ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ລະເບີດລົດ ເອົາຊີວິດ ທະຫານ 5 ຄົນ ຢູ່ພາກໃຕ້ຂອງໄທ

ຕໍາຫລວດ ແລະທະຫານໄທ ຕັ້ງທ່າຍິງ ໃນຂະນະທີ່ຊອກຫາ ວັດຖຸລະເບີດ ຢູ່ໃນບ້ານ Raman ລຸນຫລັງທີ່ ຊາວນາກຸ່ມນຶ່ງ ບອກວ່າ ພວກເຂົາເຈົ້າພົບເຫັນກິດຈະກໍາທີ່ໜ້າສົງໄສ ຢູ່ແຂວງ ຢາລາ ທາງພາກໃຕ້ຂອງປະເທດໄທ, ວັນທີ 8 ກຸມພາ 2013. (Reuters)

ເຈົ້າໜ້າທີ່ຢູ່ພາກໃຕ້ຂອງໄທເວົ້າວ່າ ພວກທີ່ສົງໄສວ່າເປັນ
ພວກຫົວຮຸນແຮງໄດ້ສັງຫານທະຫານ 5 ຄົນ ແລະເຮັດໃຫ້
ອີກຜູ້ນຶ່ງໄດ້ຮັບບາດເຈັບ ໃນການໂຈມຕີດ້ວຍລະເບີດລົດ
ຢູ່ໃນແຂວງຢາລາ ທີ່ມີບັນຫາຢູ່ນັ້ນ.

ຕໍາຫລວດກ່າວວ່າ ລະເບີດລົດໄດ້ຖືກຈຸດຄະນວນໃຫ້ແຕກຂຶ້ນ
ໃນຕອນເຊົ້າວັນອາທິດມື້ນີ້ ໃນຂະນະທີ່ທະຫານທີ່ຂີ່ລົດລາດ
ຕະເວນຂອງເຂົາເຈົ້າກາຍໄປໃກ້. ກໍາມະກອນສວນຢາງສອງຄົນ ກໍໄດ້ຮັບບາດເຈັບເຊັ່ນກັນໃນເຫດລະເບີດຄັ້ງນີ້.

ພວກແບ່ງແຍກດິນແດນຊາວມຸສລິມ ໄດ້ດໍາເນີນການກະບົດໃນ
ແຂວງ ຢາລາ, ນາຣາທິວາດ ແລະປັດຕະນີ ທີ່ມີຊາວມຸສລິມອາ
ໄສຢູ່ເປັນສ່ວນໃຫຍ່ນັ້ນ ນັບແຕ່ ປີ 2004 ເປັນຕົ້ນມາ.

ມາຮອດປັດຈຸບັນ ມີຫລາຍກວ່າ 5 ພັນຄົນແລ້ວ ໄດ້ເສຍຊີວິດໄປໃນການສູ້ລົບດັ່ງກ່າວ.
XS
SM
MD
LG