ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການຍິງລະເບີດໂຈມຕີຢູ່ໄທ


ແຜນທີ່ປະເທດໄທ
ແຜນທີ່ປະເທດໄທ

ເຈົ້າໜ້າທີ່ໄທກ່າວວ່າ ມີການຍິງລະເບີດມືລູກນຶ່ງ ໃສ່ສຳນັກງານໃຫຍ່ຂອງສະຖານີວິທະຍຸ ໂທລະພາບແຫ່ງປະເທດໄທ ໃນຕອນບ່າຍ ຂອງວັນອັງຄານມື້ນີ້.

ເຈົ້າໜ້າທີ່ກ່າວວ່າ ການໂຈມຕີສະຖາວິທະຍຸໂທລະພາບແຫ່ງປະເທດໄທ ທີ່ບໍລິຫານງານ ໂດຍລັດຖະບານ ຕັ້ງຢູ່ໃນເຂດຊານເມືອງ ຂອງບາງກອກນັ້ນ ບໍ່ໄດ້ເຮັດໃຫ້ ມີຜູ້ໃດໄດ້ ຮັບບາດເຈັບ ລົ້ມຕາຍແຕ່ປະການໃດ.

ເຫດລະເບີດດັ່ງກ່າວ ແມ່ນການໂຈມຕີເທື່ອລ່າສຸດ ທີ່ມີມາຢ່າງ​ຕໍ່​ເນື່ອງ ໂດຍບໍ່ມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບ ຢູ່ທີ່ນະຄອນຫຼວງຂອງໄທ.

ລັດຖະບານໄທກ່າວວ່າ ການໂຈມຕີເຫຼົ່ານີ້ ແມ່ນ​ເຮັດ​ໃຫ້​ເປັນ​ການສົມເຫດສົມຜົນແລ້ວ ທີ່ຈະສືບຕໍ່ໃຊ້ກົດພາວະສຸກເສີນ ທີ່ໄດ້ມີການປະກາດໃຊ້ຢູ່​ໃນ​ເຂດບາງກອກໃນລະຫວ່າງ ການປະທ້ວງ ຕໍ່ຕ້ານລັດຖະບານ ແລະການກໍ່ຈະລາຈົນ ໃນເດືອນເມສາ ແລະພຶດສະພາ ຜ່ານມາ ທີ່ເຮັດໃຫ້ມີຜູ້ເສຍຊີວິດ 91 ຄົນ ແລະບາດເຈັບ ຫຼາຍກວ່າ 1,400 ຄົນນັ້ນ.

XS
SM
MD
LG