ. ຕໍາຫລວດ​ກ່າວ​ວ່າໃນ​ເວລາ​ບໍ່​ດົນຫລັງ​ຈາກນັ້ນຊາຍ​ຄົນ​ນີ້​
ແກວ່ງ​ລະ​ເບີດ​ໃສ່​ລົດ​ຕັກ​ຊີ ​ທີ່​ບໍ່​ຍອມ​ຢຸດ ​ແລະ​ໃນ​ເວລາ​ຕໍ່​ມາ​ ຜູ້ກ່ຽວ​ໄດ້​ພະຍາຍາມ​
ແກ​ວ່ງລະ​ເບີດ​ມື​ລູກ​ນຶ່ງໃສ່​ຖະໜົນສາຍ​ນຶ່ງ ​ທີ່​ມີ​ການ​ຈະລາຈອນ​ໄປມາ​ຢ່າງ​ອັດ​ແອ​ທີ່ຢູ່
ໃກ້ໆ​ກັບໂຮງຮຽນ​.

ຊາຍ​ຄົນ​ນີ້​ເສຍ​ຂາ​ທັງ 2 ​ເບື້ອງຈາກ​ລະ​ເບີດ​ທີ່​ແຕກ​ຂຶ້ນ​ລູກ​ນຶ່ງ. ຜູ້​ຕ້ອງ​ຫາ​ຄົນທີ​ສອງໄດ້
ຖືກ​ຈັບ​ກຸມ​ໃນ​ເວລາ​ຕໍ່​ມາ​ທີ່​ສະໜາມ​ບິນ​ລະຫວ່າງ​ຊາດສຸວັນນະ​ພູມ​ທີ່​ບາງກອກ​ນັ້ນ.

ພວກ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພ​ໄທ​ ກໍາລັງ​ຊອກ​ຫາ​ຜູ້​ຕ້ອງ​ສົງ​ໄສ​ອີຣ່ານຄົນທີ 3 ທີ່​
ເຊື່ອ​ກັນ​ວ່າ ຜູ້ກ່ຽວ​ໄດ້​ຫລົບໜີ​ໄປ​ຍັງ​ມາ​ເລ​ເຊຍ​ແລ້ວ.

XS
SM
MD
LG