ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາໄທ ເລີ້ມຂັ້ນຕອນ ການຟ້ອງຮ້ອງ ຕໍ່ອະດີດ ນາຍົກ ທ່ານນາງຍິ່ງລັກ


ອະດີດ ນາຍົກລັດຖະມົນຕີໄທ ທ່ານນາງ ຍິ່ງລັກ ຊິນນະວັດ ທີ່ຖືກຂັບໄລ່ອອກຈາກຕຳແໜ່ງ.
ອະດີດ ນາຍົກລັດຖະມົນຕີໄທ ທ່ານນາງ ຍິ່ງລັກ ຊິນນະວັດ ທີ່ຖືກຂັບໄລ່ອອກຈາກຕຳແໜ່ງ.

ສະພາ​ໄທ ເລີ້ມ​ຮັບຟັງຄຳໃຫ້ການ ກ່ຽວກັບການ​ຟ້ອງ​ຮ້ອງອ​ະ
ດີດ​ນາຍົກລັດ ຖະມົນຕີ ຍິ່ງລັກ ຊິນນະ​ວັດ ທີ່ພົວພັນ​ກັບ​ໂຄງ
ການ​ຈຳນຳ​ເຂົ້າ ທີ່​ເຮັດ​ໃຫ້​ປະ​ເທດ​ເສຍ​ເງິນ​ໄປ​ຫຼາຍ​ພັນ​ລ້ານ​
ໂດ​ລາ.

​ຢູ່ໃນ​ຄຳ​ຖະ​ແຫລ​ງ ເລີ້ມຄຳໃຫ້ການ ໃນວັນ​ສຸກ​ມື້ີ້ນີ້ ຕໍ່​ສະພາ
ນິຕິບັດຍັດ​ແຫ່ງ​ຊາດ ​ທີ່​ຈັດແຈງ​ໂດຍພວກ​ທະຫານນັ້ນ ທ່ານ​
ນາງຍິ່ງລັກ ໄດ້​ປະຕິ​ເສດ​ໃນການ​ກ່າວ​ຫາ​ຕໍ່ທ່ານ​ນາງ​ທັງ​ໝົດ.

ທ່ານ​ນາງ ຍິ່ງລັກກ່າວ​ວ່າ “ຂໍ​ໃຫ້ຂ້າພະ​ເຈົ້າ​ເລີ້ມ​ຕົ້ນ​ດ້ວຍການ​
ປະ​ຕິ​ເສດຕໍ່ຂໍ້ຫາ​ທັງ​ໝົດ. ຂ້າພະ​ເຈົ້າ ຂໍປະຕິ​ເສດ​ ຕໍ່​ການ​ກ່າວ
​ຫາທັງໝົດ ​ໂດຍ​ຄະນະ​ກຳມະການ ຕ້ານ​ຄໍຣັບຊັ່ນ​ແຫ່ງ​ຊາດ ໂດຍອະດີດ​ບັນດາ​ພັກ​ຝ່າຍ​ຄ້ານ ​ແລະຂ້າພະ​ເຈົ້າບໍ່​ເຫັນ​ດ້ວຍກັບຄຳຖະ​ແຫຼງເປີດ ຂອງຄະນະ​ກຳມະການຕ້ານ​ຄໍຣັບ ຊັ່ນແຫ່ງ​ຊາດ ພ້ອມທັງ​ລາຍງານ ​ແລະ​ ຄຳເຫັນຕ່າງໆຂອງຄະນະ​ກຳມະການຕ້ານຄໍຣັບ ຊັ່ນແຫ່ງ​ຊາດ.”

