ອົງມົງກຸດຂອງ ປະເທດ ໄທ, ໄດ້ປະກົດຕົວຕໍ່ສາທາລະນະທີ່ບໍ່ ຄ່ອຍເກີດຂຶ້ນ ໄດ້ນຳພານັກຂ່ີລົດຖີບຫຼາຍພັນຄົນຜ່ານຖະໜົນຫຼາຍເສັ້ນຂອງນະຄອນຫຼວງ ບາງກອກ ໃນວັນທິດມື້ນີ້ ໃນພິທີຈັດຂຶ້ນເພື່ອສະແດງຄວາມເຄົາລົບຕໍ່ມານດາຂອງພະອົງ, ລາຊິນີ
ຊິຣິກິດ ຄົບຮອບອາຍຸ 83 ພັນສາ.
ອົງມົງກຸດ ມະຫາ ວະຊິລາລົງກອນ ເຊິ່ງມີອາຍຸ 63 ພັນສາ, ໄດ້ນຳພາບັນດານັກຂ່ີລົດຖີບຜ່ານຄຸ້ມປະຫວັດສາດຂອງນະຄອນຫຼວງ ໃນພິທີສະເຫຼີມສະຫຼອງ “ຂີ່ລົດຖີບເພື່ອມານດາ”. ເຂົ້າຮ່ວມກັບ ພະອົງກໍມີ ນາຍົກລັດຖະມົນຕີ ປະຍຸດ ຈັນໂອຊາ ແລະ ສະມາຊິກຄົນອື່ນໆຂອງລັດຖະບານທະຫານທີ່ກຳລັງປົກຄອງປະເທດຢູ່.
ບັນດານັກວິຈານກ່າວວ່າ ພິທີສະເຫຼີມສະຫຼອງຂີ່ລົດຖີບນີ້ ແມ່ນໄດ້ຖືກອອກແບບເພື່ອຟື້ນຟູພາບພົດຂອງອົງມົງກຸດ ທີ່ບໍ່ຄ່ອຍມັກປະກົດໂຕຕໍ່ສາທາລະນະພໍທໍ່ໃດ.
ພິທີດັ່ງກ່າວເກີດຂຶ້ນໃນເວລາຂອງຄວາມເປັນຫ່ວງຢ່າງຍິ່ງກ່ຽວກັບຜູ້ສືບທອດຕຳແໜ່ງ ລາດຊະບັນລັງຂອງ ໄທ ແລະ ອະນາຄົດຂອງປະເທດ.
ເຈົ້າຊີວິດ ພູມິພົນ ອະດຸນຍາເດດ ອາຍຸ 87 ແລະ ພະມະເຫສີ ອາຍຸ 83 ປີແມ່ນມີສຸຂະພາບທີີ່ຊຸດໂຊມລົງ ແລະ ໄດ້ຂາດການປະກົດຕົວຕໍ່ສາທາລະນະມາເປັນເວລາຫຼາຍປີແລ້ວ.
ປີກາຍນີ້, ລັດຖະບານທະຫານທີ່ປົກຄອງປະເທດໃນປະຈຸບັນ ໄດ້ຍຶດເອົາອຳນາດຈາກລັດຖະບານທີ່ໄດ້ຖືກເລືອກຕັ້ງຂຶ້ນ ໃນການກໍ່ລັດຖະປະຫານທີ່ບໍ່ມີເລືອດຕົກຢາງອອກ.