ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໄທ ເລີ້ມທຳການປ່ອນບັດ ເລືອກຕັ້ງ ຄືນໃໝ່ (ວີດີໂອ)


Thailand Election
please wait
Embed

No media source currently available

0:00 0:00:18 0:00

ເບິ່ງວີດີໂອ ກ່ຽວກັບຂ່າວນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ໄທ ກ່າວ​ວ່າ ບ່ອນປ່ອນ​ບັດໄດ້​ໄຂ​ຂຶ້ນ​ຢ່າງ
ສະຫງົບໃນ​ວັນ​ອາທິດ​ມື້​ນີ້ ​ເພື່ອເປີດໃຫ້​ມີການ​ປ່ອນ​ບັດ​ເລືອກ
​ຕັ້ງ​ຄືນ​ໃໝ່ ໃນ​ຫ້າ​ຈັງຫວັດ ​ທີ່​ໄດ້​ຮັບ​ການ​ກໍ່ກວນ​ຢ່າງ​ກວ້າງ
ຂວາງ ​ໃນລະຫວ່າງ​ການ​ເລືອກ​ຕັ້ງ​ທົ່ວ​ໄປ​ໃນ​ເດືອນ​ແລ້ວ​ນີ້.

ຍັງ​ມີອີກ​ຫລາຍໆຈັງຫວັດ ທີ່​ຈ ໍ າ ເປັນ​ຕ້ອງໄດ້​ຈັດການ​ປ່ອນ​
ບັດ​ເລືອກ​ຕັ້ງ​ຄືນ​ໃໝ່ຄື​ກັນ ​ແຕ່​ຈະ​ມີການ​ກຳນົດວັນ​ເວລາ​ໃນ
​ຂັ້ນຕໍ່​ໄປ.

ຄະນະ​ກຳມະການ​ການ​ເລືອກ​ຕັ້ງ​ກ່າວ​ວ່າ ການ​ປ່ອນ​ບັດ​ໃນ​
ການ​ເລືອກ​ຕັ້ງ​ທົ່ວ​ໄປ ເມື່ອ​ວັນ​ທີ 2 ກຸມພາ​ຜ່ານ​ມາ​ນັ້ນ ​ໄດ້​ຖືກ​ກໍ່ກວນ​ແລະຂັດຂວາງ ຢູ່ໃນ​ປະມານ 18 ​ເປີ​ເຊັນ ​ຂອງ​ເຂດ​ເລືອກ​ຕັ້ງ​ທັງ​ໝົດ ຊຶ່ງ​ສົ່ງ​ຜົນ​ກະທົບ​ຕໍ່​ປະຊາຊົນ​ ຈຳນວນ​ຫຼາຍ​ລ້ານ​ຄົນໃນ 18 ຈັງຫວັດ​ຂອງ​ທັງ​ໝົດ 77 ຈັງຫວັດ​ຂອງ​ໄທນັ້ນ.

ຄະນະ​ກຳມະການ​ການ​ເລືອກ​ຕັ້ງ ກ່າວ​ວ່າ ຈະ​ບໍ່​ມີ​ການ​ປະກາດ​ຜົນ​ການເລືອກ​ຕັ້ງ​
​ໃຫ້​ຮູ້ ​ຈົນ​ກວ່າ​ປະຊາຊົນ​ຜູ້​ມີ​ສິດ​ປ່ອນ​ບັດ​ທັງ​ໝົດ ຈະ​ໄດ້ໄປ​ລົງ​ຄະ​ແນນ​ສຽງຢູ່​ໃນ​
ທັງໝົດ​ເຂດ​ເລືອກ​ຕັ້ງ​ນັ້ນເສຍ​ກ່ອນ.

​ໃນ​ລະຫວ່າງ​ນີ້ ນາຍົກລັດຖະມົນຕີ ຍິ່ງລັກ ຊິນນະ​ວັດ ກໍ​ຈະຍັງ​ເປັນ​ຫົວໜ້າ​ລັດຖະບານ
ຮັກສາ​ການ​ໄປ​ກ່ອນ ​ໂດຍ​ມີ​ອຳນາດ​ຢ່າງຈຳກັດ​ກ່ຽວ​ກັບ​ນະ​ໂຍບາຍ​ຕ່າງໆ ຈົນ​ຮອດ​ເວລາ
​ມີ​ການ​ປະກາດ​ຜົນການເລືອກ​ຕັ້ງ​ໃຫ້​ຮູ້.
XS
SM
MD
LG