ການ​ເຄື່ອນໄຫວ​ຟ້ອງ​ຮ້ອງໄດ້ເລີ້ມ​ຂື້ນ ​ເວລາຄະນະ​ກຳມະການຕ້ານຄໍຣັບຊັ່ນ​ ​ແຫ່ງ​ຊາດ
ໄດ້​ກ່າວ​ຫາທ່ານ​ນາງໃຊ້​ອຳນາດ​ເຖຶ່ອນ​ໃນ​ເດືອນ​ພຶດສະພາຜ່ານມາ. ສານ​ແຫ່ງ​ນຶ່ງ ​ໄດ້​
ປົດ​ທ່ານ​ນາງອອກ​ຈາກ​ຕຳ​ແໜ່ງ ​ແລະ​ໃນ​ບໍ່​ດົນ​ຫລັງ​ຈາກ​ນັ້ນ ທະຫານ​ກໍໄດ້​ເຂົ້າຍຶດ​ອໍາ
ນາດ​ ​ໂດຍ​ການກໍ່ລັດຖະປະຫານ ​ແລະ​ໄດ້​ປະກາດ​ກົດ​ໄອ​ຍະ​ການ​ເສິກ.

ການ​ລົງ​ໂທດໃດໆກໍຕາມ ​ແມ່ນຈະຫ້າມຢ່າງເປັນ​ການອັດຕະໂນ​ມັດ ບໍ່​ໃຫ້ທ່ານ​ນາງຍິ່ງລັກ
ພົວພັນ​ກັບ​ການ​ເມືອງ​ເປັນ​ເວລາ​ຫ້າ​ປີ ​ແຕ່​ກໍອາດຈະພາໃຫ້ເກີດປະຕິ​ກິລິຍາ​ ຢ່າງຮຸນແຮງ
ຈາກບັນດາ​ຜູ້​ສະໜັບສະໜູນທ່ານນາງ​ຢູ່​ຕາມ​ຊົນນະບົດ ທີ່ຮ້ອງວ່າ ພວກ “​ເສື້ອ​ແດງ​” ນັ້ນ.
ການ​ປະ​ທ້ວງ​ຢູ່ບາງກອກ​ໃນປີ 2011 ​ໄດ້​ເຮັດ​ໃຫ້​ຢ່າງໜ້ອຍ 90 ຄົນ​ເສຍ​ຊີວິດ ​ແລະ
​ຫລາ​ຍຮ້ອຍຄົນ​ໄດ້​ຮັບ​ບາດ​ເຈັບ.

ບັນດາ​ນັກວິ​ເຄາະ​ກ່າວ​ວ່າ ການ​ຟ້ອງຮ້ອງ ​ແມ່ນເປັນ​ແຜນທາງການ​ເມືອງ ​ໂດຍ ພວກ​ນິ
ຍົມກະສັດ​ຢູ່​ໃນ​ເຂດເທດສະບານ ​ເພື່ອ​ຢາກ​ເຮັດ​ໃຫ້ ອິດທິພົນທາງການ​ເມືອງ​ຂອງ​ຄອບ
ຄົວຊິນນະ​ວັດອ່ອນແອລົງ. ອ້າຍ​ຂອງທ່ານ​ນາງຍິ່ງລັກ ຄືທ່ານ ທັກສິນ ຊິນນະ​ວັດ ​ໄດ້​ຖືກ
​ຂັບ​ໄລ່​ອອກ​ຈາກຕຳແໜ່ງນາຍົກລັດຖະມົນຕີ ​ໂດຍ​ການກໍ່​ລັດຖະປະຫານ ​ໃນ​ປີ 2006
​ແລະ ໄດ້ໄປ​ລີ້​ໄພ​ຢູ່ຕ່າງປະເທດ​ເພື່ອ​ຫລີ​ກ ລ້ຽງ​ການ​ລົງ​ໂທດຮັບສິນບົນ ​ໃນ​ປີ 2008 ​ແຕ່ ທ່ານກໍ​ຍັງ​ມີອິດທິພົນຫລາຍຢູ່.

THAILAND POLITICS VO
please wait
Embed

No media source currently available

0:00 0:00:48 0:00


XS
SM
MD
LG